ແກ້ໄຂ ແລະ ລຶບສັນຍາ
ແກ້ໄຂສັນຍາ
ສິດທີ່ຕ້ອງມີ: ແກ້ໄຂ
ສັນຍາທີ່ສະຖານະ ສຳເລັດແລ້ວ ແກ້ບໍ່ໄດ້ ແລະ ຈະບໍ່ມີປຸ່ມແກ້ໄຂ.
- ໃນລາຍການ ກົດ ⋮ ທ້າຍແຖວ ແລ້ວເລືອກ ແກ້ໄຂ (ຫຼືກົດ ແກ້ໄຂ ໃນໜ້າລາຍລະອຽດ).
- ແກ້ຂໍ້ມູນທີ່ຕ້ອງການ.
- ກົດບັນທຶກຢູ່ລຸ່ມສຸດຂອງໜ້າ.

ໜ້ານີ້ມີ 4 ສ່ວນ:
| ສ່ວນ | ແກ້ຫຍັງໄດ້ |
|---|---|
| ຂໍ້ມູນພື້ນຖານ | ໝວດໝູ່ຄ່າທຳນຽມ, ຄູ່ສັນຍາ (ເພີ່ມ ຫຼື ລຶບຝ່າຍໄດ້), ແຫຼ່ງທຶນ, ວັນທີຈົດທະບຽນ, ເນື້ອໃນ |
| ໃບຢັ້ງຢືນກວດຜ່ານ | ເລກທີ, ວັນທີ ແລະ ມູນຄ່າຈົດທະບຽນ |
| ຂໍ້ມູນການເງິນ | ສະກຸນເງິນ ແລະ ມູນຄ່າສັນຍາ |
| ການຊຳລະເງິນ | ໃບແຈ້ງມອບ, ໃບຮັບເງິນ, ຄ່າບໍລິການ, ຄ່າແບບພິມ |
ຊ່ອງທີ່ມີເຄື່ອງໝາຍ * ຕ້ອງໃສ່. ຖ້າລືມ ລະບົບຈະບອກຢູ່ຊ່ອງນັ້ນ.
ລຶບສັນຍາ
ສິດທີ່ຕ້ອງມີ: ລຶບ
ສັນຍາທີ່ສະຖານະ ສຳເລັດແລ້ວ ລຶບບໍ່ໄດ້.
- ໃນລາຍການ ກົດ ⋮ ທ້າຍແຖວ ແລ້ວເລືອກ ລຶບ.
- ລະບົບຖາມ "ທ່ານແນ່ໃຈບໍ່ວ່າຕ້ອງການລຶບສັນຍານີ້?".
- ກົດ ລຶບ ເພື່ອຢືນຢັນ ຫຼື ຍົກເລີກ ເພື່ອຢຸດ.

ກ່ອນລຶບ
ກວດໃຫ້ແນ່ໃຈວ່າເປັນສັນຍາທີ່ຕ້ອງການ. ຖ້າບໍ່ແນ່ໃຈ ໃຫ້ກົດ ຍົກເລີກ.