Skip to main content

ຕັ້ງຄ່າ

ໃຊ້ຕັ້ງຄ່າລາຍການທີ່ໃຫ້ເລືອກຕອນສ້າງແຜນ.

ໃຜເຮັດໄດ້: ສະເພາະຜູ້ດູແລລະບົບ. ຄົນອື່ນຈະບໍ່ເຫັນເມນູ ຕັ້ງຄ່າ.

ເປີດໜ້າຕັ້ງຄ່າ​

ກົດ ແຜນຊື້ຊັບສິນຂອງລັດ → ຕັ້ງຄ່າ ໃນເມນູດ້ານຊ້າຍ.

ປະເພດແຜນ​

ລາຍການທີ່ໃຫ້ເລືອກໃນຊ່ອງ ປະເພດແຜນ ເຊັ່ນ ພາຫະນະ, ໄຟຟ້າ, ອຸປະກອນຫ້ອງການ.

ຕັ້ງຄ່າປະເພດແຜນ

  • ເພີ່ມປະເພດໃໝ່: ກົດ ເພີ່ມປະເພດ
  • ແກ້ໄຂ: ກົດ ແກ້ໄຂ ທີ່ແຖວນັ້ນ
  • ປິດບໍ່ໃຫ້ໃຊ້: ປິດສະວິດ ໃຊ້ງານ ຂອງປະເພດນັ້ນ (ລຶບບໍ່ໄດ້ ເພື່ອບໍ່ໃຫ້ແຜນເກົ່າເສຍຂໍ້ມູນ)

ປະເພດການຈັດຊື້​

ກົດແຖບ ປະເພດການຈັດຊື້ ເພື່ອກຳນົດວົງເງິນ ທີ່ລະບົບໃຊ້ແນະນຳ ວິທີການຈັດຊື້ ຕອນສ້າງແຜນ.

ຕັ້ງຄ່າປະເພດການຈັດຊື້

ກົດ ແກ້ໄຂ ເພື່ອປ່ຽນ:

ແກ້ໄຂປະເພດການຈັດຊື້

ຊ່ອງຄວາມໝາຍ
ວົງເງິນປະມູນເປີດກວ້າງ (ກີບ)ວົງເງິນທີ່ສູງຮອດນີ້ຕ້ອງເປີດປະມູນກວ້າງ
ວົງເງິນຈັດຊື້ໂດຍກົງ (ກີບ)ວົງເງິນທີ່ຕ່ຳກວ່ານີ້ຈັດຊື້ໂດຍກົງໄດ້
ໃຊ້ງານເປີດ ຫຼື ປິດການໃຊ້ປະເພດນີ້
tip

ປ່ອຍຊ່ອງວົງເງິນຫວ່າງໄວ້ ເພື່ອໃຫ້ລະບົບໃຊ້ຄ່າມາດຕະຖານ.

warning

ວົງເງິນຈັດຊື້ໂດຍກົງ ຕ້ອງຕ່ຳກວ່າ ວົງເງິນປະມູນເປີດກວ້າງ ສະເໝີ ບໍ່ດັ່ງນັ້ນບັນທຶກບໍ່ໄດ້.

ກົດ ບັນທຶກ ເມື່ອແກ້ໄຂແລ້ວ. ປະເພດການຈັດຊື້ເພີ່ມ ຫຼື ລຶບບໍ່ໄດ້ ແກ້ໄຂໄດ້ຢ່າງດຽວ.