Skip to main content

ຢືນຢັນ ຫຼື ປະຕິເສດແຜນ

ເມື່ອແຜນຖືກສົ່ງ ແຜນຈະຢູ່ໃນສະຖານະ ລໍຖ້າຢືນຢັນ. ຜູ້ອະນຸມັດຈະຕັດສິນວ່າ ຢືນຢັນ, ປະຕິເສດ ຫຼື ຍົກເລີກ.

ໃຜເຮັດໄດ້: ຜູ້ທີ່ມີສິດ ອະນຸມັດ / ສຳເລັດ.

warning

ຜູ້ທີ່ສົ່ງແຜນ ບໍ່ສາມາດຢືນຢັນ ຫຼື ປະຕິເສດແຜນຂອງຕົນເອງ. ຕ້ອງໃຫ້ຄົນອື່ນເຮັດ.

ຊອກແຜນທີ່ລໍຖ້າທ່ານ​

  1. ເຂົ້າ ລາຍການແຜນ
  2. ກົດແຖບ ລໍຖ້າຂ້ອຍ
  3. ກົດເລກທີແຜນທີ່ຕ້ອງການ

ຢືນຢັນແຜນ​

  1. ເປີດແຜນທີ່ ລໍຖ້າຢືນຢັນ
  2. ກົດ ຢືນຢັນການສ້າງແຜນ

ໜ້າແຜນທີ່ລໍຖ້າຢືນຢັນ ສຳລັບຜູ້ອະນຸມັດ

  1. ກອກຂໍ້ມູນໃນໜ້າຕ່າງທີ່ເດັ້ງຂຶ້ນມາ

ໜ້າຕ່າງຢືນຢັນແຜນ

ຊ່ອງໃຫ້ກອກຫຍັງ
ເລກທີເອກະສານຢືນຢັນ *ເລກທີຂອງເອກະສານທີ່ໃຊ້ຢືນຢັນ
ວັນທີເອກະສານຢືນຢັນ *ວັນທີຂອງເອກະສານ
ເອກະສານຢືນຢັນແນບໄຟລ໌ (ບໍ່ບັງຄັບ, ບໍ່ເກີນ 10 MB)
ໝາຍເຫດຂໍ້ຄວາມເພີ່ມເຕີມ
ຈຳນວນຄັ້ງກວດວຽກສູງສຸດເຮັດການກວດວຽກ ແລະ ສົ່ງມອບໄດ້ສູງສຸດຈັກຄັ້ງ. ປ່ອຍຫວ່າງໄວ້ ລະບົບໃຊ້ 3 ຄັ້ງ
caution

ຈຳນວນຄັ້ງກວດວຽກສູງສຸດ ປ່ຽນບໍ່ໄດ້ຫຼັງຈາກຢືນຢັນແລ້ວ. ກວດໃຫ້ແນ່ໃຈກ່ອນກົດ.

  1. ກົດ ຢືນຢັນການສ້າງແຜນ

ຜົນ: ແຜນປ່ຽນເປັນ ຢືນຢັນແລ້ວ ແລະ ເລີ່ມ ກວດວຽກ ແລະ ສົ່ງມອບ ໄດ້.

ປະຕິເສດແຜນ​

ໃຊ້ເມື່ອແຜນຕ້ອງແກ້ໄຂກ່ອນ.

  1. ເປີດແຜນທີ່ ລໍຖ້າຢືນຢັນ
  2. ກົດ ປະຕິເສດ
  3. ຂຽນ ເຫດຜົນ ໃຫ້ຊັດເຈນ (ຢ່າງໜ້ອຍ 5 ຕົວອັກສອນ)

ໜ້າຕ່າງປະຕິເສດແຜນ

  1. ກົດຢືນຢັນໃນໜ້າຕ່າງ

ຜົນ: ແຜນປ່ຽນເປັນ ຖືກປະຕິເສດ ແລະ ຜູ້ສົ່ງຈະເຫັນເຫດຜົນ.

ເມື່ອແຜນຖືກປະຕິເສດ​

ຜູ້ສ້າງແຜນຈະເຫັນກ່ອງ ເຫດຜົນທີ່ປະຕິເສດ ຢູ່ໜ້າແຜນ.

ແຜນທີ່ຖືກປະຕິເສດ

  1. ອ່ານເຫດຜົນ
  2. ກົດ ແກ້ໄຂ ແລ້ວສົ່ງໃໝ່
  3. ແກ້ໄຂຂໍ້ມູນຕາມເຫດຜົນ ຜ່ານ 3 ຂັ້ນຕອນຄືເກົ່າ ແລ້ວກົດ ສົ່ງຢືນຢັນ

ຍົກເລີກແຜນ​

ໃຊ້ເມື່ອບໍ່ຕ້ອງການດຳເນີນແຜນນີ້ອີກ. ເຮັດໄດ້ຕອນແຜນ ລໍຖ້າຢືນຢັນ ຫຼື ຢືນຢັນແລ້ວ (ຍັງບໍ່ເລີ່ມຮັບເຄື່ອງ).

  1. ກົດ ຍົກເລີກແຜນ
  2. ຂຽນ ເຫດຜົນ (ຢ່າງໜ້ອຍ 5 ຕົວອັກສອນ)
  3. ກົດຢືນຢັນ

ຜົນ: ແຜນປ່ຽນເປັນ ຍົກເລີກ ແລະ ແກ້ໄຂຕໍ່ບໍ່ໄດ້.