Skip to main content

ກວດວຽກ ແລະ ສົ່ງມອບ

ເມື່ອຜູ້ສະໜອງສົ່ງເຄື່ອງ ໃຫ້ບັນທຶກການຮັບເຄື່ອງແຕ່ລະຄັ້ງຢູ່ນີ້. ສົ່ງເຄື່ອງເປັນຫຼາຍຄັ້ງໄດ້ ແຕ່ບໍ່ເກີນຈຳນວນຄັ້ງສູງສຸດທີ່ກຳນົດຕອນຢືນຢັນແຜນ.

ໃຜເຮັດໄດ້: ຜູ້ທີ່ມີສິດ ກວດວຽກ. ແມ່ນແຕ່ຜູ້ສ້າງແຜນກໍຕ້ອງມີສິດນີ້ຈຶ່ງຈະກົດໄດ້.

ເມື່ອໃດ: ແຜນຢູ່ໃນສະຖານະ ຢືນຢັນແລ້ວ ຫຼື ກຳລັງສົ່ງມອບ.

ເປີດແບບຟອມ​

  1. ເປີດແຜນຈາກ ລາຍການແຜນ
  2. ກົດປຸ່ມ ກວດວຽກ ແລະ ສົ່ງມອບ ໃນກ່ອງ ຂັ້ນຕອນຕໍ່ໄປ

ແຜນທີ່ພ້ອມກວດວຽກ

ກອກຂໍ້ມູນ​

ແບບຟອມກວດວຽກ ກ່ອນກອກ

ສ່ວນເອກະສານ​

ຊ່ອງໃຫ້ກອກຫຍັງ
ເລກທີເອກະສານ *ເລກທີໃບສົ່ງເຄື່ອງ
ວັນທີເອກະສານ *ວັນທີຂອງໃບສົ່ງເຄື່ອງ
ຜູ້ສະໜອງຊື່ຜູ້ສົ່ງເຄື່ອງ
ໄຟລ໌ເອກະສານສົ່ງມອບແນບໃບສົ່ງເຄື່ອງ (ບໍ່ເກີນ 10 MB)
ໝາຍເຫດຂໍ້ຄວາມເພີ່ມເຕີມ

ສ່ວນລາຍການ​

ແຕ່ລະລາຍການມີກ່ອງຂອງຕົນເອງ. ໃສ່ສະເພາະລາຍການທີ່ໄດ້ຮັບໃນຄັ້ງນີ້.

ຊ່ອງຄວາມໝາຍ
ຈຳນວນຄັ້ງນີ້ *ຈຳນວນທີ່ຮັບໃນຄັ້ງນີ້
ລາຄາຕໍ່ຫົວໜ່ວຍ *ລາຄາຕົວຈິງ
ຕາມແຜນຈຳນວນທີ່ວາງແຜນໄວ້ (ລະບົບໃສ່ໃຫ້)
ສົ່ງມອບແລ້ວຈຳນວນທີ່ຮັບໄປແລ້ວໃນຄັ້ງກ່ອນ
ຄົງເຫຼືອຫຼັງຄັ້ງນີ້ຍັງຄ້າງຮັບອີກເທົ່າໃດ (ລະບົບຄິດໃຫ້)
ລວມລາຍການມູນຄ່າຂອງລາຍການນີ້

ແບບຟອມກວດວຽກ ກອກແລ້ວ

tip

ລາຍການທີ່ບໍ່ໄດ້ຮັບໃນຄັ້ງນີ້ ໃຫ້ປ່ອຍຫວ່າງໄວ້. ຕ້ອງມີຢ່າງໜ້ອຍ 1 ລາຍການທີ່ກອກ.

ດ້ານລຸ່ມສຸດສະແດງ ຈຳນວນລວມ ແລະ ມູນຄ່າລວມ ຂອງການຮັບເຄື່ອງຄັ້ງນີ້.

ຄັ້ງສຸດທ້າຍ​

ຖ້າຄັ້ງນີ້ເປັນຄັ້ງສຸດທ້າຍ (ຮັບຄົບ ຫຼື ຄົບຈຳນວນຄັ້ງແລ້ວ) ລະບົບຈະແຈ້ງໃຫ້ຮູ້ ແລະ ລາຍການທີ່ຍັງຮັບບໍ່ຄົບ ຕ້ອງຂຽນ ເຫດຜົນທີ່ຮັບບໍ່ຄົບ.

ຖ້າຮັບຫຼາຍກວ່າແຜນ ລະບົບຈະເຕືອນ ແຕ່ຍັງບັນທຶກໄດ້.

ບັນທຶກ​

ກົດ ບັນທຶກການກວດວຽກ. ຢາກຢຸດກ່ອນ ກົດ ຍົກເລີກ.

ຜົນຫຼັງບັນທຶກສະຖານະແຜນ
ຍັງຮັບບໍ່ຄົບ ແລະ ຍັງເຫຼືອຈຳນວນຄັ້ງກຳລັງສົ່ງມອບ
ຮັບຄົບແລ້ວ ຫຼື ເປັນຄັ້ງສຸດທ້າຍສົ່ງມອບຄົບ

ຫຼັງຈາກນັ້ນ ໃຫ້ ສຳເລັດແຜນດ້ວຍສັນຍາ.

ເບິ່ງປະຫວັດການກວດວຽກ​

ເປີດແຜນ ແລ້ວກົດແຖບ ການກວດວຽກ. ຈະເຫັນແຕ່ລະຄັ້ງ ພ້ອມເລກທີເອກະສານ, ວັນທີ, ຜູ້ສະໜອງ ແລະ ລາຍການທີ່ຮັບ.

ແຖບການກວດວຽກ

info

ຖ້າເຫັນປຸ່ມກວດວຽກເປັນສີຈາງ ແລະ ບອກວ່າຄົບຈຳນວນຄັ້ງແລ້ວ ໝາຍຄວາມວ່າບໍ່ສາມາດເພີ່ມການກວດວຽກໄດ້ອີກ.