Skip to main content

ແຖບສັງຫາລິມະຊັບ ແລະ ອະສັງຫາລິມະຊັບ

ເຂົ້າໜ້າ: ເມນູ ວິເຄາະ-ວິໄຈ → ແຖບ ສັງຫາລິມະຊັບ ແລະ ອະສັງຫາລິມະຊັບ

ສ່ວນເທິງຂອງແຖບ

ແຖບນີ້ມີ 2 ພາກ:

  • ຈຳນວນ ເພີ່ມ ແລະ ຫຼຸດ: ປະຫວັດ ແລະ ການຄາດຄະເນ 2 ປີຂ້າງໜ້າ ຂອງ ອຸປະກອນໄຟຟ້າ, ເຄື່ອງໃຊ້ຫ້ອງການ ແລະ ທີ່ດິນ ແລະ ສິ່ງປຸກສ້າງ
  • ການສະສາງ: ອຸປະກອນໄຟຟ້າ ແລະ ເຄື່ອງໃຊ້ຫ້ອງການ ທີ່ຄວນສະສາງ 5 ປີຂ້າງໜ້າ

ພາກ ຈຳນວນ ເພີ່ມ ແລະ ຫຼຸດ​

ສັງຫາລິມະຊັບ (ອຸປະກອນໄຟຟ້າ ແລະ ເຄື່ອງເຟີນິເຈີ):

ສັງຫາລິມະຊັບ

ອະສັງຫາລິມະຊັບ (ທີ່ດິນ ແລະ ສິ່ງປຸກສ້າງຂອງລັດ):

ອະສັງຫາລິມະຊັບ

ນັບແນວໃດ​

  • ເພີ່ມ = ຈຳນວນລາຍການທີ່ ບັນທຶກເຂົ້າລະບົບ ໃນປີນັ້ນ (ບໍ່ແມ່ນປີທີ່ໄດ້ມາ)
  • ສະສາງ = ຈຳນວນລາຍການທີ່ມີບັນທຶກການສະສາງ ຕາມປີຂອງວັນທີສະສາງ. ບໍ່ນັບການສະສາງປະເພດ ມອບໃຫ້ລາ ແລະ ບໍ່ນັບລາຍການທີ່ບໍ່ມີວັນທີສະສາງ
  • ທີ່ດິນ ບໍ່ມີການສະສາງ, ສະນັ້ນ ມີແຕ່ເພີ່ມ
  • ຊັບສິນທັງໝົດ = ລວມ "ເພີ່ມ" ທຸກປີ (ລວມທັງລາຍການທີ່ສະສາງແລ້ວ)
  • ປະຫວັດ: ສູງສຸດ 5 ປີເຕັມກ່ອນປີທີ່ຜ່ານມາ ຫາ ປີທີ່ຜ່ານມາ

ສູດຄາດຄະເນ (ປ້າຍ ປະມານການ)​

ລະບົບຄາດຄະເນ "ເພີ່ມ" ແລະ "ສະສາງ" ແຍກກັນ, ແບບນີ້:

  1. ອັດຕາປ່ຽນແປງແຕ່ລະປີ = ຈຳນວນປີນີ້ ÷ ຈຳນວນປີກ່ອນ − 1 (ຂ້າມປີທີ່ປີກ່ອນເປັນ 0)
  2. ເລືອກ 3 ອັດຕາ:
    • ກໍລະນີຕ່ຳ = ສະເລ່ຍ ຂອງ 2 ອັດຕາທີ່ຕ່ຳສຸດ
    • ກໍລະນີກາງ = ອັດຕາທີ່ຢູ່ກາງ (ເມື່ອລຽງຈາກນ້ອຍຫາໃຫຍ່)
    • ກໍລະນີສູງ = ສະເລ່ຍ ຂອງ 2 ອັດຕາທີ່ສູງສຸດ
  3. ຈຳກັດແຕ່ລະອັດຕາ ບໍ່ໃຫ້ເກີນ +50% ຫຼື ຕ່ຳກວ່າ −50% ຕໍ່ປີ
  4. ຄາດຄະເນຈາກປີເຕັມຫຼ້າສຸດ:

ຄ່າຄາດຄະເນ = ຈຳນວນປີເຕັມຫຼ້າສຸດ × (1 + ອັດຕາ) ^ ຈຳນວນປີທີ່ຫ່າງ

ຕົວຢ່າງ: ປີທີ່ຜ່ານມາ (2025) ເພີ່ມ 1,000 ລາຍການ, ອັດຕາກາງ 10%:

  • ປີ 2026 (ຫ່າງ 1 ປີ) = 1,000 × 1.10 = 1,100
  • ປີ 2027 (ຫ່າງ 2 ປີ) = 1,000 × 1.10² = 1,210
  • ປີ 2028 (ຫ່າງ 3 ປີ) = 1,000 × 1.10³ = 1,331

ການປ່ຽນແປງສຸດທິ = ເພີ່ມ − ສະສາງ:

ກໍລະນີສູດ
ຕ່ຳເພີ່ມ (ຕ່ຳ) − ສະສາງ (ສູງ)
ກາງເພີ່ມ (ກາງ) − ສະສາງ (ກາງ)
ສູງເພີ່ມ (ສູງ) − ສະສາງ (ຕ່ຳ)

ກ່ອງຕົວເລກ​

ກ່ອງສູດ
ຊັບສິນທັງໝົດລວມ "ເພີ່ມ" ທຸກປີ
ການປ່ຽນແປງສຸດທິ (ປີປັດຈຸບັນ) ຈົນເຖິງປັດຈຸບັນເພີ່ມ − ສະສາງ ທີ່ບັນທຶກແລ້ວປີນີ້. ແຖວ ຄາດຄະເນເຕັມປີ = ກາງ (ຕ່ຳ – ສູງ) ຂອງປີປັດຈຸບັນ, ແຕ່ບໍ່ຕ່ຳກວ່າ ທີ່ບັນທຶກແລ້ວ
ການປ່ຽນແປງສຸດທິ (ປີໜ້າ, ປີຖັດໄປ)ກໍລະນີກາງ. ສີແດງ ເມື່ອຕິດລົບ
ເພີ່ມຂຶ້ນໄວທີ່ສຸດປະເພດຊັບສິນ ທີ່ການປ່ຽນແປງສຸດທິ (ກາງ) ປີໜ້າ ສູງສຸດ
  • ຕາຕະລາງ ລາຍລະອຽດປະຫວັດ ແລະ ການຄາດຄະເນ ສະແດງສະເພາະ ກໍລະນີກາງ. ຕົວເລກໃຫຍ່ ຂຽນຫຍໍ້ເປັນ ພັນ / ລ້ານ / ຕື້
  • ໃນກຣາຟ ປີທີ່ມີໝາຍເຫດ ແມ່ນຄ່າຄາດຄະເນ (ກໍລະນີກາງ) ແມ່ນຕົວເລກຄາດຄະເນ, ບໍ່ແມ່ນຕົວຈິງ

ພາກ ການສະສາງ​

ພາກການສະສາງ

ໃຊ້ວິທີດຽວກັບ ພາກການສະສາງລົດຂອງລັດ, ແຕ່ອາຍຸກຳນົດ ສົມມຸດ ໄວ້ (ປ້າຍ ສົມມຸດເກນ 10/7 ປີ):

ປະເພດອາຍຸກຳນົດ
ອຸປະກອນໄຟຟ້າ10 ປີ
ເຄື່ອງໃຊ້ຫ້ອງການ7 ປີ

ປີຄົບກຳນົດ = ປີເລີ່ມ + ອາຍຸກຳນົດ

ຄວນສະສາງໃນປີ = ເກີນກຳນົດແລ້ວ (ຄົບກຳນົດກ່ອນປີນັ້ນ) + ຄົບກຳນົດໃນປີນັ້ນ

  • ສົມມຸດວ່າ ບໍ່ມີການສະສາງລະຫວ່າງນີ້, ຕົວເລກຈຶ່ງເພີ່ມຂຶ້ນທຸກປີ
  • ຕາຕະລາງ ລາຍການທີ່ຄວນສະສາງ ເລືອກ ປີ ແລະ ເລືອກ ອຸປະກອນໄຟຟ້າ ຫຼື ເຄື່ອງໃຊ້ຫ້ອງການ
  • ພາກນີ້ບໍ່ມີກ່ອງຄຳແນະນຳ