Skip to main content

ສ້ອມແປງ

ໃຊ້ກັບເມນູ ສ້ອມແປງ (ງົບປະມານ) ແລະ ສ້ອມແປງ (ທຶນຊ່ວຍເຫຼືອ) ໃນເມນູ ພາຫະນະ.

ສິດທີ່ຕ້ອງມີ: ສ້ອມແປງ (ງົບປະມານ) ຫຼື ສ້ອມແປງ (ທືນຊ່ວຍເຫຼືອ) — ເບິ່ງ ສິດການໃຊ້ງານ.

ເປັນໃບຊະນິດໃດ​

ໃບສ້ອມແປງແມ່ນ ໃບກວດຜ່ານເອກະສານສັນຍາ ແບບດຽວກັບເມນູ ພັດສະດຸ ແລະ ທີ່ປືກສາ ໃນເມນູ ກວດຜ່ານເອກະສານສັນຍາ. ສະນັ້ນຟອມ, ຊ່ອງ ແລະ ວິທີກອກຄືກັນທຸກຢ່າງ — ເບິ່ງ ສ້າງໃບກວດຜ່ານເອກະສານ. ຕ່າງກັນແຕ່ຢູ່ຄົນລະເມນູ:

  • ກົດ ພາຫະນະ ໃນເມນູດ້ານຊ້າຍ ແລ້ວເລືອກ ສ້ອມແປງ (ງົບປະມານ) ຫຼື ສ້ອມແປງ (ທຶນຊ່ວຍເຫຼືອ).
  • ກົດປຸ່ມ ສ້າງສ້ອມແປງ (ງົບປະມານ) (ຫຼື ສ້າງສ້ອມແປງ (ທຶນຊ່ວຍເຫຼືອ)) ເທິງຂວາ.
  • ຄ່າບໍລິການເລີ່ມຕົ້ນ 20,000 ກີບ ບອກໄວ້ໃຕ້ຊ່ອງ ແລະ ແກ້ໄດ້.

ຟອມສ້ອມແປງ

ລາຍການສ້ອມແປງ

ຫຼັງບັນທຶກ ລະບົບສ້າງສັນຍາໃນເມນູ ຈົດທະບຽນສັນຍາ ຢູ່ສະຖານະ ລໍຖ້າອະນຸມັດ ໃຫ້ເອງ. ການເບິ່ງລາຍລະອຽດ, ແກ້ໄຂ ແລະ ພິມ — ເບິ່ງ ລາຍລະອຽດ, ແກ້ໄຂ ແລະ ພິມ.