ແຕ່ລະໜ້າ ແລະ ວິທີຄິດໄລ່
ກົດລະບຽບທີ່ໃຊ້ຫຼາຍໜ້າ
| ເລື່ອງ | ກົດລະບຽບ |
|---|---|
| ສູນກາງ / ທ້ອງຖິ່ນ (ຊັບສິນ) | ຕາມ ອົງກອນ ທີ່ຖືຊັບສິນ: ອົງກອນ ລະດັບ ສູນກາງ = ສູນກາງ. ລະດັບ ແຂວງ ແລະ ເມືອງ = ທ້ອງຖິ່ນ (ບໍ່ແຍກເມືອງ). ຊັບສິນທີ່ບໍ່ໄດ້ຜູກກັບ ອົງກອນ ນັບເປັນ ທ້ອງຖິ່ນ. ທີ່ດິນທີ່ບໍ່ໄດ້ຜູກກັບ ອົງກອນ ໃຊ້ລະດັບທີ່ບັນທຶກໃນທີ່ດິນນັ້ນ |
| ນັບຊັບສິນ | ນັບ ທຸກລາຍການທີ່ບັນທຶກໃນລະບົບ ລວມທັງທີ່ ສະສາງແລ້ວ ແລະ ທີ່ຍັງບໍ່ສຳເລັດ |
| ສົກປີ | ເດືອນ 1 ຫາ ເດືອນ 12 ຂອງປີດຽວກັນ |
| 4 ປີຫຼ້າສຸດ | 4 ປີທີ່ຜ່ານໄປແລ້ວ (ບໍ່ລວມປີປັດຈຸບັນ) |
| ຕົວເລກຈຳນວນ | ຕົວເລກເຕັມ ບໍ່ຫຍໍ້ |
| ຕື້ກີບ / ລ້ານກີບ | ກີບ ÷ 1,000,000,000 / ກີບ ÷ 1,000,000, ມີ 1 ຈຸດທົດສະນິຍົມ |
| % | ສ່ວນ ÷ ທັງໝົດ × 100, ປັດເປັນຈຳນວນເຕັມ |
ໜ້າ 1: ສັງຫາລິມະຊັບ · ລົດຂອງລັດ

| ສ່ວນ | ວິທີຄິດໄລ່ |
|---|---|
| ລົດຂອງລັດທັງໝົດ | ຈຳນວນລົດທຸກຄັນທີ່ບັນທຶກໃນລະບົບ |
| ສູນກາງ X% / ທ້ອງຖິ່ນ Y% | ລົດແຕ່ລະລະດັບ ÷ ລົດທັງໝົດ × 100 |
| ແຖບ 4 ສີ | ສູນກາງ · ລົດໃຫຍ່, ສູນກາງ · ລົດຈັກ, ທ້ອງຖິ່ນ · ລົດໃຫຍ່, ທ້ອງຖິ່ນ · ລົດຈັກ. ລົດໃຫຍ່ = ລົດທັງໝົດຂອງລະດັບນັ້ນ − ລົດຈັກ (ລວມລົດທີ່ບໍ່ລະບຸປະເພດ) |
| ປະເພດລົດ Top 5 | 5 ປະເພດລົດທີ່ມີຫຼາຍທີ່ສຸດ. ແຖບນ້ອຍ ແຍກ ສູນກາງ (ຟ້າ) ແລະ ທ້ອງຖິ່ນ (ສົ້ມ). ລົດທີ່ບໍ່ມີປະເພດ ສະແດງເປັນ ບໍ່ລະບຸ |
| ຈຳນວນ | ລົດທັງໝົດຂອງລະດັບນັ້ນ |
| ໃຊ້ງານຢູ່ | ລົດທີ່ສະຖານະ ສຳເລັດ (ໃຊ້ງານໄດ້) |
| ສະສາງ | ລົດທີ່ສະຖານະ ສະສາງແລ້ວ |
| ມູນຄ່າສະສາງ (ລ້ານກີບ) · ມີຂໍ້ມູນ X/Y ຄັນ | ລວມມູນຄ່າໃນບັນທຶກການສະສາງ ÷ 1,000,000. X = ຈຳນວນບັນທຶກທີ່ມີມູນຄ່າ, Y = ຈຳນວນລົດທີ່ສະສາງ |
| ອົງກອນ ສູນກາງ | 5 ກະຊວງ (ສູນກາງ) ທີ່ມີລົດຫຼາຍທີ່ສຸດ, ແຍກ ລົດໃຫຍ່ ແລະ ລົດຈັກ |
| ທ້ອງຖິ່ນຕາມແຂວງ | ລົດ ທ້ອງຖິ່ນ ແຕ່ລະແຂວງ ຈາກຫຼາຍຫາໜ້ອຍ (ຕາມແຂວງທີ່ບັນທຶກໃນລົດ) |
ມູນຄ່າສະສາງ ນັບສະເພາະບັນທຶກທີ່ມີມູນຄ່າ ລະຫວ່າງ 1 ກີບ ຫາ ຕ່ຳກວ່າ 1,000 ລ້ານກີບ. ມູນຄ່າ 1,000 ລ້ານຂຶ້ນໄປ ບໍ່ນັບ ເພາະເປັນຂໍ້ມູນທີ່ນຳເຂົ້າຜິດ. ລົດທີ່ສະສາງຫຼາຍຄັນບໍ່ມີມູນຄ່າ, ໃຫ້ອ່ານ ມີຂໍ້ມູນ X/Y ຄັນ ກ່ອນນຳໄປໃຊ້. ຕົວຢ່າງໃນຮູບ: ສູນກາງ ມີຂໍ້ມູນ 311 ຈາກ 444 ຄັນ.
ໝາຍເຫດ: ລົດທີ່ສະຖານະບໍ່ແມ່ນ ສຳເລັດ ຫຼື ສະສາງແລ້ວ (ເຊັ່ນ ຍັງບໍ່ສຳເລັດ) ນັບໃນ ຈຳນວນ ແຕ່ບໍ່ນັບໃນ ໃຊ້ງານຢູ່ ຫຼື ສະສາງ.
ໜ້າ 2: ສັງຫາລິມະຊັບ · ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເຟີນິເຈີ

| ສ່ວນ | ວິທີຄິດໄລ່ |
|---|---|
| ສັງຫາລິມະຊັບທັງໝົດ (ບໍ່ລວມລົດ) | ເຄື່ອງໃຊ້ໄຟຟ້າ + ເຄື່ອງເຟີນິເຈີ ທັງໝົດ |
| ກ່ອງ ສູນກາງ / ທ້ອງຖິ່ນ | ຈຳນວນ ແລະ % ຂອງທັງໝົດ. ພາຍໃນແຍກ ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເຟີນິເຈີ |
| ອົງກອນສູນກາງ ຊັບສິນຫຼາຍທີ່ສຸດ / ອົງກອນທ້ອງຖິ່ນ ຊັບສິນຫຼາຍທີ່ສຸດ | 5 ອົງກອນ ທີ່ມີ ເຄື່ອງໃຊ້ໄຟຟ້າ + ເຄື່ອງເຟີນິເຈີ ຫຼາຍທີ່ສຸດ. ອົງກອນທ້ອງຖິ່ນ ມີຊື່ແຂວງໃນວົງເລັບ |
ໜ້າ 3: ອະສັງຫາລິມະຊັບ · ທີ່ດິນ ແລະ ສິ່ງປຸກສ້າງຂອງລັດ

| ສ່ວນ | ວິທີຄິດໄລ່ |
|---|---|
| ອະສັງຫາລິມະຊັບທັງໝົດ | ຈຳນວນທີ່ດິນ ປະເພດ ບຸກຄົນ ແລະ ອາຄານ ທີ່ບັນທຶກໃນລະບົບ |
| ກ່ອງ ສູນກາງ / ທ້ອງຖິ່ນ | ຈຳນວນ ແລະ % ຂອງທັງໝົດ |
| ລາຍຊື່ 5 ອົງກອນ | 5 ອົງກອນ ທີ່ມີທີ່ດິນຫຼາຍທີ່ສຸດ ໃນແຕ່ລະລະດັບ. ທີ່ດິນທີ່ບໍ່ໄດ້ຜູກກັບ ອົງກອນ ບໍ່ຢູ່ໃນລາຍຊື່ນີ້ |
ໜ້ານີ້ບໍ່ສະແດງມູນຄ່າ ເພາະທີ່ດິນບໍ່ມີຂໍ້ມູນມູນຄ່າໃນລະບົບ.
ໜ້າ 4: ທ້ອງຖິ່ນ ຕາມແຂວງ

| ສ່ວນ | ວິທີຄິດໄລ່ |
|---|---|
| ສູນກາງ: N (ບໍ່ລວມໃນແຜນທີ່) | ຊັບສິນ ສູນກາງ ທັງໝົດ (ລົດ + ເຄື່ອງໃຊ້ໄຟຟ້າ + ເຄື່ອງເຟີນິເຈີ + ທີ່ດິນ). ບໍ່ໃສ່ແຜນທີ່ ເພາະເກືອບທັງໝົດ ບັນທຶກຢູ່ ນະຄອນຫຼວງວຽງຈັນ ແລະ ຈະເຮັດໃຫ້ແຜນທີ່ອ່ານຍາກ |
| ແຜນທີ່ | ວົງມົນ 1 ວົງ ຕໍ່ແຂວງ. ວົງໃຫຍ່ = ຊັບສິນ ທ້ອງຖິ່ນ ຫຼາຍ. 6 ແຂວງທີ່ຫຼາຍສຸດ ມີຊື່ ແລະ ຈຳນວນ |
| ທຸກແຂວງ | ຊັບສິນ ທ້ອງຖິ່ນ ແຕ່ລະແຂວງ ຈາກຫຼາຍຫາໜ້ອຍ. ແຖບແຍກສີ: ລົດຂອງລັດ, ເຄື່ອງໃຊ້ໄຟຟ້າ, ເຄື່ອງເຟີນິເຈີ, ດິນ ແລະ ສິ່ງປຸກສ້າງຂອງລັດ |
ແຂວງ ນັບຕາມແຂວງທີ່ບັນທຶກໃນຊັບສິນແຕ່ລະລາຍການ.
ໜ້າ 5-7: ລາຍຮັບ ຕາມສົກປີ
ລາຍຮັບນັບແນວໃດ
- ມາຈາກ ໃບເກັບເງິນ ໃນລະບົບ AMIS. ບໍ່ນັບໃບເກັບເງິນທີ່ຍົກເລີກ
- ມູນຄ່າ = ຍອດເງິນ + ຄ່າບໍລິການ + ຄ່າພິມແບບຟອມ
- ນັບຕາມ ວັນທີສ້າງໃບເກັບເງິນ (ບໍ່ແມ່ນວັນທີຈ່າຍ)
- ບໍ່ນັບໃບເກັບເງິນ ຂາຍຊັບສິນ
- ນັບສະເພາະ ເງິນກີບ. ສະກຸນອື່ນ ບໍ່ລວມເຂົ້າ (ໜ້າ 6 ສະແດງແຍກເປັນກ່ອງນ້ອຍ)
- ຈັດກຸ່ມ: ສາທາລະນະສົມບັດ (ຄື້ນຄວາມຖີ່, ເລກໝາຍໂທລະສັບ, ລິຂະສິດ), ເອກະສານ, ສຳປະທານ, ເຊົ່າ (ລວມສັນຍາເຊົ່າທີ່ດິນ), ບໍ່ແຮ່, ແລະ ອື່ນໆ
ລາຍຮັບໃນໜ້າ 5-7 ມາຈາກໃບເກັບເງິນ AMIS, ສ່ວນໜ້າ 10-11 ມາຈາກລະບົບ STR ຂອງກະຊວງການເງິນ. ສອງແຫຼ່ງນີ້ ຕົວເລກບໍ່ເທົ່າກັນ.
ໜ້າ 5: ເຊົ່າ / ສຳປະທານ / ບໍ່ແຮ່

4 ກ່ອງ: ເຊົ່າ, ສຳປະທານ, ບໍ່ແຮ່, ອື່ນໆ. ແຕ່ລະກ່ອງມີ:
- ສົກປີນີ້: ລາຍຮັບປີປັດຈຸບັນ
- ຈຳນວນໃບເກັບເງິນ: ໃບເກັບເງິນປີປັດຈຸບັນ
- ຕາມສົກປີ (4 ປີຫຼ້າສຸດ): ຖັນແຕ່ລະປີ ພ້ອມຈຳນວນໃບເກັບເງິນ
ແຕ່ລະກ່ອງ ສະແດງເປັນ ຕື້ກີບ ຖ້າມີຕົວເລກໃດໜຶ່ງ ຮອດ 1 ຕື້ ຂຶ້ນໄປ, ຖ້າບໍ່ດັ່ງນັ້ນ ເປັນ ລ້ານກີບ.
ໜ້າ 6: ເອກະສານ

| ສ່ວນ | ວິທີຄິດໄລ່ |
|---|---|
| ຕາມສົກປີ (4 ປີຫຼ້າສຸດ) · ຕື້ກີບ | ລາຍຮັບແຕ່ລະປີ ພ້ອມຈຳນວນໃບເກັບເງິນ |
| ສົກປີ (ປີນີ້) ລາຍເດືອນ · ລ້ານກີບ | ລາຍຮັບແຕ່ລະເດືອນຂອງປີນີ້. ເດືອນທີ່ຍັງບໍ່ຮອດ ວ່າງ |
| ລວມຮອດປັດຈຸບັນ | ລວມທຸກເດືອນຂອງປີນີ້ ແລະ ຈຳນວນໃບເກັບເງິນ |
| ກ່ອງນ້ອຍ (ເຊັ່ນ USD) | ລາຍຮັບສະກຸນເງິນອື່ນ ທີ່ບໍ່ແມ່ນກີບ. ບໍ່ໄດ້ແປງເປັນກີບ |
| ຕາມປະເພດລາຍຮັບ | ລາຍຮັບປີນີ້ ແຍກຕາມປະເພດ |
| ຕາມແຫຼ່ງທຶນ | ລາຍຮັບປີນີ້ ແຍກ: ງົບປະມານ, ທຶນຊ່ວຍເຫຼືອ, ເງິນກູ້, ເອກະສານບໍ່ມີມູນຄ່າ, ງົບປະມານຂອງບຸກຄົນ/ນິຕິບຸກຄົນ, ບໍ່ລະບຸ |
| ຕາມແຂວງ | 5 ແຂວງທີ່ມີລາຍຮັບປີນີ້ຫຼາຍທີ່ສຸດ. ໃບເກັບເງິນທີ່ບໍ່ມີແຂວງ = ບໍ່ລະບຸ |
ໜ້າ 7: ສາທາລະນະສົມບັດ

3 ກ່ອງ: ຄື້ນຄວາມຖີ່, ຄ່າເລກໝາຍໂທລະສັບ, ຄ່າລິຂະສິດ. ອ່ານແບບດຽວກັບໜ້າ 5. ແຍກເປັນໜ້າຕ່າງຫາກ ເພາະມູນຄ່າສູງກວ່າກຸ່ມອື່ນຫຼາຍ.
ໜ້າ 8: ການເຄື່ອນໄຫວຊັບສິນ

ໜ້ານີ້ມີ 4 ຊຸດຕົວເລກ:
| ຊຸດ | ນັບແນວໃດ |
|---|---|
| ລົດຂອງລັດ, ເຄື່ອງໃຊ້ໄຟຟ້າ, ເຄື່ອງເຟີນິເຈີ | ຈຳນວນລາຍການທີ່ ບັນທຶກເຂົ້າລະບົບ ໃນເດືອນ/ປີນັ້ນ (ບໍ່ແມ່ນວັນທີຊື້) |
| ລົດ: ສະສາງ | ລົດທີ່ສະສາງແລ້ວ ແລະ ມີບັນທຶກການສະສາງ, ນັບຕາມ ວັນທີສະສາງ |
| ສ່ວນ | ວິທີຄິດໄລ່ |
|---|---|
| ຕາມສົກປີ (4 ປີຫຼ້າສຸດ) | 4 ຊຸດ ແຕ່ລະປີ |
| ສົກປີ (ປີນີ້) ລາຍເດືອນ | 4 ຊຸດ ແຕ່ລະເດືອນຂອງປີນີ້ |
| ລວມຮອດປັດຈຸບັນ: ບັນທຶກ X · ສະສາງ Y | X = ລາຍການທີ່ບັນທຶກເຂົ້າປີນີ້ ທັງ 3 ໝວດ, Y = ລົດທີ່ສະສາງປີນີ້ |
| ປະເພດຊັບສິນ Top 5 | 5 ປະເພດທີ່ມີຫຼາຍທີ່ສຸດ ແຕ່ລະໝວດ. ນັບທັງໝົດທຸກປີ, ບໍ່ແມ່ນສະເພາະປີນີ້ |
ລົດທີ່ປ່ຽນສະຖານະເປັນ ສະສາງແລ້ວ ແຕ່ບໍ່ມີບັນທຶກການສະສາງ ຈະນັບໃນໜ້າ 1 ແຕ່ ບໍ່ນັບ ໃນໜ້ານີ້. ຕົວເລກສະສາງ ສອງໜ້າຈຶ່ງອາດບໍ່ເທົ່າກັນ. ທີ່ດິນ ບໍ່ຢູ່ໃນໜ້ານີ້.
ໜ້າ 9: ການເຄື່ອນໄຫວຜູ້ໃຊ້ລະບົບ (30 ວັນຫຼ້າສຸດ)

- ໄລຍະເວລາ: 30 ວັນຫຼ້າສຸດ ນັບຮອດປັດຈຸບັນ
- ການເຄື່ອນໄຫວ = ການ ເພີ່ມ, ແກ້ໄຂ ຫຼື ລຶບ ຂໍ້ມູນໃນລະບົບບໍລິຫານ. ການເຂົ້າລະບົບ ຫຼື ເປີດເບິ່ງ ບໍ່ນັບ
- ບໍ່ສະແດງຊື່ຜູ້ໃຊ້
| ສ່ວນ | ວິທີຄິດໄລ່ |
|---|---|
| ຜູ້ໃຊ້ທີ່ໃຊ້ງານ / ຜູ້ໃຊ້ທັງໝົດ | A / T (P%). A = ຜູ້ໃຊ້ທີ່ມີການເຄື່ອນໄຫວຢ່າງໜ້ອຍ 1 ຄັ້ງ, T = ບັນຊີທີ່ເປີດໃຊ້ງານທັງໝົດ, P = A ÷ T × 100 |
| ສ້າງ / ແກ້ໄຂ / ລຶບ | ຈຳນວນຄັ້ງຂອງແຕ່ລະການກະທຳ |
| ຕາມລະດັບຂັ້ນ | ສູນກາງ ແລະ ທ້ອງຖິ່ນ: ໃຊ້ງານ / ທັງໝົດ. ໃຊ້ ລະດັບທີ່ຕັ້ງໄວ້ໃນບັນຊີຜູ້ໃຊ້. ທ້ອງຖິ່ນ = ແຂວງ + ເມືອງ. ບັນຊີທີ່ບໍ່ໄດ້ຕັ້ງລະດັບ ນັບໃນ ທັງໝົດ ແຕ່ບໍ່ຢູ່ໃນສອງກຸ່ມນີ້ |
| ການເຄື່ອນໄຫວລາຍວັນ | 30 ຖັນ, ແຕ່ລະຖັນ = ສ້າງ + ແກ້ໄຂ + ລຶບ ຂອງມື້ນັ້ນ |
| ຕາມໂມດູນ | ຈຳນວນຄັ້ງ ແຍກຕາມປະເພດຊັບສິນ |
| ຜູ້ໃຊ້ທີ່ໃຊ້ງານ ຕາມແຂວງ | ຜູ້ໃຊ້ທີ່ມີການເຄື່ອນໄຫວ ແຕ່ລະແຂວງ. ຜູ້ໃຊ້ສູນກາງ ນັບເຂົ້າ ນະຄອນຫຼວງວຽງຈັນ |
ລາຍລະອຽດເພີ່ມເຕີມ ເບິ່ງ ພາບລວມການເຄື່ອນໄຫວການນຳໃຊ້ລະບົບ.
ໜ້າ 10: ລາຍຮັບກົມຄຸ້ມຄອງຊັບສິນແຫ່ງລັດ

- ຂໍ້ມູນມາຈາກ ລະບົບ STR ຂອງກະຊວງການເງິນ, ອັບເດດທຸກ 5 ນາທີ, ສະເພາະປີປັດຈຸບັນ, ທົ່ວປະເທດ
- AMIS ບໍ່ໄດ້ຄິດໄລ່ ຕົວເລກໃນໜ້ານີ້. ສະແດງຕາມທີ່ STR ໃຫ້ມາ
- ສູນກາງ ແລະ ທ້ອງຖິ່ນ ໃນໜ້ານີ້ ແມ່ນການແບ່ງຂອງ STR (ບໍ່ແມ່ນກົດລະບຽບ ອົງກອນ ຂອງ AMIS)
3 ກອບ: ທົ່ວປະເທດ, ສູນກາງ, ທ້ອງຖິ່ນ. ແຕ່ລະກອບມີ:
| ສ່ວນ | ຄວາມໝາຍ |
|---|---|
| ລາຍຮັບຕົວຈິງ | ລາຍຮັບທີ່ເກັບໄດ້ ປີນີ້ (ກີບ) |
| % ຕໍ່ແຜນ | % ຂອງແຜນ ຈາກ STR. ແຖບເຕັມສູງສຸດ 100% |
| ແຜນການ | ແຜນລາຍຮັບປີນີ້ |
| ລາຍຮັບປະຈຳວັນ | ລາຍຮັບຂອງມື້ນີ້ |
| ມູນຄ່າແຈ້ງມອບປະຈຳວັນ / ມູນຄ່າແຈ້ງມອບທັງໝົດ | ມູນຄ່າແຈ້ງມອບ ມື້ນີ້ / ທັງປີ |
ສີຂອງ % ຕໍ່ແຜນ:
| ສີ | % ຕໍ່ແຜນ |
|---|---|
| ແດງ | ບໍ່ເກີນ 50% |
| ເຫຼືອງ | 51% - 80% |
| ຂຽວ | 81% - 100% |
| ຟ້າ | ເກີນແຜນ |
- ລາຍຮັບ ຕາມປະເພດ: 8 ປະເພດທີ່ມີລາຍຮັບຫຼາຍທີ່ສຸດ. ປະເພດທີ່ບໍ່ມີຊື່ = ອື່ນໆ
- ລຸ່ມສຸດ: ອັບເດດ HH:MM. ຖ້າຂໍ້ມູນເກົ່າກວ່າ 15 ນາທີ ຈະເຫັນ ຂໍ້ມູນບໍ່ເປັນປັດຈຸບັນ · ອັບເດດຫຼ້າສຸດ HH:MM
- ຖ້າຍັງບໍ່ມີຂໍ້ມູນ ຈະເຫັນ ຍັງບໍ່ມີຂໍ້ມູນຈາກລະບົບ STR
ໜ້າ 11: ລາຍຮັບກົມຄຸ້ມຄອງຊັບສິນແຫ່ງລັດ (ແຜນທີ່)

- ແຜນທີ່: ແຕ່ລະແຂວງ ມີສີຕາມ % ທຽບແຜນ (ສີດຽວກັບໜ້າ 10) ແລະ ສະແດງຊື່ ແລະ %
- ລາຍຮັບ ຕາມແຂວງ ແລະ ສູນກາງ: ທຸກແຂວງ ແລະ ກົມສ່ວຍສາອາກອນ ຈາກລາຍຮັບຫຼາຍຫາໜ້ອຍ, ພ້ອມ % ແລະ ຈຳນວນເງິນ (ກີບ)