Skip to main content

ຈົດທະບຽນ

ໃຊ້ກັບເມນູ ຈົດທະບຽນ (ງົບປະມານ) ແລະ ຈົດທະບຽນ (ທຶນຊ່ວຍເຫຼືອ). ວິທີເຮັດຄືກັບ ຂຶ້ນບັນຊີ ຕ່າງກັນເລັກນ້ອຍຕາມນີ້.

ສິດທີ່ຕ້ອງມີ: ຈົດທະບຽນພາຫະນະ — ເບິ່ງ ສິດການໃຊ້ງານ.

ເລີ່ມສ້າງ​

  1. ກົດ ພາຫະນະ ໃນເມນູດ້ານຊ້າຍ ແລ້ວກົດ ຈົດທະບຽນ (ງົບປະມານ) (ຫຼື ຈົດທະບຽນ (ທຶນຊ່ວຍເຫຼືອ)).
  2. ກົດ ສ້າງໃບຄິດໄລ່ ເທິງຂວາ.

ຟອມຈົດທະບຽນ ຍັງເປົ່າ

ຕ່າງຈາກຂຶ້ນບັນຊີແນວໃດ​

ຟອມມີ 5 ສ່ວນຄືກັນ. ໃນສ່ວນ ຂໍ້ມູນຫົວ ມີຊ່ອງເພີ່ມ:

ຊ່ອງໃຊ້ເພື່ອ
ເລກທີຂາເຂົ້າເລກທີເອກະສານທີ່ຜູ້ຂໍບໍລິການສົ່ງເຂົ້າມາ
ວັນທີຂາເຂົ້າວັນທີຂອງເອກະສານນັ້ນ
ປະເພດສັນຍາພິມເປັນຂໍ້ຄວາມ ບອກປະເພດສັນຍາ

ສ່ວນ ກວດເອກະສານ ມີ 9 ຢ່າງຄືກັນ. ສ່ວນ ຂໍ້ມູນພາຫະນະ & ລາຍການ ໃຊ້ວິທີເພີ່ມພາຫະນະແບບດຽວກັນ — ເບິ່ງ ຂຶ້ນບັນຊີ.

ຟອມທີ່ກອກແລ້ວ

ບັນທຶກ ແລະ ພິມ​

ກົດ ບັນທຶກ. ໃບທີ່ພິມ ມີຫົວຂໍ້ ໃບກວດຜ່ານ ແລະ ຄິດໄລ່ຄ່າຈົດທະບຽນພາຫະນະຂອງລັດ. ໃນຕາຕະລາງ ມູນຄ່າພາຫະນະຢູ່ຄໍລຳ ຄ່າຈົດທະບຽນ.

ໃບຈົດທະບຽນທີ່ພິມ

ບັນຫາທີ່ພົບ​

ເບິ່ງຫົວຂໍ້ ບັນຫາທີ່ພົບ ໃນ ຂຶ້ນບັນຊີ.