ລາຍລະອຽດ, ແກ້ໄຂ ແລະ ພິມໃບຄິດໄລ່
ເບິ່ງລາຍລະອຽດ
ໃນໜ້າລາຍການ ກົດ ⋮ ທ້າຍແຖວ ແລ້ວເລືອກ ເບິ່ງ. ອີກວິທີ: ຫຼັງບັນທຶກໃບໃໝ່ ລະບົບເປີດໜ້ານີ້ໃຫ້ເອງ.

ສ່ວນເທິງສຸດ (ແຖບສີຟ້າ) ສະແດງເລກທີໃບ, ຊື່ຄູ່ສັນຍາ ແລະ ປ້າຍສະຖານະ ເຊັ່ນ ປົກກະຕິ, ສະກຸນເງິນ ແລະ ແຫຼ່ງທຶນ. ຖ້າເກີນວັນຄົບກຳນົດຈ່າຍ ຈະມີປ້າຍສີແດງ ເຊັ່ນ "ເກີນກຳນົດ 1401 ວັນ".
ຂ້າງລຸ່ມແບ່ງເປັນກ່ອງ:
| ກ່ອງ | ມີຫຍັງ |
|---|---|
| ຂໍ້ມູນໃບຄິດໄລ່ | ເລກທີໃບຄິດໄລ່, ແຫຼ່ງທຶນ, ຮ່ວງລາຍຮັບ, ໝວດໝູ່ຄ່າທຳນຽມ, ວັນຄົບກຳນົດຈ່າຍ, ສະຖານະ |
| ອອກໃຫ້ກັບ | ປະເພດ ແລະ ຊື່ຄູ່ສັນຍາ |
| ລວມ | ຄ່າຈົດທະບຽນ, ລວມຄ່າບໍລິການ, ຄ່າພິມຟອມ, ມູນຄ່າສັນຍາ, ລວມທັງໝົດ |
| ແຂວງ | ແຂວງງົບປະມານ, ແຂວງທີ່ອອກ, ວັນທີສ້າງ |
| ເອກະສານ | ເລກທີຂາເຂົ້າ, ວັນທີຂາເຂົ້າ, ອີງຕາມ |
| ລາຍການ | ຕາຕະລາງລາຍການຄ່າທຳນຽມ |
ກົດ ກັບ ເທິງຊ້າຍ ເພື່ອກັບໄປລາຍການ.
ແກ້ໄຂ
- ໃນໜ້າລາຍລະອຽດ ກົດປຸ່ມ ແກ້ໄຂ ເທິງຂວາ (ຫຼືກົດ ⋮ ທ້າຍແຖວໃນລາຍການ ແລ້ວເລືອກ ແກ້ໄຂ).
- ແກ້ຂໍ້ມູນໃນຟອມ ແກ້ໄຂໃບຄິດໄລ່ — ຟອມຄືກັບຕອນສ້າງ.
- ກົດ ບັນທຶກ. ຈະເຫັນຂໍ້ຄວາມ ແກ້ໄຂໃບຄິດໄລ່ສຳເລັດ.

caution
ໃບທີ່ມີສະຖານະ ຊຳລະແລ້ວ ແກ້ໄຂບໍ່ໄດ້ ປຸ່ມ ແກ້ໄຂ ຈະກົດບໍ່ໄດ້. ຖ້າເປີດໜ້າແກ້ໄຂຂອງໃບທີ່ຊຳລະແລ້ວ ຈະເຫັນຂໍ້ຄວາມວ່າແກ້ໄຂບໍ່ໄດ້ ແລະ ໃຫ້ກັບໄປໜ້າລາຍລະອຽດ.
ພິມ
- ໃນໜ້າລາຍລະອຽດ ກົດ ⋮ ເທິງຂວາ ແລ້ວເລືອກ ພິມ (ຫຼືກົດ ⋮ ທ້າຍແຖວໃນລາຍການ ແລ້ວເລືອກ ພິມ).
- ເລືອກເຄື່ອງພິມ ແລະ ກົດພິມ.
ໃບທີ່ພິມອອກມາມີ: ເລກທີ ແລະ ວັນທີ, ຂໍ້ຄວາມ ອີງຕາມ, ຊື່ຜູ້ທີ່ອອກໃຫ້, ຕາຕະລາງລາຍການ (ຄ່າທຳນຽມ, ຄ່າບໍລິການ, ຄ່າພິມຟອມ), ຍອດລວມ, ຈຳນວນເງິນເປັນຕົວອັກສອນ ແລະ ບ່ອນລົງລາຍເຊັນຂອງຫົວໜ້າພະແນກ ແລະ ຜູ້ຈັດທຳ.

ສົ່ງອອກ Excel
ເບິ່ງ ລາຍການ ແລະ ການກອງ.