Skip to main content

ພາບລວມການເຄື່ອນໄຫວການນຳໃຊ້ລະບົບ

ໜ້ານີ້ໃຊ້ເພື່ອເບິ່ງວ່າ ຜູ້ໃຊ້ແຕ່ລະຄົນ ໄດ້ ເພີ່ມ, ແກ້ໄຂ ຫຼື ລຶບ ຂໍ້ມູນຊັບສິນໃນລະບົບຫຼາຍປານໃດ, ແລະ ມີໃຜແດ່ທີ່ຍັງບໍ່ໄດ້ນຳໃຊ້ລະບົບເລີຍ.

note

ທ່ານຈະເຫັນເມນູນີ້ ສະເພາະເມື່ອບັນຊີຂອງທ່ານໄດ້ຮັບສິດເບິ່ງໜ້ານີ້. ຖ້າບໍ່ເຫັນ ໃຫ້ຕິດຕໍ່ຜູ້ດູແລລະບົບ.

ເຂົ້າໜ້າ​

ກົດເມນູ ພາບລວມການເຄື່ອນໄຫວການນຳໃຊ້ລະບົບ ຢູ່ແຖບເມນູດ້ານຊ້າຍມື.

ເມນູພາບລວມການເຄື່ອນໄຫວການນຳໃຊ້ລະບົບ

ຜູ້ໃຊ້ແບບໃດ ນັບວ່າ "ເຄື່ອນໄຫວ"​

  • ເຄື່ອນໄຫວ: ຜູ້ໃຊ້ທີ່ໄດ້ເພີ່ມ, ແກ້ໄຂ ຫຼື ລຶບຂໍ້ມູນ ຢ່າງໜ້ອຍ 1 ຄັ້ງ ໃນໄລຍະເວລາທີ່ເລືອກ
  • ບໍ່ເຄື່ອນໄຫວ: ຜູ້ໃຊ້ທີ່ບໍ່ໄດ້ເພີ່ມ, ແກ້ໄຂ ຫຼື ລຶບຂໍ້ມູນເລີຍ ໃນໄລຍະເວລານັ້ນ
  • ການເຂົ້າສູ່ລະບົບ ຫຼື ການເປີດເບິ່ງຂໍ້ມູນຢ່າງດຽວ ບໍ່ນັບ ເປັນການເຄື່ອນໄຫວ
  • ນັບສະເພາະບັນຊີທີ່ຍັງເປີດໃຊ້ງານຢູ່

ສ່ວນເທິງຂອງໜ້າ​

ສ່ວນເທິງຂອງໜ້າ: ໄລຍະເວລາ, ຕົວກອງ ແລະ ຕົວເລກສະຫຼຸບ

ເລືອກໄລຍະເວລາ​

ຢູ່ມຸມຂວາເທິງ ເລືອກ 7 ວັນຜ່ານມາ, 30 ວັນຜ່ານມາ ຫຼື 90 ວັນຜ່ານມາ. ເມື່ອເປີດໜ້າ ລະບົບຈະສະແດງ 30 ວັນຜ່ານມາ ກ່ອນ. ຕົວເລກ ແລະ ກຣາຟທັງໝົດໃນໜ້າ ຈະປ່ຽນຕາມໄລຍະເວລາທີ່ເລືອກ.

ຕົວເລກສະຫຼຸບ​

ກ່ອງສະແດງຫຍັງກົດແລ້ວເປັນແນວໃດ
ຜູ້ໃຊ້ເຄື່ອນໄຫວຈຳນວນຜູ້ໃຊ້ທີ່ເຄື່ອນໄຫວສະແດງລາຍຊື່ຜູ້ໃຊ້ທີ່ເຄື່ອນໄຫວ ຢູ່ແຖບ ຜູ້ໃຊ້
ຜູ້ໃຊ້ບໍ່ເຄື່ອນໄຫວຈຳນວນຜູ້ໃຊ້ທີ່ບໍ່ເຄື່ອນໄຫວສະແດງລາຍຊື່ຜູ້ໃຊ້ທີ່ບໍ່ເຄື່ອນໄຫວ ຢູ່ແຖບ ຜູ້ໃຊ້
ເພີ່ມຈຳນວນຄັ້ງທີ່ເພີ່ມຂໍ້ມູນສະແດງລາຍການເພີ່ມ ຢູ່ແຖບ ບັນທຶກກິດຈະກຳ
ແກ້ໄຂຈຳນວນຄັ້ງທີ່ແກ້ໄຂຂໍ້ມູນສະແດງລາຍການແກ້ໄຂ ຢູ່ແຖບ ບັນທຶກກິດຈະກຳ
ລຶບຈຳນວນຄັ້ງທີ່ລຶບຂໍ້ມູນສະແດງລາຍການລຶບ ຢູ່ແຖບ ບັນທຶກກິດຈະກຳ

ຕາມໂມດູນ​

ສະແດງຈຳນວນຄັ້ງທີ່ມີການເພີ່ມ, ແກ້ໄຂ ຫຼື ລຶບ ແຍກຕາມປະເພດຊັບສິນ ເຊັ່ນ ລົດຂອງລັດ, ເຄື່ອງເຟີນິເຈີ, ເຄື່ອງໃຊ້ໄຟຟ້າ, ດິນ ແລະ ສິ່ງປຸກສ້າງຂອງລັດ, ເຊົ່າ/ສຳປະທານ, ບໍ່ແຮ່. ກົດໃສ່ກ່ອງໃດໜຶ່ງ ເພື່ອເບິ່ງລາຍການຂອງປະເພດນັ້ນ ຢູ່ແຖບ ບັນທຶກກິດຈະກຳ.

ຕາມລະດັບ​

ສະແດງຜູ້ໃຊ້ແຍກເປັນ 3 ລະດັບ: ສູນກາງ, ແຂວງ ແລະ ເມືອງ.

  • ຕົວເລກໃນກອບມຸມຂວາ ແມ່ນຈຳນວນຜູ້ໃຊ້ທັງໝົດຂອງລະດັບນັ້ນ
  • ແຖບສີຂຽວ ແມ່ນສ່ວນທີ່ເຄື່ອນໄຫວ, ແຖບສີແດງ ແມ່ນສ່ວນທີ່ບໍ່ເຄື່ອນໄຫວ
  • ກົດໃສ່ກ່ອງ ເພື່ອເບິ່ງສະເພາະລະດັບນັ້ນ

ຕົວຢ່າງໃນຮູບ: ລະດັບ ສູນກາງ ມີຜູ້ໃຊ້ 262 ຄົນ, ເຄື່ອນໄຫວ 13 ຄົນ, ບໍ່ເຄື່ອນໄຫວ 249 ຄົນ.

ຕົວກອງ​

ກົດ ຕົວກອງ ເພື່ອເປີດ. ເລືອກເງື່ອນໄຂ ແລ້ວກົດ ນຳໃຊ້. ກົດ ຣີເຊັດ ເພື່ອລ້າງເງື່ອນໄຂທັງໝົດ ແລະ ກັບໄປເບິ່ງ 30 ວັນຜ່ານມາ.

ຕົວກອງຈະປ່ຽນໄປຕາມແຖບທີ່ທ່ານເປີດຢູ່ດ້ານລຸ່ມ.

ເມື່ອຢູ່ແຖບ ຜູ້ໃຊ້:

ຕົວກອງ ເມື່ອຢູ່ແຖບຜູ້ໃຊ້

ຊ່ອງໃຊ້ເຮັດຫຍັງ
ລະດັບເລືອກ ສູນກາງ, ແຂວງ ຫຼື ເມືອງ
ສະຖານະຜູ້ໃຊ້ເລືອກ ເຄື່ອນໄຫວ ຫຼື ບໍ່ເຄື່ອນໄຫວ
ຈາກ / ເຖິງເລືອກຊ່ວງວັນທີເອງ ແທນ 7, 30 ຫຼື 90 ວັນ

ເມື່ອຢູ່ແຖບ ບັນທຶກກິດຈະກຳ:

ຕົວກອງ ເມື່ອຢູ່ແຖບບັນທຶກກິດຈະກຳ

ຊ່ອງໃຊ້ເຮັດຫຍັງ
ລະດັບເລືອກ ສູນກາງ, ແຂວງ ຫຼື ເມືອງ
ໂມດູນເລືອກປະເພດຊັບສິນ ເຊັ່ນ ລົດຂອງລັດ
ການກະທຳເລືອກ ເພີ່ມ, ແກ້ໄຂ ຫຼື ລຶບ
ຈາກ / ເຖິງເລືອກຊ່ວງວັນທີເອງ

ກຣາຟ​

ພາບລວມການເຄື່ອນໄຫວຜູ້ໃຊ້​

ເສັ້ນສະແດງຈຳນວນການ ເພີ່ມ (ສີຂຽວ), ແກ້ໄຂ (ສີຟ້າ) ແລະ ລຶບ (ສີແດງ) ຕາມເວລາ. ໃຊ້ເບິ່ງວ່າຊ່ວງໃດມີການນຳໃຊ້ລະບົບຫຼາຍ ຫຼື ໜ້ອຍ.

ກຣາຟພາບລວມການເຄື່ອນໄຫວຜູ້ໃຊ້

ການເຄື່ອນໄຫວຕາມໂມດູນ​

ວົງມົນສະແດງສັດສ່ວນການເຄື່ອນໄຫວແຕ່ລະປະເພດຊັບສິນ. ຕົວເລກກາງວົງ ແມ່ນຈຳນວນຄັ້ງທັງໝົດ. ດ້ານຂວາບອກເປີເຊັນ ແລະ ຈຳນວນຄັ້ງ ເຊັ່ນ ລົດຂອງລັດ 39% (30).

ກຣາຟການເຄື່ອນໄຫວຕາມໂມດູນ

ຜູ້ໃຊ້ທີ່ເຄື່ອນໄຫວສູງສຸດ​

ສະແດງ 5 ຄົນທີ່ເພີ່ມ, ແກ້ໄຂ ແລະ ລຶບ ຫຼາຍທີ່ສຸດ, ພ້ອມລະດັບ, ຈຳນວນຄັ້ງ ແລະ ເວລາເຄື່ອນໄຫວຫຼ້າສຸດ.

  • ກົດໃສ່ຊື່ ເພື່ອເບິ່ງທຸກລາຍການທີ່ຜູ້ໃຊ້ຄົນນັ້ນໄດ້ເຮັດ ຢູ່ແຖບ ບັນທຶກກິດຈະກຳ
  • ກົດ ເບິ່ງຜູ້ໃຊ້ທັງໝົດ ເພື່ອເບິ່ງລາຍຊື່ຜູ້ໃຊ້ທີ່ເຄື່ອນໄຫວທັງໝົດ

ຕາຕະລາງຜູ້ໃຊ້ທີ່ເຄື່ອນໄຫວສູງສຸດ

ເຄື່ອນໄຫວ vs ບໍ່ເຄື່ອນໄຫວ​

ຖັນສີຂຽວ ແມ່ນຜູ້ໃຊ້ທີ່ເຄື່ອນໄຫວ, ຖັນສີແດງ ແມ່ນຜູ້ໃຊ້ທີ່ບໍ່ເຄື່ອນໄຫວ. ຈາກຊ້າຍຫາຂວາ ແມ່ນລະດັບ ສູນກາງ, ແຂວງ ແລະ ເມືອງ.

ກຣາຟເຄື່ອນໄຫວ vs ບໍ່ເຄື່ອນໄຫວ

ການເຄື່ອນໄຫວຕາມແຂວງ​

ແຜນທີ່ສະແດງວົງມົນຢູ່ແຂວງທີ່ມີຜູ້ໃຊ້ເຄື່ອນໄຫວ. ວົງໃຫຍ່ ໝາຍຄວາມວ່າມີຜູ້ໃຊ້ເຄື່ອນໄຫວຫຼາຍ. ລາຍຊື່ດ້ານຂວາບອກຈຳນວນຜູ້ໃຊ້ທີ່ເຄື່ອນໄຫວແຕ່ລະແຂວງ. ກົດໃສ່ວົງມົນ ຫຼື ຊື່ແຂວງ ເພື່ອເບິ່ງສະເພາະແຂວງນັ້ນ.

ແຜນທີ່ການເຄື່ອນໄຫວຕາມແຂວງ

ແຖບ ຜູ້ໃຊ້​

ສະແດງລາຍຊື່ຜູ້ໃຊ້ທຸກຄົນ ພ້ອມຈຳນວນຄັ້ງທີ່ ເພີ່ມ, ແກ້ໄຂ, ລຶບ, ເວລາ ເຄື່ອນໄຫວຫຼ້າສຸດ ແລະ ສະຖານະ. ຜູ້ໃຊ້ທີ່ບໍ່ເຄື່ອນໄຫວ ຈະສະແດງ — ໃນຖັນເຄື່ອນໄຫວຫຼ້າສຸດ.

ແຖບຜູ້ໃຊ້

ໃຊ້ແຖບນີ້ ເພື່ອຊອກຫາຜູ້ໃຊ້ທີ່ຍັງບໍ່ໄດ້ນຳໃຊ້ລະບົບ: ເປີດ ຕົວກອງ → ສະຖານະຜູ້ໃຊ້ → ບໍ່ເຄື່ອນໄຫວ → ນຳໃຊ້.

ແຖບ ບັນທຶກກິດຈະກຳ​

ສະແດງທຸກຄັ້ງທີ່ມີການເພີ່ມ, ແກ້ໄຂ ຫຼື ລຶບຂໍ້ມູນ, ລຽງຈາກໃໝ່ຫາເກົ່າ.

ຖັນສະແດງຫຍັງ
ເວລາວັນທີ ແລະ ເວລາທີ່ເຮັດ
ຊື່ເຕັມຜູ້ໃຊ້ທີ່ເຮັດ
ການກະທຳເພີ່ມ, ແກ້ໄຂ ຫຼື ລຶບ
ໂມດູນປະເພດຊັບສິນ
ລາຍການເລກລາຍການທີ່ຖືກແກ້ໄຂ. ກົດເລກສີຟ້າ ເພື່ອເປີດເບິ່ງລາຍການນັ້ນ. ລາຍການທີ່ຖືກລຶບແລ້ວ ເປີດເບິ່ງບໍ່ໄດ້. ຖ້າສະແດງ — ແມ່ນບໍ່ມີເລກລາຍການ

ແຖບບັນທຶກກິດຈະກຳ

ທັງສອງແຖບ ສະແດງເທື່ອລະ 20 ແຖວ. ໃຊ້ປຸ່ມລູກສອນດ້ານລຸ່ມຕາຕະລາງ ເພື່ອໄປໜ້າຕໍ່ໄປ.

ຄຳຖາມທີ່ພົບເລື້ອຍ​

ຂ້ອຍເຂົ້າລະບົບທຸກມື້ ແຕ່ເປັນຫຍັງຍັງສະແດງວ່າ ບໍ່ເຄື່ອນໄຫວ? ການເຂົ້າລະບົບ ຫຼື ເປີດເບິ່ງຢ່າງດຽວ ບໍ່ນັບ. ຕ້ອງມີການເພີ່ມ, ແກ້ໄຂ ຫຼື ລຶບຂໍ້ມູນ ໃນໄລຍະເວລາທີ່ເລືອກ.

ກົດໃສ່ກ່ອງແລ້ວ ຕົວເລກປ່ຽນ ຈະກັບຄືນແນວໃດ? ເປີດ ຕົວກອງ ແລ້ວກົດ ຣີເຊັດ.

ກຣາຟສະແດງ ບໍ່ມີຂໍ້ມູນການເຄື່ອນໄຫວສຳລັບຕົວກອງປັດຈຸບັນ? ບໍ່ມີໃຜເພີ່ມ, ແກ້ໄຂ ຫຼື ລຶບ ຕາມເງື່ອນໄຂທີ່ເລືອກ. ລອງເລືອກໄລຍະເວລາໃຫ້ຍາວຂຶ້ນ ຫຼື ກົດ ຣີເຊັດ.