ສິດການໃຊ້ງານໃບຄິດໄລ່ພາຫະນະ
ເມນູທີ່ທ່ານເຫັນຈະປ່ຽນຕາມ ສິດ ຂອງຕຳແໜ່ງທ່ານ. ຜູ້ດູແລລະບົບເປັນຜູ້ກຳນົດສິດ.
ສິດມີຫຍັງແດ່
ສິດຂອງເມນູ ພາຫະນະ ແຍກຢູ່ 3 ກຸ່ມໃນໜ້າຕັ້ງຄ່າສິດຕຳແໜ່ງ:
| ເມນູຍ່ອຍ | ສິດທີ່ຕ້ອງມີ | ຢູ່ກຸ່ມ |
|---|---|---|
| ຂຶ້ນບັນຊີ (ງົບປະມານ) ແລະ ຂຶ້ນບັນຊີ (ທຶນຊ່ວຍເຫຼືອ) | ຂື້ນບັນຊີພາຫະນະ | ໃບຄິດໄລ່ |
| ຈົດທະບຽນ (ງົບປະມານ) ແລະ ຈົດທະບຽນ (ທຶນຊ່ວຍເຫຼືອ) | ຈົດທະບຽນພາຫະນະ | ໃບຄິດໄລ່ |
| ສ້ອມແປງ (ງົບປະມານ) | ສ້ອມແປງ (ງົບປະມານ) | ກວດຜ່ານເອກະສານສັນຍາ |
| ສ້ອມແປງ (ທຶນຊ່ວຍເຫຼືອ) | ສ້ອມແປງ (ທືນຊ່ວຍເຫຼືອ) | ກວດຜ່ານເອກະສານສັນຍາ |
- ແຕ່ລະສິດເປັນຊ່ອງຕິກດຽວ. ຕຳແໜ່ງທີ່ມີສິດໃດ ຈະເຫັນເມນູຍ່ອຍນັ້ນເທົ່ານັ້ນ.
- ຖ້າຕຳແໜ່ງບໍ່ມີສິດໃດໃນຕາຕະລາງນີ້ ເມນູ ພາຫະນະ ຈະບໍ່ປາກົດເລີຍ.
- ບັນຊີທີ່ມີສິດ ເບິ່ງ, ສ້າງ, ແກ້ໄຂ ແລະ ພິມໃບຂອງເມນູນັ້ນໄດ້.
ຂໍສິດເພີ່ມ
ແຈ້ງຜູ້ດູແລລະບົບ ພ້ອມບອກຊື່ເມນູທີ່ຕ້ອງການ ເຊັ່ນ "ຂໍສິດ ຈົດທະບຽນພາຫະນະ". ຜູ້ດູແລຈະເປີດ ຕັ້ງຄ່າ → ຕຳແໜ່ງ ແລ້ວຕິກສິດໃຫ້ຕຳແໜ່ງຂອງທ່ານ. ຫຼັງຈາກນັ້ນໃຫ້ອອກຈາກລະບົບ ແລ້ວເຂົ້າໃໝ່.