Skip to main content

ແຖບລາຍຮັບ

ເຂົ້າໜ້າ: ເມນູ ວິເຄາະ-ວິໄຈ → ແຖບ ລາຍຮັບ (ເປີດໜ້າມາຈະຢູ່ແຖບນີ້ກ່ອນ)

ສ່ວນເທິງຂອງແຖບລາຍຮັບ

ຂໍ້ມູນມາຈາກໃສ​

  • ແຜນ ແລະ ລາຍຮັບຕົວຈິງ ມາຈາກ ລະບົບ STR ຂອງກະຊວງການເງິນ. ລະບົບດຶງຂໍ້ມູນໃໝ່ທຸກ 5 ນາທີ
  • ສະແດງປີປັດຈຸບັນ ແລະ 5 ປີກ່ອນໜ້າ. ປີທີ່ບໍ່ມີທັງແຜນ ແລະ ຕົວຈິງ ຈະບໍ່ສະແດງ
  • ເປັນຕົວເລກ ທົ່ວປະເທດ. ການເລືອກລະດັບ ບໍ່ມີຜົນຕໍ່ແຖບນີ້
  • ປີປັດຈຸບັນຍັງບໍ່ຄົບປີ. ລະບົບບໍ່ເອົາປີທີ່ບໍ່ຄົບ ໄປຄິດອັດຕາເຕີບໂຕ
  • ປີເຕັມ ໃນຄູ່ມືນີ້ ໝາຍເຖິງປີທີ່ຜ່ານໄປແລ້ວ

ແຖບບອກຄວາມສົດຂອງຂໍ້ມູນ​

ຂໍ້ຄວາມເມື່ອໃດ
ດຶງຂໍ້ມູນ STR ຄັ້ງຫຼ້າສຸດ ...ສະແດງສະເໝີ
ຂໍ້ມູນເກົ່າກວ່າ 24 ຊົ່ວໂມງດຶງຂໍ້ມູນຄັ້ງຫຼ້າສຸດ ດົນກວ່າ 24 ຊົ່ວໂມງ. ຕົວເລກອາດບໍ່ທັນສະໄໝ
ການອັບເດດຄັ້ງຫຼ້າສຸດບໍ່ສຳເລັດດຶງຂໍ້ມູນປີປັດຈຸບັນບໍ່ໄດ້
ຍັງບໍ່ໄດ້ດຶງຂໍ້ມູນ STR ເທື່ອຍັງບໍ່ມີຂໍ້ມູນ

ສ່ວນຂອງປີທີ່ຜ່ານໄປ​

ຫຼາຍຕົວເລກໃນແຖບນີ້ ໃຊ້ ສ່ວນຂອງປີທີ່ຜ່ານໄປ:

ສ່ວນຂອງປີທີ່ຜ່ານໄປ = ວັນທີຂອງປີ ທີ່ດຶງຂໍ້ມູນຄັ້ງຫຼ້າສຸດ ÷ 365 (ປີອະທິກະສຸລະທິນ ÷ 366)

ຕົວຢ່າງ: ດຶງຂໍ້ມູນວັນທີ 1 ຕຸລາ (ວັນທີ 274 ຂອງປີ) → 274 ÷ 365 = 75%.

ສົມມຸດວ່າເກັບໄດ້ເທົ່າກັນທຸກເດືອນ

STR ບໍ່ມີຕົວເລກລາຍເດືອນ. ຕົວເລກ "ຄວາມໄວ" ແລະ "ຄິດເປັນເຕັມປີ" ຈຶ່ງສົມມຸດວ່າ ເກັບລາຍຮັບໄດ້ເທົ່າກັນທຸກເດືອນ. ຖ້າລາຍຮັບເຂົ້າຫຼາຍໃນທ້າຍປີ ຕົວເລກເຫຼົ່ານີ້ອາດຕ່ຳກວ່າຄວາມຈິງ.

ຮູບແບບຕົວເລກ​

ເງິນທັງໝົດສະແດງເປັນ ຕື້ກີບ (ກີບ ÷ 1,000,000,000). ຕັ້ງແຕ່ 100 ຕື້ຂຶ້ນໄປ ບໍ່ມີຈຸດທົດສະນິຍົມ, ຕ່ຳກວ່ານັ້ນ ມີ 1 ຈຸດ.

ພາກ ພາບລວມ​

ພາກພາບລວມ

ກ່ອງສູດ
ລາຍຮັບຕົວຈິງ (ປີເຕັມຫຼ້າສຸດ)ລາຍຮັບຕົວຈິງຂອງປີນັ້ນ. ປ້າຍສີຂຽວ/ແດງ = (ຕົວຈິງປີນີ້ ÷ ຕົວຈິງປີກ່ອນ − 1) × 100. ແຖວລຸ່ມ % ຂອງແຜນ = ຕົວຈິງ ÷ ແຜນ × 100
(ປີປັດຈຸບັນ) ມາເຖິງຕອນນີ້ລາຍຮັບທີ່ເກັບໄດ້ແລ້ວ. ແຖວລຸ່ມ = % ຂອງແຜນ ແລະ ສ່ວນຂອງປີທີ່ຜ່ານໄປ
ຄວາມໄວໃນການເກັບ(ຕົວຈິງ ÷ ແຜນ × 100) ÷ ສ່ວນຂອງປີທີ່ຜ່ານໄປ. 100% = ທັນພໍດີກັບແຜນ. ສີແດງ ເມື່ອຕ່ຳກວ່າ 100%
ຕ້ອງເກັບຕໍ່ເດືອນເພື່ອບັນລຸແຜນ(ແຜນ − ຕົວຈິງ) ÷ ຈຳນວນເດືອນທີ່ເຫຼືອ. ຈຳນວນເດືອນທີ່ເຫຼືອ = 12 × (1 − ສ່ວນຂອງປີທີ່ຜ່ານໄປ). ຖ້າເກີນແຜນແລ້ວ = 0. ແຖວລຸ່ມ ສະເລ່ຍມາເຖິງຕອນນີ້ = ຕົວຈິງ ÷ (12 × ສ່ວນຂອງປີທີ່ຜ່ານໄປ)

ຕົວຢ່າງຈາກຮູບ: ແຜນປີ 2026 = 11,000 ຕື້, ເກັບໄດ້ 10,562 ຕື້ (96%), ປີຜ່ານໄປ 75% → ຄວາມໄວ = 96 ÷ 0.75 = 128%.

  • ແຜນ ແລະ ຕົວຈິງ ແຕ່ລະປີ: ຖັນແຜນ ແລະ ຕົວຈິງ ທຸກປີ. ປີປັດຈຸບັນມີປ້າຍ (ມາເຖິງຕອນນີ້)
  • ການປ່ຽນແປງຈາກປີກ່ອນ (ສະເພາະປີເຕັມ): ປ່ຽນແປງ (ມູນຄ່າ) = ຕົວຈິງປີນີ້ − ຕົວຈິງປີກ່ອນ; ປ່ຽນແປງ (%) = (ຕົວຈິງປີນີ້ ÷ ຕົວຈິງປີກ່ອນ − 1) × 100. ສະແດງ – ເມື່ອບໍ່ມີປີກ່ອນ

ຄຳແນະນຳໃນພາກນີ້:

  • ເກັບໄດ້ຊ້າກວ່າແຜນ (ສຳຄັນຫຼາຍ) ເມື່ອຄວາມໄວຕ່ຳກວ່າ 100%, ຖ້າບໍ່ດັ່ງນັ້ນ ເກັບໄດ້ໄວກວ່າແຜນ (ແຈ້ງໃຫ້ຮູ້)
  • ຄາດວ່າທ້າຍປີ = ລາຍຮັບມາເຖິງຕອນນີ້ ÷ ສ່ວນຂອງປີທີ່ຜ່ານໄປ. ຕົວຢ່າງ: 10,562 ÷ 0.75 ≈ 14,070 ຕື້

ພາກ ປະເພດລາຍຮັບ​

ພາກປະເພດລາຍຮັບ

ລຽງຈາກປະເພດທີ່ມີລາຍຮັບຫຼາຍສຸດໃນປີເຕັມຫຼ້າສຸດ. ປະເພດທີ່ບໍ່ມີຊື່ໃນ STR ຈະສະແດງເປັນ ປະເພດທີ່ບໍ່ມີຊື່.

ຖັນສູດ
ລາຍຮັບ (ປີ)ລາຍຮັບຂອງປະເພດນັ້ນ, ພ້ອມການປ່ຽນແປງທຽບກັບປີກ່ອນ (ສີແດງ ເມື່ອຫຼຸດລົງ)
ສັດສ່ວນໃນລາຍຮັບລາຍຮັບປະເພດນີ້ ÷ ລາຍຮັບທັງໝົດຂອງປີເຕັມຫຼ້າສຸດ × 100
ສັດສ່ວນຂອງການເຕີບໂຕ(ປະເພດນີ້ປີຫຼ້າສຸດ − ປະເພດນີ້ປີກ່ອນ) ÷ (ລວມປີຫຼ້າສຸດ − ລວມປີກ່ອນ) × 100. ບອກວ່າ ລາຍຮັບທີ່ເພີ່ມຂຶ້ນ ມາຈາກປະເພດນີ້ຈັກ %
ຄວາມໝັ້ນຄົງໝັ້ນຄົງ ຫຼື ບໍ່ແນ່ນອນ (ເບິ່ງລຸ່ມນີ້)
(ປີປັດຈຸບັນ) ມາເຖິງຕອນນີ້ລາຍຮັບທີ່ເກັບໄດ້ແລ້ວປີນີ້

ໝັ້ນຄົງ ຫຼື ບໍ່ແນ່ນອນ​

ປະເພດໜຶ່ງ ໝັ້ນຄົງ ເມື່ອຄົບທຸກຂໍ້:

  1. ມີຊື່
  2. ມີຂໍ້ມູນຢ່າງໜ້ອຍ 2 ປີເຕັມ ແລະ ທຸກປີມີລາຍຮັບ (ຫຼາຍກວ່າ 0)
  3. ແຕ່ລະປີບໍ່ແຕກຕ່າງກັນຫຼາຍ: ຄ່າແຕກຕ່າງ ÷ ຄ່າສະເລ່ຍ ຕ່ຳກວ່າ 0.30

"ຄ່າແຕກຕ່າງ" ຄື ຄ່າບ່ຽງເບນມາດຕະຖານ: ວັດແທກວ່າລາຍຮັບແຕ່ລະປີ ຫ່າງຈາກຄ່າສະເລ່ຍຫຼາຍປານໃດ. ຕົວຢ່າງ: 100, 110, 90 ຕື້ → ສະເລ່ຍ 100, ຄ່າແຕກຕ່າງ ≈ 8.2 → 8.2 ÷ 100 = 0.08 → ໝັ້ນຄົງ. ແຕ່ 50, 200, 80 ຕື້ → ສະເລ່ຍ 110, ຄ່າແຕກຕ່າງ ≈ 65 → 0.59 → ບໍ່ແນ່ນອນ.

ທຸກປະເພດທີ່ບໍ່ຄົບເງື່ອນໄຂ ແມ່ນ ບໍ່ແນ່ນອນ (ລາຍຮັບບັງເອີນ).

ຄຳແນະນຳໃນພາກນີ້:

ຂໍ້ສັງເກດເງື່ອນໄຂ
ລາຍຮັບປະເພດດຽວ ເປັນ X% ຂອງລາຍຮັບປະເພດໃຫຍ່ສຸດ ≥ 40% ຂອງລາຍຮັບປີເຕັມຫຼ້າສຸດ
ການເຕີບໂຕ ມາຈາກປະເພດ ... X%ລາຍຮັບລວມເພີ່ມຂຶ້ນ ແລະ ປະເພດໜຶ່ງ ເຮັດໃຫ້ເພີ່ມ ≥ 40%
ລາຍຮັບ ... ເປັນ X ເທົ່າຂອງປີກ່ອນປະເພດໜຶ່ງ ≥ 2 ເທົ່າຂອງປີກ່ອນ ແລະ ≥ 5% ຂອງລາຍຮັບລວມ
ລາຍຮັບປະເພດທີ່ບໍ່ມີຊື່ ...ປະເພດທີ່ບໍ່ມີຊື່ ມີລາຍຮັບໃນປີຫຼ້າສຸດ

ພາກ ແຂວງ​

ພາກແຂວງ

  • ສະແດງ ປີປັດຈຸບັນ (ຖ້າມີ), ຖ້າບໍ່ມີ ສະແດງປີເຕັມຫຼ້າສຸດ
  • ບໍ່ສະແດງ ກົມສ່ວຍສາອາກອນ ແຍກຕ່າງຫາກ ເພາະລາຍຮັບນັ້ນ ຢູ່ໃນ ສູນກາງ ແລ້ວ
ຖັນສູດ
% ຂອງແຜນຕົວເລກ % ຈາກ STR (ຈຳນວນເຕັມ)
ແຜນຂອງແຂວງລາຍຮັບ × 100 ÷ % ຂອງແຜນ. ເປັນຕົວເລກໂດຍປະມານ ເພາະ STR ໃຫ້ % ເປັນຈຳນວນເຕັມ
ຄວາມໄວໃນການເກັບ (ປີປັດຈຸບັນ)% ຂອງແຜນ ÷ ສ່ວນຂອງປີທີ່ຜ່ານໄປ
ສະຖານະບໍ່ໄດ້ຕາມແຜນ ເມື່ອຄວາມໄວ (ຫຼື % ຂອງແຜນ ໃນປີເຕັມ) ຕ່ຳກວ່າ 100. ຖ້າບໍ່ດັ່ງນັ້ນ ເກີນແຜນ (ລວມທັງພໍດີ 100%)

ສີຂອງແຜນທີ່ (ປີປັດຈຸບັນໃຊ້ຄວາມໄວ, ປີເຕັມໃຊ້ % ຂອງແຜນ):

ສີຄ່າ
ແດງຕ່ຳກວ່າ 100%
ຂຽວອ່ອນ100% ຫາ 150%
ຂຽວເຂັ້ມ150% ຂຶ້ນໄປ
ເທົາບໍ່ມີແຜນ

ຄຳແນະນຳໃນພາກນີ້:

  • 3 ແຂວງ ຖືລາຍຮັບ X%: ມີຫຼາຍກວ່າ 3 ແຂວງ ແລະ 3 ແຂວງທຳອິດ ຖື ≥ 50% ຂອງລາຍຮັບແຂວງ
  • X ໃນ Y ແຂວງ ເກັບໄດ້ຊ້າກວ່າແຜນ: ຢ່າງໜ້ອຍ 30% ຂອງແຂວງທີ່ມີແຜນ ມີຄວາມໄວຕ່ຳກວ່າ 100%

ພາກ ສູນກາງ ແລະ ທ້ອງຖິ່ນ​

ພາກສູນກາງ ແລະ ທ້ອງຖິ່ນ

ຕົວເລກສູດ
% ຂອງແຜນ (ສູນກາງ, ທ້ອງຖິ່ນ)ຕົວຈິງ ÷ ແຜນ × 100 ຂອງແຕ່ລະລະດັບ
ຫ່າງກັນ (%)ຄວາມຕ່າງລະຫວ່າງ % ຂອງແຜນ ສອງລະດັບ
ສັດສ່ວນຂອງສູນກາງໃນລາຍຮັບຕົວຈິງສູນກາງ ÷ ຕົວຈິງທັງໝົດ × 100
ລາຍຮັບຕາມປະເພດ ແລະ ລະດັບປີເຕັມຫຼ້າສຸດ. ບໍ່ສະແດງປະເພດທີ່ເປັນ 0 ທັງສອງລະດັບ

ຄຳແນະນຳຈະສະແດງ ເມື່ອ % ຂອງແຜນ ສອງລະດັບ ຫ່າງກັນ ≥ 30 ຈຸດ.

ພາກ ແຜນການເກັບລາຍຮັບ ແລະ ການຈັດຕັ້ງປະຕິບັດ​

ພາກແຜນການເກັບລາຍຮັບ

ຕົວເລກສູດ
ແຜນເປັນ % ຂອງຕົວຈິງແຜນ ÷ ຕົວຈິງປີດຽວກັນ × 100
ແຜນເປັນ % ຂອງຕົວຈິງປີກ່ອນແຜນ ÷ ຕົວຈິງຂອງປີກ່ອນ × 100
ຕົວຈິງສູງກວ່າ/ຕ່ຳກວ່າແຜນ ສະເລ່ຍສະເລ່ຍ ຂອງ (ຕົວຈິງ ÷ ແຜນ × 100 − 100) ທຸກປີເຕັມທີ່ມີແຜນ

ຄຳແນະນຳໃນພາກນີ້:

  • ລາຍຮັບຕົວຈິງເປັນຢ່າງໜ້ອຍ X% ຂອງແຜນໃນທຸກປີ: ຕົວຈິງ ≥ 130% ຂອງແຜນ ໃນ 3 ປີເຕັມຫຼ້າສຸດ (ແຜນອາດຕັ້ງຕ່ຳເກີນໄປ)
  • ແຜນປີນີ້ ຕ່ຳກວ່າຍອດເກັບຕົວຈິງປີກ່ອນ X%: X = (1 − ແຜນປີນີ້ ÷ ຕົວຈິງປີກ່ອນ) × 100

ພາກ ຄຳແນະນຳການຕັ້ງແຜນ​

ພາກຄຳແນະນຳການຕັ້ງແຜນ

ພາກນີ້ໃຫ້ ຕົວເລກອ້າງອີງ ສຳລັບຕັ້ງແຜນປີໜ້າ. ມັນບໍ່ແມ່ນການຄາດຄະເນທີ່ແນ່ນອນ. ຕ້ອງມີຂໍ້ມູນຢ່າງໜ້ອຍ 2 ປີເຕັມ, ຖ້າບໍ່ດັ່ງນັ້ນ ຈະເຫັນຂໍ້ຄວາມແຈ້ງ.

ຕົວເລກທີ່ໃຊ້ຄິດໄລ່​

  • ລາຍຮັບປັດຈຸບັນ ຂອງແຕ່ລະປະເພດ:
    • ຖ້າປີນີ້ຍັງບໍ່ຄົບ: ຄິດເປັນເຕັມປີ = ເກັບໄດ້ແລ້ວ ÷ ສ່ວນຂອງປີທີ່ຜ່ານໄປ
    • ຖ້າບໍ່ມີ: ລາຍຮັບປີເຕັມຫຼ້າສຸດ
  • ອັດຕາເຕີບໂຕຂອງລາຍຮັບໝັ້ນຄົງ (g) = ລວມລາຍຮັບປັດຈຸບັນ ຂອງທຸກປະເພດໝັ້ນຄົງ ÷ ລວມລາຍຮັບປີກ່ອນ ຂອງປະເພດດຽວກັນ − 1
  • ແຜນທີ່ແນະນຳ ແມ່ນສຳລັບ ປີປັດຈຸບັນ + 1

ຕົວເລກອ້າງອີງ 5 ລະດັບ​

ລະດັບສູດ
ແບບລະມັດລະວັງລາຍຮັບໝັ້ນຄົງ (ບໍ່ເພີ່ມ) + ລາຍຮັບບໍ່ແນ່ນອນ ຄິດຕາມ ປີທີ່ຕ່ຳສຸດ ຂອງແຕ່ລະປະເພດ
ແບບເກັບໄດ້ເທົ່າເກົ່າລາຍຮັບລວມ ຄິດເປັນເຕັມປີ (ເກັບໄດ້ແລ້ວ ÷ ສ່ວນຂອງປີທີ່ຜ່ານໄປ). ຖ້າບໍ່ມີປີທີ່ບໍ່ຄົບ = ລາຍຮັບປີເຕັມຫຼ້າສຸດ
ແຜນທີ່ໜ້າຈະເປັນໄປໄດ້ລາຍຮັບໝັ້ນຄົງ × (1 + g) + ລາຍຮັບບໍ່ແນ່ນອນ ເທົ່າປັດຈຸບັນ
ແບບດີທີ່ສຸດລາຍຮັບໝັ້ນຄົງ × (1 + g) + ລາຍຮັບບໍ່ແນ່ນອນ ຄິດຕາມ ປີທີ່ສູງສຸດ ຂອງແຕ່ລະປະເພດ
ແບບເຕີບໂຕຕໍ່ເນື່ອງ (ອ້າງອີງ)ລາຍຮັບປີເຕັມຫຼ້າສຸດ × (1 + ອັດຕາເຕີບໂຕສະເລ່ຍຕໍ່ປີ)

ອັດຕາເຕີບໂຕສະເລ່ຍຕໍ່ປີ = (ລາຍຮັບປີເຕັມຫຼ້າສຸດ ÷ ລາຍຮັບປີເຕັມທຳອິດ) ^ (1 ÷ (ຈຳນວນປີເຕັມ − 1)) − 1

ຕົວຢ່າງ: 3 ປີເຕັມ, ປີທຳອິດ 7,384 ຕື້, ປີຫຼ້າສຸດ 14,636 ຕື້ → (14,636 ÷ 7,384) ^ (1 ÷ 2) − 1 ≈ 41% ຕໍ່ປີ → 14,636 × 1.41 ≈ 20,607 ຕື້.

caution

ຖ້າ ແບບເຕີບໂຕຕໍ່ເນື່ອງ ສູງກວ່າ ແບບເກັບໄດ້ເທົ່າເກົ່າ ເກີນ 25% ຈະມີຄຳເຕືອນ. ໃຊ້ຕົວເລກນີ້ເປັນອ້າງອີງເທົ່ານັ້ນ ເພາະມັນສົມມຸດວ່າ ລາຍຮັບຈະເຕີບໂຕໄວຄືເກົ່າທຸກປີ.

  • ລາຍຮັບທີ່ຄາດວ່າຈະເກັບໄດ້ = ແຜນທີ່ໜ້າຈະເປັນໄປໄດ້. ຊ່ວງ: ຈາກ ຄ່າຕ່ຳກວ່າ ລະຫວ່າງ ແບບເກັບໄດ້ເທົ່າເກົ່າ ກັບ ແຜນທີ່ໜ້າຈະເປັນໄປໄດ້, ຫາ ຄ່າສູງກວ່າ ລະຫວ່າງ ແບບດີທີ່ສຸດ ກັບ ແບບເກັບໄດ້ເທົ່າເກົ່າ
  • ລາຍຮັບທີ່ໝັ້ນຄົງ ແລະ ລາຍຮັບທີ່ບໍ່ແນ່ນອນ: ລາຍຊື່ປະເພດໃນແຕ່ລະກຸ່ມ
  • ແຜນທີ່ຜ່ານມາຕັ້ງໄວ້ລະມັດລະວັງພຽງໃດ: ແຜນ ÷ ຕົວຈິງ × 100 ແຕ່ລະປີເຕັມ. ປີປັດຈຸບັນ = ແຜນ ÷ ແບບເກັບໄດ້ເທົ່າເກົ່າ (ມີປ້າຍ ຄິດເປັນເຕັມປີ)

ຕາຕະລາງ "ຖ້າປີນີ້ຈົບແບບອື່ນ"​

ສະແດງເມື່ອປີນີ້ຍັງບໍ່ຄົບ. ບອກວ່າ ຖ້າເດືອນທີ່ເຫຼືອ ເກັບໄດ້ໄວ/ຊ້າ ຕ່າງກັນ ທ້າຍປີຈະເປັນແນວໃດ.

  • ສະເລ່ຍຕໍ່ເດືອນ = ລາຍຮັບມາເຖິງຕອນນີ້ ÷ (12 × ສ່ວນຂອງປີທີ່ຜ່ານໄປ)
  • ແຕ່ລະແຖວ ສົມມຸດວ່າເດືອນທີ່ເຫຼືອ ເກັບໄດ້ 100%, 75%, 50%, 25% ຫຼື 0% ຂອງສະເລ່ຍຕໍ່ເດືອນ
  • ທ້າຍປີ = ລາຍຮັບມາເຖິງຕອນນີ້ + ສະເລ່ຍຕໍ່ເດືອນ × ເດືອນທີ່ເຫຼືອ × ອັດຕາ
  • % ຂອງແຜນ = ທ້າຍປີ ÷ ແຜນ × 100
  • ທຽບກັບປີກ່ອນ = (ທ້າຍປີ ÷ ຕົວຈິງປີເຕັມຫຼ້າສຸດ − 1) × 100
  • ແຖວ ພໍດີກັບແຜນ (ສະແດງເມື່ອຍັງບໍ່ຮອດແຜນ): ອັດຕາທີ່ຕ້ອງການ = (ແຜນ − ຕົວຈິງ) ÷ (ສະເລ່ຍຕໍ່ເດືອນ × ເດືອນທີ່ເຫຼືອ)
  • ແຖວ 0% ຄື ຂັ້ນຕ່ຳ: ທ້າຍປີຈະບໍ່ຕ່ຳກວ່າ ລາຍຮັບທີ່ເກັບໄດ້ແລ້ວ

ຄຳແນະນຳໃນພາກນີ້:

ຂໍ້ສັງເກດເງື່ອນໄຂ
ລາຍຮັບທີ່ບໍ່ແນ່ນອນ ມີ X ຈາກ Y (Z%)ລາຍຮັບບໍ່ແນ່ນອນ ≥ 25% ຂອງແຜນທີ່ໜ້າຈະເປັນໄປໄດ້
ແບບເຕີບໂຕຕໍ່ເນື່ອງ ສູງກວ່າ ແບບເກັບໄດ້ເທົ່າເກົ່າ X%ສູງກວ່າເກີນ 25%
ລາຍຮັບ ... ປີນີ້ຄິດເປັນເຕັມປີ ຫຼຸດ X%ປະເພດບໍ່ແນ່ນອນທີ່ໃຫຍ່ສຸດ ທີ່ຫຼຸດລົງ ≥ 20% ທຽບກັບປີເຕັມຫຼ້າສຸດ
ແຜນປີນີ້ ຕ່ຳກວ່າແບບລະມັດລະວັງແຜນປີປັດຈຸບັນ ຕ່ຳກວ່າ ແບບລະມັດລະວັງ