Skip to main content

ເພີ່ມຄະດີ

ໃຜເຮັດໄດ້: ຜູ້ທີ່ມີສິດເພີ່ມຄະດີ (ປົກກະຕິແມ່ນຕຳຫຼວດ).

ເພີ່ມຄະດີໃໝ່​

ແບບຟອມເພີ່ມຄະດີ

  1. ໃນ ລາຍການຄະດີ ກົດ ເພີ່ມຄະດີ
  2. ຕື່ມ ຂໍ້ມູນຄະດີ
ຊ່ອງໃຫ້ກອກຫຍັງ
ຄະດີເລກທີປ່ອຍວ່າງໄດ້ ລະບົບສ້າງເລກໃຫ້
ຂໍ້ຫາ/ລາຍລະອຽດລາຍລະອຽດຄະດີ
ຜູ້ຖືກດຳເນີນຄະດີພິມຊື່ແລ້ວກົດ Enter, ເພີ່ມໄດ້ຫຼາຍຄົນ ຫຼື ປ່ອຍວ່າງ
ວັນທີດຳເນີນການວັນທີດຳເນີນຄະດີ
ປະເພດຄະດີຄະດີສຳນັກງານ ຫຼື ຄະດີລົງສະໜາມ
  1. ກົດ ເພີ່ມຊັບສິນ ແລ້ວເລືອກ ໝວດຊັບສິນ ແລະ ປະເພດຍ່ອຍ
  2. ຕື່ມຂໍ້ມູນຫຼັກ: ຈຳນວນ, ມູນຄ່າ, ຍີ່ຫໍ້, ຮຸ່ນ, ສີ, ສາງ, ໝາຍເຫດ
  3. ຕື່ມ ຂໍ້ມູນສະເພາະປະເພດຊັບສິນ ຕາມທີ່ລະບົບສະແດງ ເຊັ່ນ:
ໝວດຂໍ້ມູນສະເພາະ
ພາຫະນະເລກທະບຽນ, ເລກເຄື່ອງຍັນ, ເລກຖັງນ້ຳມັນ, ສະພາບລົດ
ທີ່ດິນເນື້ອທີ່, ແຂວງ, ເມືອງ, ບ້ານ, ເລກທີ່ດິນ
ບັນຊີທະນາຄານຊື່ບັນຊີ, ເລກບັນຊີ, ທະນາຄານ, ຈຳນວນເງິນ, ສະກຸນເງິນ
ວັດຖຸມີຄ່າ, ເຄື່ອງຈັກ, ອາວຸດ, ເຄື່ອງມືເອເລັກໂຕຼນິກຂໍ້ມູນຕາມປະເພດ

ຖ້າຂາດຂໍ້ມູນທີ່ຈຳເປັນ ລະບົບຈະສະແດງ ຂາດຂໍ້ມູນ ໃຫ້ກວດ.

  1. ກົດບັນທຶກ ແລ້ວຢືນຢັນໃນໜ້າຕ່າງ ຢືນຢັນການສ້າງຄະດີ

ຜົນ:

  • ຄະດີສຳນັກງານ: ສະຖານະເປັນ ລໍຖ້າດຳເນີນການ
  • ຄະດີລົງສະໜາມ: ສະຖານະເປັນ ຍຶດເປັນຂອງລັດແລ້ວ
note

ແຂວງຂອງຄະດີຖືກກຳນົດຕາມແຂວງຂອງບັນຊີທ່ານ ແລະ ປ່ຽນບໍ່ໄດ້.

ແກ້ໄຂຄະດີ​

  1. ເປີດຄະດີ ແລ້ວກົດ ແກ້ໄຂ
  2. ແກ້ໄຂຂໍ້ມູນ ແລ້ວບັນທຶກ
warning

ແກ້ໄຂໄດ້ສະເພາະຄະດີທີ່ຍັງບໍ່ເລີ່ມຂັ້ນຕອນ. ເມື່ອຄະດີຖືກສົ່ງຕໍ່ແລ້ວ ຈະເຫັນ ຄະດີນີ້ດຳເນີນການຕາມຂັ້ນຕອນແລ້ວ ຈຶ່ງບໍ່ສາມາດແກ້ໄຂໄດ້.