Skip to main content

ຂໍ້ຄວາມ

ແຖບ ຂໍ້ຄວາມ ໃຊ້ສົນທະນາເລື່ອງແຜນໃນບ່ອນດຽວ ເຊັ່ນ ຖາມຂໍ້ມູນເພີ່ມ ຫຼື ແຈ້ງຄວາມຄືບໜ້າ ໂດຍບໍ່ຕ້ອງໃຊ້ຊ່ອງທາງອື່ນ.

ໃຜເຮັດໄດ້: ທຸກຄົນທີ່ເບິ່ງແຜນນັ້ນໄດ້ ສົ່ງ ແລະ ຕອບຂໍ້ຄວາມໄດ້.

ສົ່ງຂໍ້ຄວາມໃໝ່​

  1. ເປີດແຜນ ແລ້ວກົດແຖບ ຂໍ້ຄວາມ
  2. ກອກຂໍ້ມູນໃນກ່ອງ ຂໍ້ຄວາມໃໝ່

ແຖບຂໍ້ຄວາມ

ຊ່ອງໃຫ້ກອກຫຍັງ
ປະເພດ *ເລືອກປະເພດຂໍ້ຄວາມ (ປົກກະຕິແມ່ນ ຄຳເຫັນ)
ຫົວຂໍ້ *ຫົວຂໍ້ສັ້ນ ໆ
ເນື້ອໃນຂໍ້ຄວາມ *ຂໍ້ຄວາມ (ບໍ່ເກີນ 5000 ຕົວອັກສອນ)
ແນບໄຟລ໌ແນບໄດ້ສູງສຸດ 5 ໄຟລ໌ ໄຟລ໌ລະບໍ່ເກີນ 10 MB
  1. ກົດ ສົ່ງ

ຂໍ້ຄວາມຈະສະແດງເປັນລາຍການ. ຖ້າຍັງບໍ່ມີ ຈະເຫັນຂໍ້ຄວາມ "ຍັງບໍ່ມີຂໍ້ຄວາມ".

ຕອບຂໍ້ຄວາມ​

ເລືອກຂໍ້ຄວາມທີ່ຕ້ອງການຕອບ ແລ້ວຂຽນຄຳຕອບ. ຄຳຕອບຈະຢູ່ໃຕ້ຂໍ້ຄວາມນັ້ນ ເພື່ອໃຫ້ອ່ານຕໍ່ເນື່ອງ.