ລາຍການ ແລະ ການກອງໃບກວດຜ່ານເອກະສານ
ເປີດໜ້າລາຍການ
ກົດ ກວດຜ່ານເອກະສານສັນຍາ ໃນເມນູດ້ານຊ້າຍ ແລ້ວເລືອກເມນູຍ່ອຍ ເຊັ່ນ ພັດສະດຸ-ອຸປະກອນ(ງົບປະມານ). ທຸກເມນູຍ່ອຍມີໜ້າລາຍການຮູບແບບດຽວກັນ ແລະ ສະແດງສະເພາະໃບຂອງປະເພດນັ້ນ.

| ຄໍລຳ | ຄວາມໝາຍ |
|---|---|
| ເລກທີ | ເລກທີສັນຍາ ທີ່ໃສ່ຕອນສ້າງ |
| ປະເພດ | ປະເພດໃບ |
| ແຂວງ | ແຂວງທີ່ອອກໃບ |
| ໝວດໝູ່ຄ່າທຳນຽມ | ປະເພດຄ່າທຳນຽມທີ່ເລືອກ |
| ເລກທີໃບຄິດໄລ່ | ເລກທີທີ່ລະບົບໃຫ້ເອງ |
| ຄູ່ສັນຍາ | ຄູ່ສັນຍາຝ່າຍ 1 ແລະ ຝ່າຍ 2 |
| ກຳນົດຈ່າຍ | ວັນຄົບກຳນົດຈ່າຍ |
| ຜູ້ໃຊ້ | ເຈົ້າໜ້າທີ່ທີ່ອອກໃບ |
| ສະຖານະ | ປົກກະຕິ, ຊຳລະແລ້ວ ຫຼື ຍົກເລີກ |
| ມູນຄ່າ | ມູນຄ່າ, ຄ່າບໍລິການ ແລະ ຄ່າພິມຟອມ |
ຕາຕະລາງກວ້າງ ໃຫ້ເລື່ອນໄປທາງຂວາເພື່ອເບິ່ງຄໍລຳທີ່ເຫຼືອ.
ຊອກຫາ ແລະ ກອງ
ກົດແຖບ ຕົວກອງ ເພື່ອເປີດ.

| ຕົວກອງ | ໃຊ້ເພື່ອ |
|---|---|
| ຄົນຫາ | ພິມເລກທີໃບຄິດໄລ່ ຫຼື ຊື່ຜູ້ຊຳລະ |
| ສະຖານະພາບ | ກອງຕາມ ປົກກະຕິ, ຊຳລະແລ້ວ ຫຼື ຍົກເລີກ |
| ເລກທີໃບຄິດໄລ່ | ຫາຕາມເລກທີໃບຄິດໄລ່ |
| ເລກທີສັນຍາ | ຫາຕາມເລກທີສັນຍາ |
| ໝວດໝູ່ຄ່າທຳນຽມ | ກອງຕາມປະເພດຄ່າທຳນຽມ |
| ແຂວງງົບປະມານ | ກອງຕາມແຂວງ |
| ວັນຄົບກຳນົດຈາກ / ຖຶງ | ເບິ່ງໃບທີ່ຄົບກຳນົດໃນຊ່ວງວັນທີ |
| ວັນທີສັນຍາຈາກ / ຖຶງ | ເບິ່ງໃບຕາມວັນທີສັນຍາ |
| ວັນທີສ້າງຈາກ / ຖຶງ | ເບິ່ງໃບຕາມວັນທີທີ່ສ້າງ |
ເມນູຂອງແຕ່ລະແຖວ
ກົດ ⋮ ທ້າຍແຖວ ຈະເຫັນ ເບິ່ງ, ພິມ ແລະ ແກ້ໄຂ — ເບິ່ງ ລາຍລະອຽດ, ແກ້ໄຂ ແລະ ພິມ.

ສົ່ງອອກ Excel
ກົດ ສົ່ງອອກເປັນ Excel ເທິງຕາຕະລາງ. ລະບົບສົ່ງອອກລາຍການຕາມຕົວກອງທີ່ເລືອກໄວ້ ແລະ ສະແດງຄວາມຄືບໜ້າ. ລໍຖ້າຈົນໄຟລ໌ຖືກບັນທຶກ.
ບັນຫາທີ່ພົບ
| ອາການ | ວິທີແກ້ |
|---|---|
| ບໍ່ເຫັນໃບທີ່ຄາດວ່າຈະມີ | ເປີດ ຕົວກອງ ກວດວ່າບໍ່ມີຕົວກອງຄ້າງໄວ້. ກວດວ່າຢູ່ເມນູຍ່ອຍທີ່ຖືກຕ້ອງ ເພາະແຕ່ລະເມນູສະແດງສະເພາະປະເພດຂອງຕົນ |
| ບໍ່ເຫັນເມນູຍ່ອຍທີ່ຕ້ອງການ | ບັນຊີຂອງທ່ານຍັງບໍ່ມີສິດ — ເບິ່ງ ສິດການໃຊ້ງານ |