Skip to main content

ສ້າງແຜນໃໝ່

ການສ້າງແຜນມີ 3 ຂັ້ນຕອນ: ຂໍ້ມູນແຜນ → ລາຍການ → ກວດສອບ. ເມື່ອສຳເລັດ ທ່ານຈະບັນທຶກເປັນຮ່າງ ຫຼື ສົ່ງໃຫ້ຢືນຢັນເລີຍກໍໄດ້.

ໃຜເຮັດໄດ້: ຜູ້ທີ່ມີສິດ ສ້າງ.

ເລີ່ມສ້າງ​

  1. ເຂົ້າ ລາຍການແຜນ
  2. ກົດປຸ່ມ ສ້າງແຜນ ທາງມຸມຂວາເທິງ

ຂັ້ນຕອນທີ 1: ຂໍ້ມູນແຜນ​

ຟອມຂໍ້ມູນແຜນ ກ່ອນກອກ

ກອກຂໍ້ມູນ. ຊ່ອງທີ່ມີເຄື່ອງໝາຍ * ແມ່ນຕ້ອງກອກ.

ຊ່ອງໃຫ້ກອກຫຍັງ
ຊື່ແຜນ *ຊື່ທີ່ເຂົ້າໃຈງ່າຍ ເຊັ່ນ "ຊື້ຄອມພິວເຕີສຳລັບຫ້ອງການ"
ປີແຜນ *ປີງົບປະມານ
ປະເພດແຜນ *ເລືອກ ເຊັ່ນ ພາຫະນະ, ໄຟຟ້າ, ອຸປະກອນຫ້ອງການ
ປະເພດການຈັດຊື້ *ເລືອກ ສິນຄ້າ, ກໍ່ສ້າງ ຫຼື ທີ່ປຶກສາ
ແຫຼ່ງທຶນເລືອກແຫຼ່ງທຶນ (ບໍ່ບັງຄັບ)
ງົບປະມານ *ວົງເງິນທັງໝົດຂອງແຜນ
ສະກຸນເງິນ *ປົກກະຕິແມ່ນ ກີບ (LAK)
ເລກທີອ້າງອີງ *ເລກທີຂອງໜັງສືອ້າງອີງ
ວັນທີອ້າງອີງ *ວັນທີຂອງໜັງສືອ້າງອີງ
ໝາຍເຫດຂໍ້ຄວາມເພີ່ມເຕີມ
ເອກະສານແນບກົດ ເລືອກໄຟລ໌ ເພື່ອແນບໄຟລ໌ (ບໍ່ເກີນ 10 MB)
ອົງກອນລະບົບໃສ່ອົງກອນຂອງທ່ານໃຫ້ແລ້ວ ປ່ຽນໄດ້ຖ້າຈຳເປັນ

ຖ້າເລືອກສະກຸນເງິນອື່ນທີ່ບໍ່ແມ່ນກີບ ລະບົບຈະຖາມ ຈຳນວນເງິນຕົ້ນສະບັບ ແລະ ອັດຕາແລກປ່ຽນ ເພື່ອຄິດເປັນກີບໃຫ້.

ຟອມຂໍ້ມູນແຜນ ກອກແລ້ວ

ກົດ ຕໍ່ໄປ. ຖ້າຍັງມີຊ່ອງທີ່ບໍ່ໄດ້ກອກ ລະບົບຈະບອກດ້ວຍຕົວໜັງສືສີແດງ "ຈຳເປັນຕ້ອງມີຂໍ້ມູນນີ້".

ຂັ້ນຕອນທີ 2: ລາຍການ​

ໃສ່ລາຍການສິ່ງຂອງທີ່ຈະຊື້. ຕ້ອງມີຢ່າງໜ້ອຍ 1 ລາຍການ.

ຂັ້ນຕອນລາຍການ ຍັງບໍ່ມີລາຍການ

  1. ກົດ ເພີ່ມລາຍການ
  2. ກອກຂໍ້ມູນຂອງລາຍການ
ຊ່ອງໃຫ້ກອກຫຍັງ
ຊື່ລາຍການ *ຊື່ສິ່ງຂອງ
ຫົວໜ່ວຍເຊັ່ນ ເຄື່ອງ, ຄັນ, ຊຸດ
ຈຳນວນ *ຈຳນວນທີ່ຕ້ອງການ
ລາຄາຕໍ່ຫົວໜ່ວຍ *ລາຄາຂອງ 1 ຫົວໜ່ວຍ
ຂໍ້ກຳນົດຄຸນລັກສະນະລາຍລະອຽດ ເຊັ່ນ ຂະໜາດ, ຮຸ່ນ

ຂັ້ນຕອນລາຍການ ກອກແລ້ວ

ລະບົບຄິດ ລວມລາຍການ ແລະ ຄົງເຫຼືອ ຈາກງົບປະມານໃຫ້ອັດຕະໂນມັດ.

ກົດ ຕໍ່ໄປ.

ຂັ້ນຕອນທີ 3: ກວດສອບ​

ຂັ້ນຕອນກວດສອບ

ໜ້ານີ້ສະຫຼຸບຊື່ແຜນ, ປີ, ຈຳນວນລາຍການ ແລະ ມູນຄ່າລວມ.

ຫົວຂໍ້ ວິທີການຈັດຊື້ ເປັນຄຳແນະນຳຂອງລະບົບ ວ່າຄວນຈັດຊື້ແບບໃດ (ເຊັ່ນ ປຽບທຽບລາຄາ) ຕາມປະເພດ ແລະ ວົງເງິນ.

ຖ້າຕ້ອງການໃຊ້ ການປະມູນວົງແຄບ ແທນ ໃຫ້ເປີດສະວິດ ແລ້ວກອກຂໍ້ມູນທີ່ລະບົບຖາມເພີ່ມ.

ບັນທຶກ ຫຼື ສົ່ງ​

ປຸ່ມຜົນ
ບັນທຶກຮ່າງເກັບແຜນໄວ້ກ່ອນ ຍັງແກ້ໄຂຕໍ່ໄດ້
ສົ່ງຢືນຢັນສົ່ງໃຫ້ຜູ້ອະນຸມັດ ແຜນປ່ຽນເປັນ ລໍຖ້າຢືນຢັນ
ກັບຄືນກັບໄປຂັ້ນຕອນກ່ອນ
info

ຫຼັງສົ່ງຢືນຢັນແລ້ວ ທ່ານຈະແກ້ໄຂແຜນບໍ່ໄດ້ ຈົນກວ່າແຜນຈະຖືກປະຕິເສດ.

ແກ້ໄຂ ຫຼື ລຶບແຜນຮ່າງ​

ເປີດແຜນຮ່າງ ແລ້ວກົດ ແກ້ໄຂແຜນ ຫຼື ລຶບແຜນ. ເບິ່ງ ໜ້າລາຍລະອຽດແຜນ.