Skip to main content

ສິດການໃຊ້ງານ

ປຸ່ມ ແລະ ເມນູທີ່ທ່ານເຫັນຈະປ່ຽນຕາມ ສິດ ຂອງຕຳແໜ່ງທ່ານ. ຜູ້ດູແລລະບົບເປັນຜູ້ກຳນົດສິດ.

ສິດມີຫຍັງແດ່​

ສິດເຮັດຫຍັງໄດ້
ເບິ່ງເປີດລາຍການ ແລະ ລາຍລະອຽດ, ກອງຂໍ້ມູນ, ສົ່ງອອກ Excel, ພິມເອກະສານ
ເພີ່ມສ້າງເອກະສານໃໝ່ ເຊັ່ນ ແຜນ, ໃບອະນຸຍາດ, ໃບແຈ້ງ, ໃບເຄື່ອນຍ້າຍ ແລະ ເພີ່ມບໍລິສັດ
ແກ້ໄຂແກ້ຂໍ້ມູນ, ສົ່ງຂໍອະນຸມັດ, ຍົກເລີກເອກະສານທີ່ຍັງເປັນຮ່າງ
ອະນຸມັດອະນຸມັດ, ປະຕິເສດ, ເປີດນຳໃຊ້, ປິດແຜນ, ບັນທຶກການຊຳລະ
ລຶບລຶບເອກະສານ

ສິດ ເບິ່ງ ຈຳເປັນກ່ອນສິດອື່ນ. ຖ້າບໍ່ມີ ທ່ານຈະບໍ່ເຫັນເມນູນີ້ເລີຍ. ສິດຂອງແຕ່ລະໜ້າ (ບໍລິສັດ, ແຜນ, ໃບອະນຸຍາດ, ໃບແຈ້ງ, ໃບເຄື່ອນຍ້າຍ) ແຍກກັນ.

ຕາຕະລາງສະຫຼຸບ​

✔ = ເຮັດໄດ້, ✘ = ເຮັດບໍ່ໄດ້. ກວດຈາກບັນຊີທົດສອບແຕ່ລະສິດ ໃນລະບົບທົດລອງ ວັນທີ 08/11/2026.

ເຮັດຫຍັງຜູ້ເບິ່ງຂໍ້ມູນເຈົ້າໜ້າທີ່ຜູ້ອະນຸມັດຜູ້ຈັດການ
ເບິ່ງລາຍການ, ລາຍລະອຽດ, ສົ່ງອອກ Excel✔✔✔✔
ເພີ່ມແຜນ, ໃບອະນຸຍາດ, ໃບແຈ້ງ, ໃບເຄື່ອນຍ້າຍ, ບໍລິສັດ✘✔✘✔
ແກ້ໄຂຂໍ້ມູນ✘✔✘✔
ສົ່ງຂໍອະນຸມັດ✘✔✘✔
ອະນຸມັດ, ປະຕິເສດ, ເປີດນຳໃຊ້, ປິດແຜນ✘✘✔✔
ລຶບ✘✘✘✔

ແຕ່ລະບັນຊີເຫັນຫຍັງ​

ຕົວຢ່າງລຸ່ມນີ້ເປັນແຜນທີ່ ລໍຖ້າອະນຸມັດ.

ຜູ້ເບິ່ງຂໍ້ມູນ​

ເບິ່ງໄດ້ຢ່າງດຽວ. ບໍ່ມີປຸ່ມ ເພີ່ມ ແລະ ບໍ່ມີປຸ່ມແກ້ໄຂ. ຂັ້ນຕໍ່ໄປບອກວ່າ "ຕ້ອງມີສິດອະນຸມັດ".

ຜູ້ເບິ່ງຂໍ້ມູນ ເຫັນແຜນ

ເຈົ້າໜ້າທີ່​

ເພີ່ມ ແລະ ແກ້ໄຂໄດ້ ແຕ່ອະນຸມັດບໍ່ໄດ້. ໃນລາຍການແຜນ ມີປຸ່ມ ເພີ່ມແຜນ ແລະ ໄອຄອນແກ້ໄຂ.

ເຈົ້າໜ້າທີ່ ເຫັນລາຍການແຜນ

ເມື່ອແຜນລໍຖ້າອະນຸມັດ ເຈົ້າໜ້າທີ່ເຫັນຂໍ້ຄວາມວ່າ ຕ້ອງໃຫ້ຜູ້ອະນຸມັດເປັນຄົນເຮັດຕໍ່.

ເຈົ້າໜ້າທີ່ ເຫັນແຜນທີ່ລໍຖ້າອະນຸມັດ

ຜູ້ອະນຸມັດ​

ເຫັນປຸ່ມ ອະນຸມັດ ແລະ ປຸ່ມ ⋮ ສຳລັບປະຕິເສດ. ແກ້ໄຂ ແລະ ເພີ່ມບໍ່ໄດ້.

ຜູ້ອະນຸມັດ ເຫັນປຸ່ມອະນຸມັດ

ຜູ້ຈັດການ​

ເຮັດໄດ້ທຸກຢ່າງ ລວມທັງລຶບ.

ຜູ້ຈັດການ ເຫັນແຜນທີ່ລໍຖ້າອະນຸມັດ

ເມື່ອປຸ່ມທີ່ຕ້ອງການບໍ່ມີ​

ໝາຍຄວາມວ່າບັນຊີຂອງທ່ານຍັງບໍ່ມີສິດ. ແຈ້ງຜູ້ດູແລລະບົບ ພ້ອມບອກວ່າຕ້ອງການເຮັດຫຍັງ ເຊັ່ນ "ຂໍສິດອະນຸມັດແຜນປະຈຳປີ". ຫຼັງຈາກປັບສິດແລ້ວ ໃຫ້ອອກຈາກລະບົບ ແລ້ວເຂົ້າໃໝ່.