Skip to main content

ພາບລວມລົດຂອງລັດ

ສ່ວນ ລົດຂອງລັດ ໃຊ້ສຳລັບບັນທຶກ, ຄົ້ນຫາ, ແກ້ໄຂ ແລະ ຕິດຕາມລົດຂອງລັດທັງໝົດ.

ເປີດໃຊ້ແນວໃດ​

ກົດ ຊັບສິນ ໃນເມນູດ້ານຊ້າຍ ແລ້ວກົດ ລົດຂອງລັດ. ຖ້າບໍ່ເຫັນເມນູນີ້ ແປວ່າບັນຊີຂອງທ່ານຍັງບໍ່ໄດ້ຮັບສິດ — ເບິ່ງ ສິດການໃຊ້ງານ.

ສິ່ງທີ່ເຮັດໄດ້​

ຕ້ອງການເບິ່ງຄູ່ມື
ຊອກຫາ ແລະ ກອງລາຍການລົດລາຍການ ແລະ ການກອງ
ເບິ່ງຂໍ້ມູນລົດຄັນໜຶ່ງ, ພິມ, ສະສາງ, ເພີ່ມຮູບລາຍລະອຽດລົດ
ຈົດທະບຽນລົດໃໝ່ ຫຼື ແກ້ຂໍ້ມູນສ້າງ ແລະ ແກ້ໄຂ
ປ່ຽນປ້າຍທະບຽນ ຫຼື ຍ້າຍລົດໄປອົງກອນອື່ນຍ້າຍລົດ ແລະ ປ້າຍທະບຽນ
ເອົາລາຍການລົດອອກເປັນໄຟລ໌ Excelສົ່ງອອກ Excel
ຈັດລົດເຂົ້າລັອດເພື່ອພິມສະຕິກເກີລັອດສະຕິກເກີ
ຮູ້ວ່າບັນຊີຂອງຕົນເຮັດຫຍັງໄດ້ສິດການໃຊ້ງານ

ຂໍ້ມູນສຳຄັນຂອງລົດ​

ຂໍ້ມູນຄວາມໝາຍ
ລະຫັດລະບົບສ້າງໃຫ້ເອງຕອນບັນທຶກ, ບໍ່ຕ້ອງປ້ອນ
ເລກຈັກ, ເລກຖັງແຕ່ລະຄັນຕ້ອງບໍ່ຊ້ຳກັບຄັນອື່ນ
ປ້າຍທະບຽນຂໍ້ຄວາມປ້າຍ + ເລກປ້າຍ + ແຂວງ ຕ້ອງບໍ່ຊ້ຳກັບຄັນອື່ນ
ລົດໂຄງການລົດທີ່ມາຈາກແຫຼ່ງທຶນໂຄງການ, ຕ້ອງບອກແຫຼ່ງທຶນ
ສະສາງລົດທີ່ຖືກຕັດອອກຈາກບັນຊີແລ້ວ — ເຮັດແລ້ວຍົກເລີກບໍ່ໄດ້