ສົ່ງໄອຍະການ ແລະ ສົ່ງສານ
ທຸກຂັ້ນຕອນເຮັດຈາກ ໜ້າລາຍລະອຽດຄະດີ. ຄະດີ ຂ້າມແຂວງບໍ່ໄດ້ ໄອຍະການ ແລະ ສານຈະເປັນຂອງແຂວງດຽວກັບຄະດີ.
ສົ່ງໄອຍະການ

ໃຜເຮັດໄດ້: ຕຳຫຼວດ. ຄະດີຕ້ອງເປັນ: ລໍຖ້າດຳເນີນການ ຫຼື ໄອຍາການສົ່ງຄືນຕຳຫຼວດ.
- ກົດ ສົ່ງໄອຍະການ
- ຕື່ມ ເລກທີ, ລົງວັນທີ, ໝາຍເຫດ ແລະ ແນບ ຄຳສັ່ງສົ່ງໄອຍາການ
- ຢືນຢັນ
ຜົນ: ສະຖານະເປັນ ສົ່ງໄອຍາການແລ້ວ.
ໄອຍະການສົ່ງຄືນຕຳຫຼວດ
ໃຊ້ເມື່ອຄະດີຕ້ອງແກ້ໄຂ.
- ເປີດຄະດີທີ່ ສົ່ງໄອຍາການແລ້ວ ແລ້ວກົດ ສົ່ງຄືນຕຳຫຼວດ
- ຂຽນ ເຫດຜົນ (ຢ່າງໜ້ອຍ 10 ຕົວອັກສອນ), ຕື່ມເລກທີ ແລະ ແນບ ຄຳສັ່ງສົ່ງຄືນຕຳຫຼວດ
- ຢືນຢັນ
ຜົນ: ສະຖານະເປັນ ໄອຍາການສົ່ງຄືນຕຳຫຼວດ. ຕຳຫຼວດແກ້ໄຂແລ້ວກົດ ສົ່ງໄອຍະການ ໃໝ່.
ສົ່ງສານ

ໃຜເຮັດໄດ້: ໄອຍະການ. ຄະດີຕ້ອງເປັນ: ສົ່ງໄອຍາການແລ້ວ ຫຼື ສານສົ່ງຄືນໄອຍາການ.
- ກົດ ສົ່ງສານ
- ຕື່ມເລກທີ, ວັນທີ ແລະ ແນບ ຄຳສັ່ງສົ່ງສານ
- ຢືນຢັນ
ຜົນ: ສະຖານະເປັນ ສົ່ງສານແລ້ວ.
ສານສົ່ງຄືນໄອຍະການ
- ເປີດຄະດີທີ່ ສົ່ງສານແລ້ວ ແລ້ວກົດ ສົ່ງຄືນໄອຍະການ
- ຂຽນ ເຫດຜົນ (ຢ່າງໜ້ອຍ 10 ຕົວອັກສອນ), ຕື່ມເລກທີ ແລະ ແນບ ຄຳສັ່ງສົ່ງຄືນໄອຍາການ
- ຢືນຢັນ
ຜົນ: ສະຖານະເປັນ ສານສົ່ງຄືນໄອຍາການ. ໄອຍະການແກ້ໄຂແລ້ວກົດ ສົ່ງສານ ໃໝ່.
note
ການສົ່ງກັບໄປມາ ປະຫວັດທຸກຄັ້ງຍັງຢູ່ໃນ ປະຫວັດການດຳເນີນຄະດີ.