Skip to main content

ລາຍລະອຽດ, ແກ້ໄຂ ແລະ ພິມໃບກວດຜ່ານເອກະສານ

ເບິ່ງລາຍລະອຽດ​

ໃນໜ້າລາຍການ ກົດ ⋮ ທ້າຍແຖວ ແລ້ວເລືອກ ເບິ່ງ. ຫຼັງບັນທຶກໃບໃໝ່ ລະບົບເປີດໜ້ານີ້ໃຫ້ເອງ.

ລາຍລະອຽດໃບກວດຜ່ານເອກະສານ

ແຖບສີຟ້າເທິງສຸດສະແດງເລກທີໃບ, ຊື່ຄູ່ສັນຍາ ແລະ ປ້າຍ ເຊັ່ນ ປົກກະຕິ, ສະກຸນເງິນ, ແຫຼ່ງທຶນ. ຂ້າງລຸ່ມແບ່ງເປັນກ່ອງ:

ກ່ອງມີຫຍັງ
ຂໍ້ມູນໃບຄິດໄລ່ເລກທີໃບຄິດໄລ່, ປະເພດສັນຍາ, ແຫຼ່ງທຶນ, ຮ່ວງລາຍຮັບ, ໝວດໝູ່ຄ່າທຳນຽມ, ວັນຄົບກຳນົດຈ່າຍ, ສະຖານະ
ຄູ່ສັນຍາ ຝ່າຍ 1 / ຝ່າຍ 2ປະເພດ ແລະ ຊື່ຂອງແຕ່ລະຝ່າຍ
ລວມຄ່າຈົດທະບຽນ, ລວມຄ່າບໍລິການ, ຄ່າພິມຟອມ, ມູນຄ່າສັນຍາ, ລວມທັງໝົດ
ແຂວງແຂວງງົບປະມານ, ແຂວງທີ່ອອກ, ວັນທີສ້າງ

ກົດ ກັບ ເທິງຊ້າຍ ເພື່ອກັບໄປລາຍການ.

ແກ້ໄຂ​

  1. ໃນໜ້າລາຍລະອຽດ ກົດ ແກ້ໄຂ ເທິງຂວາ (ຫຼືກົດ ⋮ ທ້າຍແຖວໃນລາຍການ ແລ້ວເລືອກ ແກ້ໄຂ).
  2. ແກ້ຂໍ້ມູນໃນຟອມ — ຄືກັບຕອນສ້າງ. ຕິກເອກະສານເພີ່ມ ຫຼື ເອົາອອກໄດ້.
  3. ກົດ ບັນທຶກ.

ຟອມແກ້ໄຂ

caution

ໃບທີ່ມີສະຖານະ ຊຳລະແລ້ວ ແກ້ໄຂບໍ່ໄດ້ ປຸ່ມ ແກ້ໄຂ ຈະກົດບໍ່ໄດ້.

ພິມ​

  1. ໃນໜ້າລາຍລະອຽດ ກົດ ⋮ ເທິງຂວາ ແລ້ວເລືອກ ພິມ (ຫຼືກົດ ⋮ ທ້າຍແຖວໃນລາຍການ ແລ້ວເລືອກ ພິມ).
  2. ເລືອກເຄື່ອງພິມ ແລະ ກົດພິມ.

ໃບທີ່ພິມມີຫົວຂໍ້ ໃບຢັ້ງຢືນກວດຜ່ານເອກະສານສັນຍາ, ເລກທີ ແລະ ວັນທີ, ຂໍ້ຄວາມ ອີງຕາມ, ຊື່ຄູ່ສັນຍາທັງສອງຝ່າຍ, ຕາຕະລາງລາຍການ (ຄ່າຈົດທະບຽນ, ຄ່າບໍລິການ, ຄ່າພິມຟອມ), ລາຍການເອກະສານທີ່ກວດ ພ້ອມເຄື່ອງໝາຍຕິກ ແລະ ບ່ອນລົງລາຍເຊັນຂອງຫົວໜ້າ ແລະ ຜູ້ຈັດທຳ.

ໃບກວດຜ່ານເອກະສານທີ່ພິມ

ໃບ ກໍ່ສ້າງ ມີຮູບແບບສະເພາະ — ເບິ່ງ ກໍ່ສ້າງ.