ສົ່ງ, ອະນຸມັດ ຫຼື ປະຕິເສດແຜນ
ສົ່ງແຜນໃຫ້ອະນຸມັດ
ໃຜເຮັດໄດ້: ຜູ້ທີ່ມີສິດ ແກ້ໄຂ.
- ເປີດແຜນທີ່ເປັນ ຮ່າງ
- ໃນກ່ອງ ຂັ້ນຕອນຕໍ່ໄປ ກົດ ສົ່ງແຜນ
- ລະບົບຖາມຢືນຢັນ ກົດ ສົ່ງແຜນ ອີກຄັ້ງ

ຜົນ: ແຜນປ່ຽນເປັນ ລໍຖ້າອະນຸມັດ. ເມື່ອສົ່ງແລ້ວ ແກ້ໄຂບໍ່ໄດ້ ຈົນກວ່າແຜນຈະຖືກປະຕິເສດ.

ຜູ້ສ້າງແຜນຈະເຫັນຂໍ້ຄວາມບອກວ່າ ກຳລັງລໍຖ້າຜູ້ມີສິດອະນຸມັດ.
ຖ້າແຜນຍັງບໍ່ມີລົດ ຫຼື ລົດບາງຄັນຍັງບໍ່ມີລາຍລະອຽດການສ້ອມແປງ ລະບົບຈະບໍ່ໃຫ້ສົ່ງ ແລະ ບອກວ່າຂາດຫຍັງ.
ອະນຸມັດແຜນ
ໃຜເຮັດໄດ້: ຜູ້ທີ່ມີສິດ ອະນຸມັດ. ຜູ້ສ້າງແຜນທີ່ມີສິດນີ້ ກໍອະນຸມັດແຜນຂອງຕົນເອງໄດ້.
- ເຂົ້າ ລາຍການແຜນ ກົດແຖບ ລໍຖ້າອະນຸມັດ
- ເປີດແຜນ ແລະ ກວດຂໍ້ມູນລົດ ກັບ ລາຍການສ້ອມແປງ
- ກົດ ອະນຸມັດແຜນ

- ກອກຂໍ້ມູນໃນໜ້າຕ່າງທີ່ເດັ້ງຂຶ້ນມາ

| ຊ່ອງ | ໃຫ້ກອກຫຍັງ |
|---|---|
| ເລກທີອ້າງອີງ * | ເລກທີຂອງເອກະສານທີ່ໃຊ້ອະນຸມັດ |
| ວັນທີອ້າງອີງ * | ວັນທີຂອງເອກະສານ |
| ໝາຍເຫດ | ຂໍ້ຄວາມເພີ່ມເຕີມ |
| ເອກະສານແນບ (ຖ້າມີ) | ແນບໄຟລ໌ (ບໍ່ບັງຄັບ, ບໍ່ເກີນ 10 MB) |
ວັນທີຕ້ອງບໍ່ເປັນມື້ໃນອະນາຄົດ ແລະ ຕ້ອງບໍ່ກ່ອນວັນທີທີ່ສົ່ງແຜນ. ຖ້າບໍ່ຖືກ ຈະເຫັນຂໍ້ຄວາມ ວັນທີຕ້ອງບໍ່ກ່ອນວັນທີສົ່ງແຜນ ຫຼື ວັນທີຕ້ອງບໍ່ເກີນມື້ນີ້ ໃຕ້ຊ່ອງວັນທີ.
- ກົດ ອະນຸມັດແຜນ
ເທິງສຸດຂອງໜ້າຕ່າງມີກ່ອງບອກຜົນທີ່ຈະເກີດ: ແຜນຈະເປັນ "ກຳລັງສ້ອມແປງ" ແລະ ລາຍການລົດແກ້ໄຂບໍ່ໄດ້ອີກ.
ຜົນ: ແຜນປ່ຽນເປັນ ກຳລັງສ້ອມແປງ. ຈາກນັ້ນເລີ່ມ ຈັດການວຽກສ້ອມແປງ ແລະ ບັນທຶກການກວດວຽກ ໄດ້.

ປະຕິເສດແຜນ
ໃຊ້ເມື່ອແຜນຕ້ອງແກ້ໄຂກ່ອນ.
ໃຜເຮັດໄດ້: ຜູ້ທີ່ມີສິດ ອະນຸມັດ.
- ເປີດແຜນທີ່ ລໍຖ້າອະນຸມັດ
- ກົດ ປະຕິເສດ
- ກອກຂໍ້ມູນ

| ຊ່ອງ | ໃຫ້ກອກຫຍັງ |
|---|---|
| ເລກທີອ້າງອີງ * | ເລກທີຂອງເອກະສານ |
| ວັນທີອ້າງອີງ * | ວັນທີຂອງເອກະສານ |
| ເຫດຜົນ * | ອະທິບາຍໃຫ້ຊັດເຈນ (ຢ່າງໜ້ອຍ 10 ຕົວອັກສອນ) |
| ເອກະສານແນບ (ຖ້າມີ) | ແນບໄຟລ໌ (ບໍ່ບັງຄັບ) |
- ກົດ ປະຕິເສດ
ຜົນ: ແຜນປ່ຽນເປັນ ຖືກປະຕິເສດ ແລະ ກັບໄປຫາຜູ້ສ້າງເພື່ອແກ້ໄຂ. ຜູ້ສ້າງຈະເຫັນເຫດຜົນທັນທີ.
ເມື່ອແຜນຖືກປະຕິເສດ
ຜູ້ສ້າງແຜນຈະເຫັນ ຂັ້ນຕອນ ລໍຖ້າອະນຸມັດ ເປັນສີແດງ ຂຽນ ຖືກປະຕິເສດ ແລະ ເຫັນຜູ້ປະຕິເສດ, ວັນເວລາ ແລະ ເຫດຜົນ ຢູ່ໃຕ້ແຖບຂັ້ນຕອນ.

ມີ 2 ທາງ:
| ປຸ່ມ | ໃຊ້ເມື່ອ |
|---|---|
| ແກ້ໄຂ ແລ້ວສົ່ງໃໝ່ | ຕ້ອງແກ້ຂໍ້ມູນຕາມເຫດຜົນ ກ່ອນສົ່ງອີກຄັ້ງ |
| ສົ່ງໃໝ່ເລີຍ | ບໍ່ຕ້ອງແກ້ຂໍ້ມູນ ສົ່ງແຜນເດີມອີກຄັ້ງໄດ້ເລີຍ |
- ອ່ານເຫດຜົນ
- ກົດ ແກ້ໄຂ ແລ້ວສົ່ງໃໝ່
- ແກ້ຂໍ້ມູນຕາມເຫດຜົນ ຜ່ານ 3 ຂັ້ນຕອນຄືເກົ່າ ແລ້ວກົດ ສົ່ງແຜນ
ຖ້າໃຊ້ ສົ່ງໃໝ່ເລີຍ ລະບົບຈະຖາມຢືນຢັນຄືກັບການສົ່ງແຜນປົກກະຕິ.
ຍົກເລີກແຜນ
ໃຊ້ເມື່ອບໍ່ຕ້ອງການດຳເນີນແຜນນີ້ອີກ. ເຮັດໄດ້ຕອນແຜນ ລໍຖ້າອະນຸມັດ ຫຼື ກຳລັງສ້ອມແປງ.
ໃຜເຮັດໄດ້: ຜູ້ທີ່ມີສິດ ອະນຸມັດ.
- ກົດ ຍົກເລີກແຜນ
- ຂຽນ ເຫດຜົນ (ຢ່າງໜ້ອຍ 10 ຕົວອັກສອນ). ເລກທີອ້າງອີງ ແລະ ວັນທີ ບໍ່ບັງຄັບ
- ກົດ ຍົກເລີກແຜນ

ໜ້າຕ່າງບອກຜົນກ່ອນ: ແຜນຈະຖືກຍົກເລີກຖາວອນ ແລະ ເປີດຄືນບໍ່ໄດ້. ການກວດວຽກທີ່ເຮັດແລ້ວຍັງຢູ່ໃນປະຫວັດ.
ຜົນ: ແຜນປ່ຽນເປັນ ຍົກເລີກ ແລະ ແກ້ໄຂຕໍ່ບໍ່ໄດ້. ໜ້າແຜນບອກຜູ້ຍົກເລີກ, ວັນເວລາ ແລະ ເຫດຜົນ.
