Skip to main content

ສ້າງໃບຄິດໄລ່ອື່ນໆ

ສິດທີ່ຕ້ອງມີ: ໃບຄິດໄລ່ອື່ນໆ

ເລີ່ມສ້າງ​

  1. ກົດ ໃບຄິດໄລ່ ໃນເມນູດ້ານຊ້າຍ ແລ້ວກົດ ໃບຄິດໄລ່ອື່ນໆ.
  2. ກົດປຸ່ມ ສ້າງໃບຄິດໄລ່ ເທິງຂວາ.

ໜ້າຟອມມີ 4 ສ່ວນ. ຊ່ອງທີ່ມີເຄື່ອງໝາຍ * ຕ້ອງໃສ່.

ຟອມສ້າງໃບຄິດໄລ່ ຍັງເປົ່າ

1. ຂໍ້ມູນຫົວ​

  1. ປະເພດຄູ່ຮ່ວມ — ເລືອກ ບຸກຄົນ, ນິຕິບຸກຄົນ ຫຼື ລັດຖະບານ.
  2. ຊື່ຄູ່ຮ່ວມ — ຜູ້ທີ່ໃບຄິດໄລ່ອອກໃຫ້.
    • ຖ້າເລືອກ ບຸກຄົນ ໃຫ້ພິມຊື່ໃສ່ຊ່ອງ.
    • ຖ້າເລືອກ ນິຕິບຸກຄົນ ໃຫ້ເລືອກຈາກລາຍການ. ຖ້າຍັງບໍ່ມີໃນລາຍການ ກົດ + ຂ້າງຊ່ອງເພື່ອເພີ່ມໃໝ່.
    • ຖ້າອອກໃຫ້ຫຼາຍຄົນ ກົດ ເພີ່ມຄູ່ຮ່ວມ.
  3. ວັນຄົບກຳນົດຈ່າຍ — ວັນທີ່ຕ້ອງຊຳລະ.
  4. ສະກຸນເງິນ — ກີບ, ບາດ, ໂດລາ ຫຼື ຢວນ.
  5. ແຫຼ່ງທຶນ — ງົບປະມານ, ທຶນຊ່ວຍເຫຼືອ, ທຶນກູ້ຢືມ, ເອກະສານບໍ່ມີມູນຄ່າ ຫຼື ງົບປະມານຂອງບຸກຄົນ/ນິຕິບຸກຄົນ.
  6. ແຂວງທີ່ອອກ ແລະ ແຂວງງົບປະມານ — ລະບົບໃສ່ໃຫ້ແລ້ວ. ແຂວງງົບປະມານປ່ຽນໄດ້.
  7. ເລກທີຂາເຂົ້າ ແລະ ວັນທີຂາເຂົ້າ — ເລກທີ ແລະ ວັນທີຂອງເອກະສານທີ່ຜູ້ຂໍບໍລິການສົ່ງເຂົ້າມາ (ບໍ່ບັງຄັບ).

2. ອີງຕາມ​

ເປັນຂໍ້ຄວາມກົດໝາຍທີ່ຈະພິມໃນໃບຄິດໄລ່. ລະບົບໃສ່ ອີງຕາມ 1 ແລະ ອີງຕາມ 2 ໃຫ້ແລ້ວ.

  • ແກ້ຂໍ້ຄວາມໄດ້ໂດຍກົດໃສ່ຊ່ອງ.
  • ກົດ ເພີ່ມອີງຕາມ ເພື່ອເພີ່ມແຖວ.
  • ກົດຮູບຖັງຂີ້ເຫຍື້ອທາງຂວາ ເພື່ອລຶບແຖວ.

3. ລາຍການ​

  1. ຮ່ວງລາຍຮັບ — ລະບົບໃສ່ ຄ່າຈົດທະບຽນ ເອກະສານ ອື່ນໆ ໃຫ້ແລ້ວ.
  2. ໝວດໝູ່ຄ່າທຳນຽມ — ເລືອກປະເພດຄ່າທຳນຽມ.
  3. ໃນແຖວລາຍການ:
    • ເນື້ອໃນຈົດທະບຽນ — ໃສ່ຂໍ້ຄວາມວ່າຈົດທະບຽນເລື່ອງຫຍັງ.
    • ຄ່າຈົດທະບຽນ — ໃສ່ຈຳນວນເງິນ ຫຼື ກົດປຸ່ມຮູບລາຍການທາງຂວາຂອງຊ່ອງ ເພື່ອ ເລືອກລາຄາ ຈາກລາຄາທີ່ກຳນົດໄວ້.
    • ຄ່າບໍລິການ — ລະບົບໃສ່ 20,000 ໃຫ້. ແກ້ໄດ້.
  4. ຖ້າມີຫຼາຍລາຍການ ກົດ ເພີ່ມແຖວ.

4. ລວມ​

  • ຄ່າພິມຟອມ — ລະບົບໃສ່ 10,000 ໃຫ້. ແກ້ໄດ້.
  • ມູນຄ່າສັນຍາ — ໃສ່ເມື່ອຕ້ອງການສະແດງມູນຄ່າສັນຍາໃນໃບ.
  • ລວມຄ່າບໍລິການ ແລະ ລວມທັງໝົດ ລະບົບຄິດໃຫ້ເອງ.

ຟອມທີ່ກອກແລ້ວ

ບັນທຶກ​

ກົດ ບັນທຶກ. ຖ້າສຳເລັດ ຈະເຫັນຂໍ້ຄວາມ ສ້າງໃບຄິດໄລ່ ... ສຳເລັດ ແລະ ເປີດໜ້າລາຍລະອຽດຂອງໃບນັ້ນ.

ສ້າງສຳເລັດ

ກົດ ກັບ ຖ້າຕ້ອງການອອກໂດຍບໍ່ບັນທຶກ.

ເມື່ອບັນທຶກແລ້ວ ລະບົບສ້າງສັນຍາໃນເມນູ ຈົດທະບຽນສັນຍາ ຢູ່ສະຖານະ ລໍຖ້າອະນຸມັດ ໃຫ້ເອງ — ເບິ່ງ ຈົດທະບຽນສັນຍາ.

ບັນຫາທີ່ພົບ​

ອາການວິທີແກ້
ກົດບັນທຶກແລ້ວບໍ່ໄປຕໍ່ກວດວ່າໃສ່ຊ່ອງທີ່ມີ * ຄົບແລ້ວ
ກົດປຸ່ມ ເລືອກລາຄາ ບໍ່ໄດ້ຕ້ອງເລືອກ ໝວດໝູ່ຄ່າທຳນຽມ ກ່ອນ
ບໍ່ເຫັນເມນູ ໃບຄິດໄລ່ອື່ນໆບັນຊີຍັງບໍ່ມີສິດ — ເບິ່ງ ສິດການໃຊ້ງານ