ຂຶ້ນບັນຊີ
ໃຊ້ກັບເມນູ ຂຶ້ນບັນຊີ (ງົບປະມານ) ແລະ ຂຶ້ນບັນຊີ (ທຶນຊ່ວຍເຫຼືອ). ວິທີເຮັດຄືກັນ ຕ່າງກັນແຕ່ແຫຼ່ງທຶນ.
ສິດທີ່ຕ້ອງມີ: ຂື້ນບັນຊີພາຫະນະ — ເບິ່ງ ສິດການໃຊ້ງານ.
ເລີ່ມສ້າງ
- ກົດ ພາຫະນະ ໃນເມນູດ້ານຊ້າຍ ແລ້ວກົດ ຂຶ້ນບັນຊີ (ງົບປະມານ) (ຫຼື ຂຶ້ນບັນຊີ (ທຶນຊ່ວຍເຫຼືອ)).
- ກົດ ສ້າງໃບຄິດໄລ່ ເທິງຂວາ.
ຟອມມີ 5 ສ່ວນ. ຊ່ອງທີ່ມີເຄື່ອງໝາຍ * ຕ້ອງໃສ່.

1. ຂໍ້ມູນຫົວ
- ໂດຍນຳໃຊ້ຮ່ວງເງິນ — ຂໍ້ຄວາມບອກຮ່ວງເງິນທີ່ໃຊ້ (ບໍ່ບັງຄັບ).
- ຄູ່ສັນຍາ 3 ສ່ວນ: ເພື່ອຮັບໃຊ້, ຂື້ນກັບ ແລະ ເຊັນສັນຍາກັບ. ແຕ່ລະສ່ວນເລືອກ ປະເພດຄູ່ຮ່ວມ (ບຸກຄົນ, ນິຕິບຸກຄົນ ຫຼື ລັດຖະບານ) ແລ້ວໃສ່ ຊື່ຄູ່ຮ່ວມ. ຖ້າມີຫຼາຍຄົນ ກົດ ເພີ່ມຄູ່ຮ່ວມ.
- ວັນຄົບກຳນົດຈ່າຍ, ສະກຸນເງິນ, ແຫຼ່ງທຶນ (ລະບົບໃສ່ຕາມເມນູ), ແຂວງທີ່ອອກ ແລະ ແຂວງງົບປະມານ.
2. ກວດເອກະສານ
ຕິກເອກະສານທີ່ເຈົ້າໜ້າທີ່ກວດເຫັນແລ້ວ. ມີ 9 ຢ່າງ:
- ບ/ອ ນຳເຂົ້າຂອງກະຊວງການຄ້າ
- ບ/ອ ຍົກເວັ້ນພາສີ-ອາກອນ ຂາເຂົ້າ ກົມພາສີ
- ບ/ອ ດ້ານເຕັກນິກ ກະຊວງ ຍທຂ
- ໃບຢັງຢືນຂອງກົມການເງິນຕ່າງປະເທດ
- ໃບຢັ້ງຢືນການເສຍພາສີ-ອາກອນ
- ໃບຍົກເວັ້ນຄ່າປັບໄໝ 4% ຂອງກົມຂົນສົ່ງ ກະຊວງ ຍທຂ
- ບົດບົນທຶກການປະມູນ ຫຼື ສົມທຽບລາຄາ ຫຼື ຈັດຊື້
- ສັນຍາຊື້-ຂາຍ ຫຼື ໃບມອບ-ຮັບ
- ສະໂນດນຳສົ່ງຂອງກົມພິທີການທຸດ ກະຊວງການຕ່າງປະເທດ
ໃນໃບທີ່ພິມ ເອກະສານທີ່ຕິກມີເຄື່ອງໝາຍ ✓ ສ່ວນທີ່ບໍ່ຕິກເປັນຊ່ອງວ່າງ.
3. ຂໍ້ມູນພາຫະນະ & ລາຍການ
- ຮ່ວງລາຍຮັບ — ລະບົບໃສ່ ຄ່າຈົດທະບຽນ ເອກະສານ ອື່ນໆ ໃຫ້ແລ້ວ.
- ກົດ ເພີ່ມພາຫະນະ (ເທິງຂວາຂອງສ່ວນນີ້). ປ່ອງຂໍ້ມູນຈະເລື່ອນອອກທາງຂວາ:

| ຊ່ອງ | ຕ້ອງໃສ່ | ໝາຍເຫດ |
|---|---|---|
| ໝວດ | ✓ | ເລືອກຈາກລາຍການ |
| ປະເພດ | ✓ | ເຊັ່ນ ລົດກະບະ |
| ຍີ່ຫໍ້ | ✓ | ເລືອກຍີ່ຫໍ້ກ່ອນ ຈຶ່ງເລືອກ ລຸ້ນ ໄດ້ |
| ລຸ້ນ | ✓ | ຈະເລືອກໄດ້ເມື່ອເລືອກຍີ່ຫໍ້ແລ້ວ |
| ສີ | ✓ | |
| ພວງມະໄລ | ຊ້າຍ ຫຼື ຂວາ | |
| ຄວາມແຮງ, ເລກຈັກ, ເລກຖັງ, ປະເທດທີ່ຜະລິດ, ປີຜະລິດ | ||
| ສະກຸນເງິນ | ||
| ມູນຄ່າ | ✓ | ມູນຄ່າຂອງຄັນນັ້ນ |
| ລາຍລະອຽດພາຫະນະ | ຂໍ້ຄວາມເພີ່ມເຕີມ |
- ກອກແລ້ວ ກົດ ເພີ່ມພາຫະນະ ລຸ່ມສຸດຂອງປ່ອງ. ກົດ ຍົກເລີກ ຖ້າບໍ່ຕ້ອງການເພີ່ມ.

- ພາຫະນະທີ່ເພີ່ມຈະຢູ່ໃນແຖບ ຂໍ້ມູນພາຫະນະ ເປັນ ພາຫະນະ 1, ພາຫະນະ 2... ກົດຮູບດິນສໍເພື່ອແກ້ ຫຼື ຮູບຖັງຂີ້ເຫຍື້ອເພື່ອລຶບ. ຖ້າມີຫຼາຍຄັນ ກົດ ເພີ່ມພາຫະນະ ອີກ.
- ແຖບ ລາຍການ ສະແດງລາຍການຄ່າທຳນຽມທີ່ລະບົບສ້າງໃຫ້ເອງຈາກພາຫະນະ — ທ່ານບໍ່ຕ້ອງກອກເອງ.

4. ອີງຕາມ
ຂໍ້ຄວາມກົດໝາຍທີ່ຕ້ອງການພິມ. ກົດ ເພີ່ມອີງຕາມ ເພື່ອເພີ່ມແຖວ (ບໍ່ບັງຄັບ).
5. ລວມ
- ຄ່າພິມຟອມ — ລະບົບໃສ່ 10,000 ໃຫ້. ແກ້ໄດ້.
- ມູນຄ່າສັນຍາ — ໃສ່ເມື່ອຕ້ອງການ.
- ລວມຄ່າບໍລິການ ແລະ ລວມທັງໝົດ ລະບົບຄິດໃຫ້ເອງ.

ບັນທຶກ
ກົດ ບັນທຶກ. ຖ້າສຳເລັດ ຈະເຫັນຂໍ້ຄວາມ ສ້າງສຳເລັດ ແລະ ເປີດໜ້າລາຍລະອຽດ. ກົດ ກັບ ຖ້າຕ້ອງການອອກໂດຍບໍ່ບັນທຶກ.
ໃບທີ່ພິມ ມີຫົວຂໍ້ ໃບກວດຜ່ານ ແລະ ຄິດໄລ່ຄ່າຂຶ້ນບັນຊີພາຫະນະຂອງລັດ — ເບິ່ງ ລາຍລະອຽດ, ແກ້ໄຂ ແລະ ພິມ.
ບັນຫາທີ່ພົບ
| ອາການ | ວິທີແກ້ |
|---|---|
| ກົດ ເພີ່ມພາຫະນະ ໃນປ່ອງແລ້ວປ່ອງບໍ່ປິດ | ກວດຊ່ອງທີ່ມີ * ວ່າໃສ່ຄົບ (ໝວດ, ປະເພດ, ຍີ່ຫໍ້, ລຸ້ນ, ສີ, ມູນຄ່າ) |
| ເລືອກ ລຸ້ນ ບໍ່ໄດ້ | ເລືອກ ຍີ່ຫໍ້ ກ່ອນ |
| ກົດ ບັນທຶກ ແລ້ວບໍ່ໄປຕໍ່ | ກວດວ່າໃສ່ຊ່ອງທີ່ມີ * ຄົບ ເຊັ່ນ ຊື່ຄູ່ຮ່ວມທັງ 3 ສ່ວນ |