Skip to main content

ລາຍການ ແລະ ການກອງໃບຄິດໄລ່ພາຫະນະ

ເປີດໜ້າລາຍການ​

ກົດ ພາຫະນະ ໃນເມນູດ້ານຊ້າຍ ແລ້ວເລືອກເມນູຍ່ອຍ ເຊັ່ນ ຂຶ້ນບັນຊີ (ງົບປະມານ). ແຕ່ລະເມນູສະແດງສະເພາະໃບຂອງປະເພດນັ້ນ.

ລາຍການໃບຂຶ້ນບັນຊີ

ແຕ່ລະແຖວແມ່ນໃບໜຶ່ງໃບ. ຕາຕະລາງສະແດງ ເລກທີ, ປະເພດ, ແຫຼ່ງທຶນ, ແຂວງ, ໝວດໝູ່ຄ່າທຳນຽມ, ເລກທີໃບຄິດໄລ່, ຄູ່ສັນຍາ (ເພື່ອຮັບໃຊ້, ຂື້ນກັບ, ເຊັນສັນຍາກັບ), ກຳນົດຈ່າຍ, ຜູ້ໃຊ້, ສະຖານະ ແລະ ມູນຄ່າ. ຕາຕະລາງກວ້າງ ໃຫ້ເລື່ອນໄປທາງຂວາເພື່ອເບິ່ງຄໍລຳທີ່ເຫຼືອ.

ຊອກຫາ ແລະ ກອງ​

ກົດແຖບ ຕົວກອງ ເພື່ອເປີດ.

ຕົວກອງ

ຕົວກອງໃຊ້ເພື່ອ
ຄົນຫາພິມເລກທີໃບຄິດໄລ່ ຫຼື ຊື່ຜູ້ຊຳລະ
ສະຖານະພາບກອງຕາມ ປົກກະຕິ, ຊຳລະແລ້ວ ຫຼື ຍົກເລີກ
ເລກທີໃບຄິດໄລ່ຫາຕາມເລກທີໃບຄິດໄລ່
ເລກທີຂາເຂົ້າຫາຕາມເລກທີຂາເຂົ້າ
ໝວດໝູ່ຄ່າທຳນຽມກອງຕາມປະເພດຄ່າທຳນຽມ
ແຂວງງົບປະມານກອງຕາມແຂວງ
ວັນຄົບກຳນົດຈາກ / ຖຶງເບິ່ງໃບທີ່ຄົບກຳນົດໃນຊ່ວງວັນທີ
ວັນທີຂາເຂົ້າຈາກ / ຖຶງເບິ່ງໃບຕາມວັນທີຂາເຂົ້າ
ວັນທີສ້າງຈາກ / ຖຶງເບິ່ງໃບຕາມວັນທີທີ່ສ້າງ

ເມນູ ສ້ອມແປງ ມີຕົວກອງຄືກັບເມນູໃນ ກວດຜ່ານເອກະສານສັນຍາ (ໃຊ້ເລກທີສັນຍາ ແທນເລກທີຂາເຂົ້າ).

ເມນູຂອງແຕ່ລະແຖວ​

ກົດ ⋮ ທ້າຍແຖວ ຈະເຫັນ ເບິ່ງ, ພິມ ແລະ ແກ້ໄຂ.

ເມນູແຖວ

ສົ່ງອອກ Excel​

ກົດ ສົ່ງອອກເປັນ Excel ເທິງຕາຕະລາງ. ລະບົບສົ່ງອອກລາຍການຕາມຕົວກອງທີ່ເລືອກໄວ້ ແລະ ສະແດງຄວາມຄືບໜ້າ. ລໍຖ້າຈົນໄຟລ໌ຖືກບັນທຶກ.

ບັນຫາທີ່ພົບ​

ອາການວິທີແກ້
ບໍ່ເຫັນໃບທີ່ຄາດວ່າຈະມີເປີດ ຕົວກອງ ກວດວ່າບໍ່ມີຕົວກອງຄ້າງໄວ້ ແລະ ກວດວ່າຢູ່ເມນູຍ່ອຍທີ່ຖືກຕ້ອງ
ບໍ່ເຫັນເມນູຍ່ອຍທີ່ຕ້ອງການບັນຊີຂອງທ່ານຍັງບໍ່ມີສິດ — ເບິ່ງ ສິດການໃຊ້ງານ