Skip to main content

ສິດການໃຊ້ງານໃບຄິດໄລ່ພາຫະນະ

ເມນູທີ່ທ່ານເຫັນຈະປ່ຽນຕາມ ສິດ ຂອງຕຳແໜ່ງທ່ານ. ຜູ້ດູແລລະບົບເປັນຜູ້ກຳນົດສິດ.

ສິດມີຫຍັງແດ່​

ສິດຂອງເມນູ ພາຫະນະ ແຍກຢູ່ 3 ກຸ່ມໃນໜ້າຕັ້ງຄ່າສິດຕຳແໜ່ງ:

ເມນູຍ່ອຍສິດທີ່ຕ້ອງມີຢູ່ກຸ່ມ
ຂຶ້ນບັນຊີ (ງົບປະມານ) ແລະ ຂຶ້ນບັນຊີ (ທຶນຊ່ວຍເຫຼືອ)ຂື້ນບັນຊີພາຫະນະໃບຄິດໄລ່
ຈົດທະບຽນ (ງົບປະມານ) ແລະ ຈົດທະບຽນ (ທຶນຊ່ວຍເຫຼືອ)ຈົດທະບຽນພາຫະນະໃບຄິດໄລ່
ສ້ອມແປງ (ງົບປະມານ)ສ້ອມແປງ (ງົບປະມານ)ກວດຜ່ານເອກະສານສັນຍາ
ສ້ອມແປງ (ທຶນຊ່ວຍເຫຼືອ)ສ້ອມແປງ (ທືນຊ່ວຍເຫຼືອ)ກວດຜ່ານເອກະສານສັນຍາ
  • ແຕ່ລະສິດເປັນຊ່ອງຕິກດຽວ. ຕຳແໜ່ງທີ່ມີສິດໃດ ຈະເຫັນເມນູຍ່ອຍນັ້ນເທົ່ານັ້ນ.
  • ຖ້າຕຳແໜ່ງບໍ່ມີສິດໃດໃນຕາຕະລາງນີ້ ເມນູ ພາຫະນະ ຈະບໍ່ປາກົດເລີຍ.
  • ບັນຊີທີ່ມີສິດ ເບິ່ງ, ສ້າງ, ແກ້ໄຂ ແລະ ພິມໃບຂອງເມນູນັ້ນໄດ້.

ຂໍສິດເພີ່ມ​

ແຈ້ງຜູ້ດູແລລະບົບ ພ້ອມບອກຊື່ເມນູທີ່ຕ້ອງການ ເຊັ່ນ "ຂໍສິດ ຈົດທະບຽນພາຫະນະ". ຜູ້ດູແລຈະເປີດ ຕັ້ງຄ່າ → ຕຳແໜ່ງ ແລ້ວຕິກສິດໃຫ້ຕຳແໜ່ງຂອງທ່ານ. ຫຼັງຈາກນັ້ນໃຫ້ອອກຈາກລະບົບ ແລ້ວເຂົ້າໃໝ່.