ສ້າງໃບຄິດໄລ່ອື່ນໆ
ສິດທີ່ຕ້ອງມີ: ໃບຄິດໄລ່ອື່ນໆ
ເລີ່ມສ້າງ
- ກົດ ໃບຄິດໄລ່ ໃນເມນູດ້ານຊ້າຍ ແລ້ວກົດ ໃບຄິດໄລ່ອື່ນໆ.
- ກົດປຸ່ມ ສ້າງໃບຄິດໄລ່ ເທິງຂວາ.
ໜ້າຟອມມີ 4 ສ່ວນ. ຊ່ອງທີ່ມີເຄື່ອງໝາຍ * ຕ້ອງໃສ່.

1. ຂໍ້ມູນຫົວ
- ປະເພດຄູ່ຮ່ວມ — ເລືອກ ບຸກຄົນ, ນິຕິບຸກຄົນ ຫຼື ລັດຖະບານ.
- ຊື່ຄູ່ຮ່ວມ — ຜູ້ທີ່ໃບຄິດໄລ່ອອກໃຫ້.
- ຖ້າເລືອກ ບຸກຄົນ ໃຫ້ພິມຊື່ໃສ່ຊ່ອງ.
- ຖ້າເລືອກ ນິຕິບຸກຄົນ ໃຫ້ເລືອກຈາກລາຍການ. ຖ້າຍັງບໍ່ມີໃນລາຍການ ກົດ + ຂ້າງຊ່ອງເພື່ອເພີ່ມໃໝ່.
- ຖ້າອອກໃຫ້ຫຼາຍຄົນ ກົດ ເພີ່ມຄູ່ຮ່ວມ.
- ວັນຄົບກຳນົດຈ່າຍ — ວັນທີ່ຕ້ອງຊຳລະ.
- ສະກຸນເງິນ — ກີບ, ບາດ, ໂດລາ ຫຼື ຢວນ.
- ແຫຼ່ງທຶນ — ງົບປະມານ, ທຶນຊ່ວຍເຫຼືອ, ທຶນກູ້ຢືມ, ເອກະສານບໍ່ມີມູນຄ່າ ຫຼື ງົບປະມານຂອງບຸກຄົນ/ນິຕິບຸກຄົນ.
- ແຂວງທີ່ອອກ ແລະ ແຂວງງົບປະມານ — ລະບົບໃສ່ໃຫ້ແລ້ວ. ແຂວງງົບປະມານປ່ຽນໄດ້.
- ເລກທີຂາເຂົ້າ ແລະ ວັນທີຂາເຂົ້າ — ເລກທີ ແລະ ວັນທີຂອງເອກະສານທີ່ຜູ້ຂໍບໍລິການສົ່ງເຂົ້າມາ (ບໍ່ບັງຄັບ).
2. ອີງຕາມ
ເປັນຂໍ້ຄວາມກົດໝາຍທີ່ຈະພິມໃນໃບຄິດໄລ່. ລະບົບໃສ່ ອີງຕາມ 1 ແລະ ອີງຕາມ 2 ໃຫ້ແລ້ວ.
- ແກ້ຂໍ້ຄວາມໄດ້ໂດຍກົດໃສ່ຊ່ອງ.
- ກົດ ເພີ່ມອີງຕາມ ເພື່ອເພີ່ມແຖວ.
- ກົດຮູບຖັງຂີ້ເຫຍື້ອທາງຂວາ ເພື່ອລຶບແຖວ.
3. ລາຍການ
- ຮ່ວງລາຍຮັບ — ລະບົບໃສ່ ຄ່າຈົດທະບຽນ ເອກະສານ ອື່ນໆ ໃຫ້ແລ້ວ.
- ໝວດໝູ່ຄ່າທຳນຽມ — ເລືອກປະເພດຄ່າທຳນຽມ.
- ໃນແຖວລາຍການ:
- ເນື້ອໃນຈົດທະບຽນ — ໃສ່ຂໍ້ຄວາມວ່າຈົດທະບຽນເລື່ອງຫຍັງ.
- ຄ່າຈົດທະບຽນ — ໃສ່ຈຳນວນເງິນ ຫຼື ກົດປຸ່ມຮູບລາຍການທາງຂວາຂອງຊ່ອງ ເພື່ອ ເລືອກລາຄາ ຈາກລາຄາທີ່ກຳນົດໄວ້.
- ຄ່າບໍລິການ — ລະບົບໃສ່ 20,000 ໃຫ້. ແກ້ໄດ້.
- ຖ້າມີຫຼາຍລາຍການ ກົດ ເພີ່ມແຖວ.
4. ລວມ
- ຄ່າພິມຟອມ — ລະບົບໃສ່ 10,000 ໃຫ້. ແກ້ໄດ້.
- ມູນຄ່າສັນຍາ — ໃສ່ເມື່ອຕ້ອງການສະແດງມູນຄ່າສັນຍາໃນໃບ.
- ລວມຄ່າບໍລິການ ແລະ ລວມທັງໝົດ ລະບົບຄິດໃຫ້ເອງ.

ບັນທຶກ
ກົດ ບັນທຶກ. ຖ້າສຳເລັດ ຈະເຫັນຂໍ້ຄວາມ ສ້າງໃບຄິດໄລ່ ... ສຳເລັດ ແລະ ເປີດໜ້າລາຍລະອຽດຂອງໃບນັ້ນ.

ກົດ ກັບ ຖ້າຕ້ອງການອອກໂດຍບໍ່ບັນທຶກ.
ເມື່ອບັນທຶກແລ້ວ ລະບົບສ້າງສັນຍາໃນເມນູ ຈົດທະບຽນສັນຍາ ຢູ່ສະຖານະ ລໍຖ້າອະນຸມັດ ໃຫ້ເອງ — ເບິ່ງ ຈົດທະບຽນສັນຍາ.
ບັນຫາທີ່ພົບ
| ອາການ | ວິທີແກ້ |
|---|---|
| ກົດບັນທຶກແລ້ວບໍ່ໄປຕໍ່ | ກວດວ່າໃສ່ຊ່ອງທີ່ມີ * ຄົບແລ້ວ |
| ກົດປຸ່ມ ເລືອກລາຄາ ບໍ່ໄດ້ | ຕ້ອງເລືອກ ໝວດໝູ່ຄ່າທຳນຽມ ກ່ອນ |
| ບໍ່ເຫັນເມນູ ໃບຄິດໄລ່ອື່ນໆ | ບັນຊີຍັງບໍ່ມີສິດ — ເບິ່ງ ສິດການໃຊ້ງານ |