ພາບລວມກວດຜ່ານເອກະສານສັນຍາ
ເມນູ ກວດຜ່ານເອກະສານສັນຍາ ໃຊ້ອອກ ໃບຢັ້ງຢືນກວດຜ່ານເອກະສານສັນຍາ ເມື່ອເຈົ້າໜ້າທີ່ກວດເອກະສານຂອງສັນຍາແລ້ວ. ໃບນີ້ບອກວ່າສັນຍາລະຫວ່າງຄູ່ສັນຍາຝ່າຍ 1 ແລະ ຝ່າຍ 2 ມີເອກະສານຄົບຖ້ວນ ແລະ ມີຄ່າຈົດທະບຽນເທົ່າໃດ.
ເປີດໃຊ້ແນວໃດ
ກົດ ກວດຜ່ານເອກະສານສັນຍາ ໃນເມນູດ້ານຊ້າຍ ແລ້ວເລືອກເມນູຍ່ອຍ. ຖ້າບໍ່ເຫັນເມນູນີ້ ແປວ່າບັນຊີຂອງທ່ານຍັງບໍ່ໄດ້ຮັບສິດ — ເບິ່ງ ສິດການໃຊ້ງານ.
| ເມນູຍ່ອຍ | ໃຊ້ກັບສັນຍາ | ແຫຼ່ງທຶນ |
|---|---|---|
| ທົ່ວໄປ | ສັນຍາທົ່ວໄປ | — |
| ພັດສະດຸ-ອຸປະກອນ(ງົບປະມານ) | ຊື້ພັດສະດຸ-ອຸປະກອນ | ງົບປະມານ |
| ທີ່ປືກສາ (ງົບປະມານ) | ຈ້າງທີ່ປຶກສາ | ງົບປະມານ |
| ພັດສະດຸ (ທືນຊ່ວຍເຫຼືອ) | ຊື້ພັດສະດຸ | ທຶນຊ່ວຍເຫຼືອ |
| ທີ່ປືກສາ (ທືນຊ່ວຍເຫຼືອ) | ຈ້າງທີ່ປຶກສາ | ທຶນຊ່ວຍເຫຼືອ |
| ກໍ່ສ້າງ | ສັນຍາກໍ່ສ້າງ | ເລືອກໄດ້: ງົບປະມານ ຫຼື ທຶນຊ່ວຍເຫຼືອ |
note
ເມນູ ສ້ອມແປງ (ງົບປະມານ) ແລະ ສ້ອມແປງ (ທຶນຊ່ວຍເຫຼືອ) ກໍ່ເປັນໃບກວດຜ່ານເອກະສານຄືກັນ ແຕ່ຢູ່ໃນເມນູ ພາຫະນະ.
ສິ່ງທີ່ເຮັດໄດ້
| ຕ້ອງການ | ເບິ່ງຄູ່ມື |
|---|---|
| ຊອກຫາ ແລະ ກອງລາຍການ, ສົ່ງອອກ Excel | ລາຍການ ແລະ ການກອງ |
| ອອກໃບ ທົ່ວໄປ, ພັດສະດຸ, ທີ່ປືກສາ | ສ້າງໃບກວດຜ່ານເອກະສານ |
| ອອກໃບ ກໍ່ສ້າງ | ກໍ່ສ້າງ |
| ເບິ່ງລາຍລະອຽດ, ແກ້ໄຂ ຫຼື ພິມ | ລາຍລະອຽດ, ແກ້ໄຂ ແລະ ພິມ |
| ຮູ້ວ່າບັນຊີຂອງຕົນເຮັດຫຍັງໄດ້ | ສິດການໃຊ້ງານ |
ກັບຈົດທະບຽນສັນຍາ
ເມື່ອບັນທຶກໃບກວດຜ່ານເອກະສານ ລະບົບສ້າງສັນຍາໃຫ້ອັດຕະໂນມັດ ຢູ່ໃນເມນູ ຈົດທະບຽນສັນຍາ ດ້ວຍສະຖານະ ລໍຖ້າອະນຸມັດ. ຜູ້ມີສິດອະນຸມັດຈະໃຫ້ເລກທີຈົດທະບຽນຕໍ່ໄປ — ເບິ່ງ ຂັ້ນຕອນຈາກໃບຄິດໄລ່ຫາສັນຍາ.
ສະຖານະ
ໃບໃໝ່ມີສະຖານະ ປົກກະຕິ. ໃບທີ່ ຊຳລະແລ້ວ ແກ້ໄຂບໍ່ໄດ້.