ພາບລວມການເຄື່ອນໄຫວການນຳໃຊ້ລະບົບ
ໜ້ານີ້ໃຊ້ເພື່ອເບິ່ງວ່າ ຜູ້ໃຊ້ແຕ່ລະຄົນ ໄດ້ ເພີ່ມ, ແກ້ໄຂ ຫຼື ລຶບ ຂໍ້ມູນຊັບສິນໃນລະບົບຫຼາຍປານໃດ, ແລະ ມີໃຜແດ່ທີ່ຍັງບໍ່ໄດ້ນຳໃຊ້ລະບົບເລີຍ.
ທ່ານຈະເຫັນເມນູນີ້ ສະເພາະເມື່ອບັນຊີຂອງທ່ານໄດ້ຮັບສິດເບິ່ງໜ້ານີ້. ຖ້າບໍ່ເຫັນ ໃຫ້ຕິດຕໍ່ຜູ້ດູແລລະບົບ.
ເຂົ້າໜ້າ
ກົດເມນູ ພາບລວມການເຄື່ອນໄຫວການນຳໃຊ້ລະບົບ ຢູ່ແຖບເມນູດ້ານຊ້າຍມື.

ຜູ້ໃຊ້ແບບໃດ ນັບວ່າ "ເຄື່ອນໄຫວ"
- ເຄື່ອນໄຫວ: ຜູ້ໃຊ້ທີ່ໄດ້ເພີ່ມ, ແກ້ໄຂ ຫຼື ລຶບຂໍ້ມູນ ຢ່າງໜ້ອຍ 1 ຄັ້ງ ໃນໄລຍະເວລາທີ່ເລືອກ
- ບໍ່ເຄື່ອນໄຫວ: ຜູ້ໃຊ້ທີ່ບໍ່ໄດ້ເພີ່ມ, ແກ້ໄຂ ຫຼື ລຶບຂໍ້ມູນເລີຍ ໃນໄລຍະເວລານັ້ນ
- ການເຂົ້າສູ່ລະບົບ ຫຼື ການເປີດເບິ່ງຂໍ້ມູນຢ່າງດຽວ ບໍ່ນັບ ເປັນການເຄື່ອນໄຫວ
- ນັບສະເພາະບັນຊີທີ່ຍັງເປີດໃຊ້ງານຢູ່
ສ່ວນເທິງຂອງໜ້າ

ເລືອກໄລຍະເວລາ
ຢູ່ມຸມຂວາເທິງ ເລືອກ 7 ວັນຜ່ານມາ, 30 ວັນຜ່ານມາ ຫຼື 90 ວັນຜ່ານມາ. ເມື່ອເປີດໜ້າ ລະບົບຈະສະແດງ 30 ວັນຜ່ານມາ ກ່ອນ. ຕົວເລກ ແລະ ກຣາຟທັງໝົດໃນໜ້າ ຈະປ່ຽນຕາມໄລຍະເວລາທີ່ເລືອກ.
ຕົວເລກສະຫຼຸບ
| ກ່ອງ | ສະແດງຫຍັງ | ກົດແລ້ວເປັນແນວໃດ |
|---|---|---|
| ຜູ້ໃຊ້ເຄື່ອນໄຫວ | ຈຳນວນຜູ້ໃຊ້ທີ່ເຄື່ອນໄຫວ | ສະແດງລາຍຊື່ຜູ້ໃຊ້ທີ່ເຄື່ອນໄຫວ ຢູ່ແຖບ ຜູ້ໃຊ້ |
| ຜູ້ໃຊ້ບໍ່ເຄື່ອນໄຫວ | ຈຳນວນຜູ້ໃຊ້ທີ່ບໍ່ເຄື່ອນໄຫວ | ສະແດງລາຍຊື່ຜູ້ໃຊ້ທີ່ບໍ່ເຄື່ອນໄຫວ ຢູ່ແຖບ ຜູ້ໃຊ້ |
| ເພີ່ມ | ຈຳນວນຄັ້ງທີ່ເພີ່ມຂໍ້ມູນ | ສະແດງລາຍການເພີ່ມ ຢູ່ແຖບ ບັນທຶກກິດຈະກຳ |
| ແກ້ໄຂ | ຈຳນວນຄັ້ງທີ່ແກ້ໄຂຂໍ້ມູນ | ສະແດງລາຍການແກ້ໄຂ ຢູ່ແຖບ ບັນທຶກກິດຈະກຳ |
| ລຶບ | ຈຳນວນຄັ້ງທີ່ລຶບຂໍ້ມູນ | ສະແດງລາຍການລຶບ ຢູ່ແຖບ ບັນທຶກກິດຈະກຳ |
ຕາມໂມດູນ
ສະແດງຈຳນວນຄັ້ງທີ່ມີການເພີ່ມ, ແກ້ໄຂ ຫຼື ລຶບ ແຍກຕາມປະເພດຊັບສິນ ເຊັ່ນ ລົດຂອງລັດ, ເຄື່ອງເຟີນິເຈີ, ເຄື່ອງໃຊ້ໄຟຟ້າ, ດິນ ແລະ ສິ່ງປຸກສ້າງຂອງລັດ, ເຊົ່າ/ສຳປະທານ, ບໍ່ແຮ່. ກົດໃສ່ກ່ອງໃດໜຶ່ງ ເພື່ອເບິ່ງລາຍການຂອງປະເພດນັ້ນ ຢູ່ແຖບ ບັນທຶກກິດຈະກຳ.
ຕາມລະດັບ
ສະແດງຜູ້ໃຊ້ແຍກເປັນ 3 ລະດັບ: ສູນກາງ, ແຂວງ ແລະ ເມືອງ.
- ຕົວເລກໃນກອບມຸມຂວາ ແມ່ນຈຳນວນຜູ້ໃຊ້ທັງໝົດຂອງລະດັບນັ້ນ
- ແຖບສີຂຽວ ແມ່ນສ່ວນທີ່ເຄື່ອນໄຫວ, ແຖບສີແດງ ແມ່ນສ່ວນທີ່ບໍ່ເຄື່ອນໄຫວ
- ກົດໃສ່ກ່ອງ ເພື່ອເບິ່ງສະເພາະລະດັບນັ້ນ
ຕົວຢ່າງໃນຮູບ: ລະດັບ ສູນກາງ ມີຜູ້ໃຊ້ 262 ຄົນ, ເຄື່ອນໄຫວ 13 ຄົນ, ບໍ່ເຄື່ອນໄຫວ 249 ຄົນ.
ຕົວກອງ
ກົດ ຕົວກອງ ເພື່ອເປີດ. ເລືອກເງື່ອນໄຂ ແລ້ວກົດ ນຳໃຊ້. ກົດ ຣີເຊັດ ເພື່ອລ້າງເງື່ອນໄຂທັງໝົດ ແລະ ກັບໄປເບິ່ງ 30 ວັນຜ່ານມາ.
ຕົວກອງຈະປ່ຽນໄປຕາມແຖບທີ່ທ່ານເປີດຢູ່ດ້ານລຸ່ມ.
ເມື່ອຢູ່ແຖບ ຜູ້ໃຊ້:

| ຊ່ອງ | ໃຊ້ເຮັດຫຍັງ |
|---|---|
| ລະດັບ | ເລືອກ ສູນກາງ, ແຂວງ ຫຼື ເມືອງ |
| ສະຖານະຜູ້ໃຊ້ | ເລືອກ ເຄື່ອນໄຫວ ຫຼື ບໍ່ເຄື່ອນໄຫວ |
| ຈາກ / ເຖິງ | ເລືອກຊ່ວງວັນທີເອງ ແທນ 7, 30 ຫຼື 90 ວັນ |
ເມື່ອຢູ່ແຖບ ບັນທຶກກິດຈະກຳ:

| ຊ່ອງ | ໃຊ້ເຮັດຫຍັງ |
|---|---|
| ລະດັບ | ເລືອກ ສູນກາງ, ແຂວງ ຫຼື ເມືອງ |
| ໂມດູນ | ເລືອກປະເພດຊັບສິນ ເຊັ່ນ ລົດຂອງລັດ |
| ການກະທຳ | ເລືອກ ເພີ່ມ, ແກ້ໄຂ ຫຼື ລຶບ |
| ຈາກ / ເຖິງ | ເລືອກຊ່ວງວັນທີເອງ |
ກຣາຟ
ພາບລວມການເຄື່ອນໄຫວຜູ້ໃຊ້
ເສັ້ນສະແດງຈຳນວນການ ເພີ່ມ (ສີຂຽວ), ແກ້ໄຂ (ສີຟ້າ) ແລະ ລຶບ (ສີແດງ) ຕາມເວລາ. ໃຊ້ເບິ່ງວ່າຊ່ວງໃດມີການນຳໃຊ້ລະບົບຫຼາຍ ຫຼື ໜ້ອຍ.

ການເຄື່ອນໄຫວຕາມໂມດູນ
ວົງມົນສະແດງສັດສ່ວນການເຄື່ອນໄຫວແຕ່ລະປະເພດຊັບສິນ. ຕົວເລກກາງວົງ ແມ່ນຈຳນວນຄັ້ງທັງໝົດ. ດ້ານຂວາບອກເປີເຊັນ ແລະ ຈຳນວນຄັ້ງ ເຊັ່ນ ລົດຂອງລັດ 39% (30).

ຜູ້ໃຊ້ທີ່ເຄື່ອນໄຫວສູງສຸດ
ສະແດງ 5 ຄົນທີ່ເພີ່ມ, ແກ້ໄຂ ແລະ ລຶບ ຫຼາຍທີ່ສຸດ, ພ້ອມລະດັບ, ຈຳນວນຄັ້ງ ແລະ ເວລາເຄື່ອນໄຫວຫຼ້າສຸດ.
- ກົດໃສ່ຊື່ ເພື່ອເບິ່ງທຸກລາຍການທີ່ຜູ້ໃຊ້ຄົນນັ້ນໄດ້ເຮັດ ຢູ່ແຖບ ບັນທຶກກິດຈະກຳ
- ກົດ ເບິ່ງຜູ້ໃຊ້ທັງໝົດ ເພື່ອເບິ່ງລາຍຊື່ຜູ້ໃຊ້ທີ່ເຄື່ອນໄຫວທັງໝົດ

ເຄື່ອນໄຫວ vs ບໍ່ເຄື່ອນໄຫວ
ຖັນສີຂຽວ ແມ່ນຜູ້ໃຊ້ທີ່ເຄື່ອນໄຫວ, ຖັນສີແດງ ແມ່ນຜູ້ໃຊ້ທີ່ບໍ່ເຄື່ອນໄຫວ. ຈາກຊ້າຍຫາຂວາ ແມ່ນລະດັບ ສູນກາງ, ແຂວງ ແລະ ເມືອງ.

ການເຄື່ອນໄຫວຕາມແຂວງ
ແຜນທີ່ສະແດງວົງມົນຢູ່ແຂວງທີ່ມີຜູ້ໃຊ້ເຄື່ອນໄຫວ. ວົງໃຫຍ່ ໝາຍຄວາມວ່າມີຜູ້ໃຊ້ເຄື່ອນໄຫວຫຼາຍ. ລາຍຊື່ດ້ານຂວາບອກຈຳນວນຜູ້ໃຊ້ທີ່ເຄື່ອນໄຫວແຕ່ລະແຂວງ. ກົດໃສ່ວົງມົນ ຫຼື ຊື່ແຂວງ ເພື່ອເບິ່ງສະເພາະແຂວງນັ້ນ.

ແຖບ ຜູ້ໃຊ້
ສະແດງລາຍຊື່ຜູ້ໃຊ້ທຸກຄົນ ພ້ອມຈຳນວນຄັ້ງທີ່ ເພີ່ມ, ແກ້ໄຂ, ລຶບ, ເວລາ ເຄື່ອນໄຫວຫຼ້າສຸດ ແລະ ສະຖານະ. ຜູ້ໃຊ້ທີ່ບໍ່ເຄື່ອນໄຫວ ຈະສະແດງ — ໃນຖັນເຄື່ອນໄຫວຫຼ້າສຸດ.

ໃຊ້ແຖບນີ້ ເພື່ອຊອກຫາຜູ້ໃຊ້ທີ່ຍັງບໍ່ໄດ້ນຳໃຊ້ລະບົບ: ເປີດ ຕົວກອງ → ສະຖານະຜູ້ໃຊ້ → ບໍ່ເຄື່ອນໄຫວ → ນຳໃຊ້.
ແຖບ ບັນທຶກກິດຈະກຳ
ສະແດງທຸກຄັ້ງທີ່ມີການເພີ່ມ, ແກ້ໄຂ ຫຼື ລຶບຂໍ້ມູນ, ລຽງຈາກໃໝ່ຫາເກົ່າ.
| ຖັນ | ສະແດງຫຍັງ |
|---|---|
| ເວລາ | ວັນທີ ແລະ ເວລາທີ່ເຮັດ |
| ຊື່ເຕັມ | ຜູ້ໃຊ້ທີ່ເຮັດ |
| ການກະທຳ | ເພີ່ມ, ແກ້ໄຂ ຫຼື ລຶບ |
| ໂມດູນ | ປະເພດຊັບສິນ |
| ລາຍການ | ເລກລາຍການທີ່ຖືກແກ້ໄຂ. ກົດເລກສີຟ້າ ເພື່ອເປີດເບິ່ງລາຍການນັ້ນ. ລາຍການທີ່ຖືກລຶບແລ້ວ ເປີດເບິ່ງບໍ່ໄດ້. ຖ້າສະແດງ — ແມ່ນບໍ່ມີເລກລາຍການ |

ທັງສອງແຖບ ສະແດງເທື່ອລະ 20 ແຖວ. ໃຊ້ປຸ່ມລູກສອນດ້ານລຸ່ມຕາຕະລາງ ເພື່ອໄປໜ້າຕໍ່ໄປ.
ຄຳຖາມທີ່ພົບເລື້ອຍ
ຂ້ອຍເຂົ້າລະບົບທຸກມື້ ແຕ່ເປັນຫຍັງຍັງສະແດງວ່າ ບໍ່ເຄື່ອນໄຫວ? ການເຂົ້າລະບົບ ຫຼື ເປີດເບິ່ງຢ່າງດຽວ ບໍ່ນັບ. ຕ້ອງມີການເພີ່ມ, ແກ້ໄຂ ຫຼື ລຶບຂໍ້ມູນ ໃນໄລຍະເວລາທີ່ເລືອກ.
ກົດໃສ່ກ່ອງແລ້ວ ຕົວເລກປ່ຽນ ຈະກັບຄືນແນວໃດ? ເປີດ ຕົວກອງ ແລ້ວກົດ ຣີເຊັດ.
ກຣາຟສະແດງ ບໍ່ມີຂໍ້ມູນການເຄື່ອນໄຫວສຳລັບຕົວກອງປັດຈຸບັນ? ບໍ່ມີໃຜເພີ່ມ, ແກ້ໄຂ ຫຼື ລຶບ ຕາມເງື່ອນໄຂທີ່ເລືອກ. ລອງເລືອກໄລຍະເວລາໃຫ້ຍາວຂຶ້ນ ຫຼື ກົດ ຣີເຊັດ.