Skip to main content

ຕິດຕາມການສ້ອມແປງລົດຂອງລັດ - ພາບລວມ

ໃຊ້ເມນູ ຕິດຕາມການສ້ອມແປງລົດຂອງລັດ ເພື່ອສ້າງແຜນສ້ອມແປງລົດຂອງລັດ, ສົ່ງໃຫ້ຜູ້ມີສິດອະນຸມັດ, ຕິດຕາມການສ້ອມແປງ ແລະ ກວດຮັບເມື່ອສ້ອມແປງແລ້ວ.

ທຸກໜ້າຂອງເມນູນີ້ຕອບ 4 ຄຳຖາມໃຫ້ທ່ານສະເໝີ: ແຜນຢູ່ຂັ້ນຕອນໃດ, ຢູ່ຂັ້ນນີ້ມາດົນປານໃດ, ກຳລັງລໍຖ້າໃຜ ແລະ ຂ້ອຍຕ້ອງກົດຫຍັງຕໍ່.

ເຂົ້າເມນູຕິດຕາມການສ້ອມແປງລົດຂອງລັດ​

  1. ເບິ່ງແຖບເມນູດ້ານຊ້າຍມື
  2. ກົດ ຕິດຕາມການສ້ອມແປງລົດຂອງລັດ ເພື່ອເປີດກຸ່ມເມນູ
  3. ເລືອກລາຍການທີ່ຕ້ອງການ

ເມນູຕິດຕາມການສ້ອມແປງລົດຂອງລັດ

ເມນູຍ່ອຍໃຊ້ເຮັດຫຍັງ
ລາຍການແຜນເບິ່ງ ແລະ ຄົ້ນຫາແຜນທັງໝົດ, ສ້າງແຜນໃໝ່
Dashboardເບິ່ງຕົວເລກສະຫຼຸບ ແລະ ກຣາຟ
note

ທ່ານອາດບໍ່ເຫັນບາງເມນູ ຖ້າບັນຊີຂອງທ່ານບໍ່ມີສິດນັ້ນ. ເບິ່ງ ໃຜເຮັດຫຍັງໄດ້ ຂ້າງລຸ່ມ.

ຂັ້ນຕອນຂອງແຜນ​

ແຜນຈະຜ່ານ 5 ຂັ້ນຕອນ. ໜ້າແຜນຈະບອກສະເໝີວ່າ ຂັ້ນຕອນຕໍ່ໄປ ແມ່ນຫຍັງ ແລະ ຖ້າທ່ານເຮັດບໍ່ໄດ້ ຈະບອກວ່າໃຜເປັນຜູ້ເຮັດ.

ຂັ້ນຕອນຄວາມໝາຍໃຜເຮັດຕໍ່
ຮ່າງກຳລັງຂຽນແຜນ ຍັງບໍ່ໄດ້ສົ່ງຜູ້ສ້າງແຜນ
ລໍຖ້າອະນຸມັດສົ່ງແລ້ວ ລໍຖ້າຄົນອະນຸມັດຜູ້ມີສິດອະນຸມັດ
ກຳລັງສ້ອມແປງອະນຸມັດແລ້ວ ກຳລັງສ້ອມແປງລົດຜູ້ມີສິດຈັດການ (ບັນທຶກວຽກສ້ອມແປງ) ແລະ ຜູ້ມີສິດອະນຸມັດ (ກວດວຽກ)
ສ້ອມແປງແລ້ວ ລໍຖ້າກວດຮັບສ້ອມແປງຄົບທຸກຄັນແລ້ວຜູ້ມີສິດອະນຸມັດ
ກວດຮັບແລ້ວກວດຮັບສຸດທ້າຍແລ້ວ ພິມເອກະສານໄດ້-

ນອກຈາກນີ້ແຜນອາດຢູ່ໃນສະຖານະ ຖືກປະຕິເສດ (ຕ້ອງແກ້ໄຂແລ້ວສົ່ງໃໝ່) ຫຼື ຍົກເລີກ (ຢຸດແຜນ ແກ້ຕໍ່ບໍ່ໄດ້). ສອງສະຖານະນີ້ຈະບອກວ່າໃຜເຮັດ ເມື່ອໃດ ແລະ ເພາະຫຍັງ.

ອ່ານໜ້າແຜນໄດ້ໄວ​

ເປີດແຜນໃດກໍໄດ້ ແລ້ວເບິ່ງສ່ວນເທິງຂອງໜ້າ:

  • ແຖບຂັ້ນຕອນ ບອກວ່າແຜນຢູ່ຂັ້ນໃດ ແລະ ມາແລ້ວ ... ມື້ ຢູ່ຂັ້ນນັ້ນ
  • ຂັ້ນ ກຳລັງສ້ອມແປງ ບອກຄວາມຄືບໜ້າ ເຊັ່ນ 0/1 ຄັນ ສຳເລັດ
  • ແຖວຂໍ້ຄວາມໃຕ້ແຖບ ບອກວ່າ ລໍຖ້າຜູ້ມີສິດອະນຸມັດ, ລໍຖ້າຜູ້ມີສິດຈັດການ ຫຼື ລໍຖ້າຜູ້ສ້າງແຜນ
  • ຖ້າລໍຖ້າກະຊວງຕອບໜັງສືຄະນະກຳມະການ ຈະມີປ້າຍສີສົ້ມ ເຊັ່ນ ລໍຖ້າກະຊວງຕອບ 3 ມື້

ເປັນຫຍັງປຸ່ມກົດບໍ່ໄດ້​

  • ຖ້າທ່ານມີສິດ ແຕ່ຍັງມີສິ່ງທີ່ຕ້ອງແກ້ກ່ອນ ປຸ່ມຈະເປັນສີເທົາ ແລະ ຂຽນເຫດຜົນໄວ້ໃຕ້ປຸ່ມ ເຊັ່ນ ຍັງມີ 1 ຢ່າງທີ່ຕ້ອງແກ້ກ່ອນ. ລາຍການທີ່ຕ້ອງແກ້ຢູ່ເໜືອປຸ່ມ
  • ຖ້າບັນຊີຂອງທ່ານບໍ່ມີສິດສຳລັບຂັ້ນຕອນນັ້ນ ທ່ານຈະບໍ່ເຫັນປຸ່ມ ແຕ່ຈະເຫັນຂໍ້ຄວາມ ລໍຖ້າຜູ້ທີ່ມີສິດ ອະນຸມັດ ບອກວ່າຕ້ອງລໍຖ້າໃຜ

ເບິ່ງລາຍລະອຽດໃນ ໜ້າລາຍລະອຽດແຜນ.

ໃຜເຮັດຫຍັງໄດ້​

ແຕ່ລະບັນຊີມີສິດບໍ່ເທົ່າກັນ. ສິດຖືກກຳນົດໂດຍຜູ້ດູແລລະບົບ ໃນກຸ່ມ ສິດອະນຸຍາດການບຳລຸງຮັກສາແລະສ້ອມແປງ.

ສິດເຮັດຫຍັງໄດ້
ເບິ່ງເບິ່ງແຜນ, ເບິ່ງ Dashboard, ສົ່ງຂໍ້ຄວາມໃນແຜນ
ເພີ່ມສ້າງແຜນໃໝ່
ແກ້ໄຂແກ້ໄຂແຜນຮ່າງ ຫຼື ແຜນທີ່ຖືກປະຕິເສດ ແລະ ສົ່ງແຜນ
ລຶບລຶບແຜນຮ່າງ
ອະນຸມັດອະນຸມັດ, ປະຕິເສດ ຫຼື ຍົກເລີກແຜນ, ບັນທຶກການກວດວຽກ, ກວດຮັບສຸດທ້າຍ
ຈັດການຈັດການວຽກສ້ອມແປງ (ລາຍການ, ຮູບ), ໝາຍສ້ອມແປງສຳເລັດ, ສະເໜີຂໍລາຍຊື່ຄະນະກຳມະການ
tip

ຜູ້ສ້າງແຜນທີ່ມີສິດ ອະນຸມັດ ກໍອະນຸມັດແຜນຂອງຕົນເອງໄດ້.

ນອກຈາກສິດແລ້ວ ທ່ານຈະເຫັນສະເພາະແຜນຂອງອົງກອນທີ່ທ່ານມີສິດເຂົ້າເຖິງ.

ອ່ານຕໍ່​

  1. ລາຍການແຜນ - ຄົ້ນຫາ ແລະ ເປີດແຜນ
  2. ສ້າງແຜນໃໝ່
  3. ໜ້າລາຍລະອຽດແຜນ
  4. ສົ່ງ, ອະນຸມັດ ຫຼື ປະຕິເສດແຜນ
  5. ຈັດການວຽກສ້ອມແປງ
  6. ບັນທຶກການກວດວຽກ
  7. ກວດຮັບສຸດທ້າຍ ແລະ ພິມເອກະສານ
  8. ຄະນະກຳມະການ
  9. ຂໍ້ຄວາມ
  10. Dashboard