Skip to main content

ໃບອະນຸຍາດຈຳໜ່າຍ

ສິດທີ່ຕ້ອງມີ: ເບິ່ງ. ເພີ່ມ ແລະ ແກ້ໄຂຕ້ອງມີສິດ ເພີ່ມ, ແກ້ໄຂ. ອະນຸມັດ ແລະ ປ່ຽນສະຖານະຕ້ອງມີສິດ ອະນຸມັດ. ເບິ່ງ ສິດການໃຊ້ງານ.

ໃບອະນຸຍາດຈຳໜ່າຍ ອະນຸຍາດໃຫ້ບໍລິສັດຂາຍແຮ່ຕາມແຜນ ໃນຊ່ວງວັນທີທີ່ກຳນົດ ແລະ ຈຳນວນທີ່ກຳນົດ. ໃບອະນຸຍາດຕ້ອງຜູກກັບ ແຜນປະຈຳປີ ທີ່ ກຳລັງນຳໃຊ້.

ເປີດໜ້າລາຍການ​

ກົດ ຄຸ້ມຄອງສະຖິຕິການຈຳໜ່າຍຊັບພະຍາກອນ ແລ້ວກົດ ໃບອະນຸຍາດຈຳໜ່າຍ.

ລາຍການໃບອະນຸຍາດຈຳໜ່າຍ

ຕາຕະລາງບອກ ເລກທີໃບອະນຸຍາດ, ບໍລິສັດ, ແຜນປະຈຳປີ, ແຮ່ທາດ, ນ້ຳໜັກຄົງເຫຼືອ / ນ້ຳໜັກ, ວັນທີເລີ່ມ – ສິ້ນສຸດ, ສະຖານະ ແລະ ປະເພດການຂາຍ (ພາຍໃນ ຫຼື ສົ່ງອອກ).

ຊ່ອງຄົ້ນຫາ ແລະ ກອງ: ຄົ້ນຫາດ້ວຍເລກທີ, ບໍລິສັດ, ເລກສັນຍາ ຫຼື ເລກອ້າງອີງ; ກອງຕາມ ສະຖານະ, ປະເພດການຂາຍ, ບໍລິສັດ, ແຜນປະຈຳປີ, ແຮ່ທາດ ແລະ ຊ່ວງ ວັນທີເລີ່ມ / ວັນທີສິ້ນສຸດ. ປຸ່ມ ສົ່ງອອກ Excel ເອົາລາຍການອອກເປັນໄຟລ໌.

ສະຖານະຂອງໃບອະນຸຍາດ​

ສະຖານະຄວາມໝາຍ
ຮ່າງຍັງຂຽນຢູ່
ລໍຖ້າອະນຸມັດສົ່ງແລ້ວ ລໍຖ້າຜູ້ອະນຸມັດ
ອະນຸມັດແລ້ວອະນຸມັດແລ້ວ ລໍຖ້າເປີດນຳໃຊ້
ກຳລັງນຳໃຊ້ໃຊ້ງານຢູ່ ອອກໃບແຈ້ງ ແລະ ໃບເຄື່ອນຍ້າຍໄດ້
ສຳເລັດຂາຍຄົບ ຫຼື ປິດແລ້ວ
ໝົດອາຍຸເກີນວັນທີສິ້ນສຸດແລ້ວ
ໂຈະຢຸດຊົ່ວຄາວ
ຖືກປະຕິເສດ, ຍົກເລີກບໍ່ດຳເນີນຕໍ່

ອອກໃບອະນຸຍາດ​

ມີສອງທາງ:

  • ເປີດແຜນທີ່ ກຳລັງນຳໃຊ້ ແລ້ວກົດ ອອກໃບອະນຸຍາດ (ລະບົບເອົາບໍລິສັດ ແລະ ແຜນມາໃສ່ໃຫ້).
  • ກົດ ເພີ່ມໃບອະນຸຍາດ ເທິງຂວາຂອງລາຍການ ແລ້ວເລືອກແຜນເອງ.

ເພີ່ມໃບອະນຸຍາດ

ເລກທີໃບອະນຸຍາດ ລະບົບໃຫ້ເອງ (ເຫັນເລກທີ່ຄາດໄວ້ຢູ່ເທິງຫົວໜ້າ). ໃນຊ່ອງ ແຜນປະຈຳປີ ເລືອກໄດ້ສະເພາະແຜນທີ່ກຳລັງນຳໃຊ້. ປ້ອນຂໍ້ມູນເປັນຫົວຂໍ້:

  • ຂໍ້ມູນທົ່ວໄປ: ແຜນປະຈຳປີ, ບໍລິສັດ (ຈຳເປັນ), ປະເພດການຂາຍ, ເລກທີອ້າງອີງ, ລົງວັນທີ, ຄັ້ງທີ, ເລກສັນຍາ, ວັນທີສັນຍາ, ບໍລິສັດຕົວແທນ, ວັນທີເລີ່ມ ແລະ ວັນທີສິ້ນສຸດ (ຈຳເປັນ), ເງື່ອນໄຂ.
  • ແຮ່ທາດ: ເລືອກແຮ່, ຫົວໜ່ວຍ, ນ້ຳໜັກ (ຈຳເປັນ), ຄຸນນະພາບ, ຄວາມຊຸ່ມ, ລະຫັດ HS, ຂະໜາດເມັດ. ກົດ ເພີ່ມແຮ່ທາດ ຖ້າມີຫຼາຍຊະນິດ.
  • ເສັ້ນທາງ ແລະ ພິກັດ: ຈຸດຕົ້ນທາງ, ຈຸດປາຍທາງ, ເສັ້ນທາງຂົນສົ່ງ ແລະ ດ່ານກວດກາ. ເລືອກຕຳແໜ່ງໃນແຜນທີ່ໄດ້.

ກົດ ບັນທຶກ ໃບອະນຸຍາດຈະເກີດຂຶ້ນ.

tip

ວັນທີຂອງໃບອະນຸຍາດຄວນຢູ່ໃນຊ່ວງວັນທີຂອງແຜນ ແລະ ນ້ຳໜັກບໍ່ຄວນເກີນປະລິມານໃນແຜນ.

ເບິ່ງລາຍລະອຽດ​

ກົດໄອຄອນຮູບຕາ ທ້າຍແຖວ.

ລາຍລະອຽດໃບອະນຸຍາດ

ໜ້ານີ້ມີ:

  • ແຖວຂັ້ນຕອນ ຮ່າງ → ລໍຖ້າອະນຸມັດ → ອະນຸມັດແລ້ວ → ກຳລັງນຳໃຊ້ → ສຳເລັດ. ສະຖານະ ໝົດອາຍຸ ແລະ ໂຈະ ຢູ່ນອກເສັ້ນທາງຫຼັກ ແລະ ມີຂໍ້ຄວາມບອກ.
  • ສະຖິຕິ: ຈຳນວນໃບແຈ້ງ, ຄ່າຊັບພະຍາກອນລວມ, ຊຳລະແລ້ວ, ຄ້າງຊຳລະ, ຈຳນວນໃບເຄື່ອນຍ້າຍ ແລະ ມື້ຄົງເຫຼືອກ່ອນໝົດອາຍຸ.
  • ແຮ່ທາດ: ນ້ຳໜັກທັງໝົດ, ນ້ຳໜັກທີ່ໃຊ້ແລ້ວ ແລະ ນ້ຳໜັກຄົງເຫຼືອ.
  • ເສັ້ນທາງ ແລະ ພິກັດ, ດ່ານກວດກາ ແລະ ປະຫວັດການດຳເນີນການ.
  • ປຸ່ມ ໃບແຈ້ງຂອງໃບອະນຸຍາດນີ້ ແລະ ໃບເຄື່ອນຍ້າຍຂອງໃບອະນຸຍາດນີ້ ຢູ່ມຸມຂວາເທິງ ເພື່ອໄປເບິ່ງເອກະສານທີ່ຜູກກັບໃບນີ້.

ປ່ຽນສະຖານະ​

ຜູ້ມີສິດອະນຸມັດ ກົດ ⋮ ແລ້ວເລືອກ ປ່ຽນສະຖານະ. ໃບອະນຸຍາດທີ່ ກຳລັງນຳໃຊ້ ປ່ຽນເປັນ ໂຈະ, ສຳເລັດ ຫຼື ຍົກເລີກ ໄດ້. ເລືອກ ສະຖານະໃໝ່ ແລ້ວພິມ ໝາຍເຫດ. ການ ໂຈະ ແລະ ຍົກເລີກ ຕ້ອງພິມໝາຍເຫດຢ່າງໜ້ອຍ 10 ຕົວອັກສອນ.

ກ່ອງປ່ຽນສະຖານະ

ເມນູປ່ຽນສະຖານະ

ການ ສຳເລັດ ແລະ ຍົກເລີກ ຈະເປັນສີເທົາ ຖ້າໃບອະນຸຍາດຍັງມີໃບແຈ້ງຄ່າທີ່ຍັງບໍ່ຊຳລະ, ຫຼື ຍັງມີໃບເຄື່ອນຍ້າຍທີ່ກຳລັງຂົນສົ່ງ. ເອົາເມົ້າວາງເທິງເມນູ ເພື່ອເບິ່ງເຫດຜົນ. ໃບອະນຸຍາດທີ່ ສຳເລັດ ແລ້ວ ບໍ່ມີເມນູນີ້.