ສ້າງ ແລະ ແກ້ໄຂສັນຍາ
ໃຊ້ໜ້ານີ້ເມື່ອຕ້ອງການ ຈົດທະບຽນສັນຍາໃໝ່ ຫຼື ອັບເດດສັນຍາທີ່ມີຢູ່.
ຂໍ້ກຳນົດ: ທ່ານເຂົ້າສູ່ລະບົບ Admin ແລ້ວມີສິດ ສ້າງ / ແກ້ໄຂ.
ຂັ້ນຕອນສ້າງ
- ໄປທີ່ ເອກະສານສັນຍາ → ສັນຍາເຊົ່າ ແລະ ສຳປະທານ
- ກົດ ເພີ່ມສັນຍາ
- ເລືອກປະເພດສັນຍາກ່ອນ — ສຳປະທານ ຫຼື ສັນຍາເຊົ່າ
- ປ້ອນຂໍ້ມູນຕາມພາກສ່ວນ
- ກົດ ບັນທຶກ ແລະ ຢືນຢັນການສ້າງສັນຍາ
ຂັ້ນຕອນແກ້ໄຂ
- ເລືອກວິທີໜຶ່ງ:
- ໃນແຖວ ກົດ ⋮ → ແກ້ໄຂ
- ຫຼື ເປີດລາຍລະອຽດ ແລ້ວ ກົດ ແກ້ໄຂ
- ປ່ຽນຊ່ອງທີ່ຕ້ອງການ
- ກົດ ບັນທຶກ
ຫຼັງມີການຊຳລະແລ້ວ ຊ່ອງເງິນບາງຊ່ອງຈະຖືກລັອກ
ພາກສ່ວນແບບຟອມ
ພາກສ່ວນທີ່ສະແດງຂຶ້ນກັບປະເພດສັນຍາ.
1. ຂໍ້ມູນປະເພດສັນຍາ
| ຊ່ອງ | ໝາຍເຫດ |
|---|---|
| ສຳປະທານ | ສັນຍາຫຼາຍຝ່າຍ ມີຜູ້ລົງທຶນ ແລະ ຄູ່ສັນຍາຝ່າຍລັດຖະບານຫຼາຍກຸ່ມ |
| ສັນຍາເຊົ່າ | ສັນຍາເຊົ່າງ່າຍໆ ຜູ້ເຊົ່າດຽວ ຕ້ອງມີໂຄງສ້າງອົງກອນ |
2. ຂໍ້ມູນພື້ນຖານສັນຍາ

| ຊ່ອງ | ໝາຍເຫດ |
|---|---|
| ຊື່ໂຄງການ/ສັນຍາ | ຊື່ໂຄງການ/ສັນຍາ |
| ເລກທີສັນຍາ | ເລກທີສັນຍາ |
| ປະເພດທຸລະກິດ | ປະເພດທຸລະກິດ |
| ວັນທີລົງນາມ | ວັນທີລົງນາມ |
| ວັນທີສິ້ນສຸດ | ວັນທີສິ້ນສຸດ |
| ອາຍຸສຳປະທານ (ປີ) | ອາຍຸສຳປະທານ (ປີ) |
3. ຂໍ້ມູນການຈ່າຍເງິນ

| ຊ່ອງ | ໝາຍເຫດ |
|---|---|
| ສະກຸນເງິນ | LAK / USD / THB |
| ມູນຄ່າລາຍປີ | ມູນຄ່າພື້ນຖານລາຍປີກ່ອນເພີ່ມ. ລະບົບຈະຄິດໄລ່ມູນຄ່າສັນຍາທັງໝົດຈາກຄ່ານີ້ |
| ມູນຄ່າຕາມສັນຍາ | ມູນຄ່າສັນຍາທັງໝົດຕະຫຼອດສັນຍາ |
| ຄິດໄລ່ສອດຄ່ອງກັນອັດຕະໂນມັດ | ຊ່ອງ ມູນຄ່າລາຍປີ ແລະ ມູນຄ່າຕາມສັນຍາ ຄິດສອດຄ່ອງກັນອັດຕະໂນມັດ. ປ້ອນອັນໃດກໍ່ອັນໜຶ່ງ ອີກອັນຈະອັບເດດຕາມ. |
| ຈຳນວນເງິນຕໍ່ງວດ | ຄິດໄລ່ອັດຕະໂນມັດຈາກມູນຄ່າສັນຍາ |
| ປີເລີ່ມເກັບເງິນ | ປີເລີ່ມເກັບເງິນ |
| ກຳນົດການຊຳລະເງິນ | ເລືອກວັນ/ເດືອນ/ປີ ທີ່ກຳນົດໃຫ້ຊຳລະທຸກປີ. ຖ້າບໍ່ຊຳລະພາຍໃນວັນນີ້ຈະມີຄ່າປັບໄໝ |
| ຈ່າຍກ່ອນລວງໜ້າ | ຈ່າຍກ່ອນລວງໜ້າ |
ກົດເພີ່ມລາຄາລາຍປີ
ຄືນນີ້ຄືກຸ່ມສຳຄັນທີ່ສຸດຂອງສັນຍາເຊົ່າ. ທ່ານກຳນົດວ່າ ທຸກໆ N ປີ ລາຄາເຊົ່າຈະເພີ່ມ X%.
ລາຄາເຊົ່າຈະເພີ່ມທຸກໆ N ປີ ຕາມເປີເຊັນທີ່ກຳນົດ. ການເພີ່ມແຕ່ລະຄັ້ງຈະສະສົມຕໍ່ເນື່ອຈົນສິ້ນສຸດສັນຍາ. ປ່ອຍວ່າງຖ້າບໍ່ມີການເພີ່ມ

ວິທີປ້ອນ
- ປ້ອນ ຈຳນວນປີ = ທຸກໆກີ່ປີຈຶ່ງເພີ່ມຄັ້ງໜຶ່ງ (ຕົວຢ່າງ: 3 = ເພີ່ມທຸກ 3 ປີ)
- ປ້ອນ ມູນຄ່າເພີ້ມ (%) = ເປີເຊັນທີ່ເພີ່ມ (ຕົວຢ່າງ: 5 = ເພີ່ມ 5%)
- ລະບົບຈະສະແດງ ຕາຕະລາງການຊຳລະ ອັດຕະໂນມັດ ເພື່ອໃຫ້ທ່ານເຫັນວ່າແຕ່ລະໄລຍະລະບົບຈະເພີ່ມລາຄາເຊົ່າແນວໃດ
ການເພີ່ມແບບສະສົມ (ຄິດລົງງ່າຍໆ)
ການເພີ່ມທຸກຄັ້ງຈະຄິດຈາກ ມູນຄ່າປີກ່ອນໜ້າ ບໍ່ໃຊ້ມູນຄ່າເດີມທຸກຄັ້ງ. ດັ່ງນັ້ນມູນຄ່າຈະເພີ່ມຕໍ່ເນື່ອງໄປຈົນສິ້ນສຸດສັນຍາ.
ຕົວຢ່າງຈາກຕົວເລກ
ມູນຄ່າລາຍປີ = 10,000,000 ກີບ, ອາຍຸສັນຍາ = 10 ປີ, ເພີ່ມທຸກ 3 ປີ ເພີ່ມ 5%:
- ປີ 1–3: ຈ່າຍ 10,000,000 /ປີ (ຍັງບໍ່ເພີ່ມ)
- ປີ 4–6: ເພີ່ມ 5% → 10,500,000 /ປີ
- ປີ 7–9: ເພີ່ມ 5% ຈາກ 10,500,000 → 11,025,000 /ປີ
- ປີ 10: ເພີ່ມ 5% ຈາກ 11,025,000 → 11,576,250 /ປີ
ຖ້າປ້ອນ 0% ຫຼື ປ່ອຍວ່າງ ລະບົບຈະວ່າ ບໍ່ມີການເພີ່ມ ແລະຈຳນວນປີຈະຖືກປິດໃຊ້ງານ.
ຊ່ອງ ມູນຄ່າລາຍປີ ແລະ ມູນຄ່າຕາມສັນຍາ ຄິດສອດຄ່ອງກັນອັດຕະໂນມັດ. ປ້ອນອັນໃດກໍ່ອັນໜຶ່ງ ອີກອັນຈະອັບເດດຕາມ.
ຄ່າປັບຊ້າ
ຄ່າປັບຊ້າ ຄືເງິນທີ່ຕ້ອງຈ່າຍເພີ່ມເມື່ອຜູ້ເຊົ່າ / ນັກລົງທຶນ ຊ້າກວ່າວັນທີກຳນົດຊຳລະ.
ມີ 3 ປະເພດທີ່ເລືອກໄດ້
| ຊື່ | ຄວາມໝາຍ |
|---|---|
| ເປີເຊັນ (%) | ຄິດເປັນ % ຂອງຈຳນວນເງິນຕໍ່ງວດ. ຕົວຢ່າງ: ງວດ = 10,000,000, ຄ່າປັບ = 10% → ຄ່າປັບ = 1,000,000 |
| ຈຳນວນເງິນຄົງທີ່ | ກຳນົດຈຳນວນເງິນຕາມຕົວເລກ (ຕົວຢ່າງ: 500,000 ກີບ) ທຸກຄັ້ງທີ່ຊ້າ |
| ເປີເຊັນແບບຂັ້ນບັນໄດ | 10% ສຳລັບ 30 ວັນທຳອິດທີ່ຊ້າ, ຈາກນັ້ນເພີ່ມ 10% ທຸກໆ 30 ວັນ, ສູງສຸດ 100% ຂອງຈຳນວນທີ່ຕ້ອງຊຳລະ |
ຫຼັງຈາກເລືອກປະເພດ ລະບົບຈະສະແດງຊິບເຕືອນມູນຄ່າຄ່າປັບຊ້າທີ່ຄິດໄດ້ ເພື່ອໃຫ້ທ່ານກວດກ່ອນບັນທຶກ.
ຄ່າປັບຊ້າ ບໍ່ສາມາດເກີນ ຈຳນວນເງິນຕໍ່ງວດ. ຖ້າປ້ອນເກີນ ລະບົບຈະສະແດງຂໍ້ຜິດ ແລະບັນທຶກບໍ່ໄດ້.
ຄ່າປັບຊ້າບໍ່ສາມາດເກີນຈຳນວນທີ່ຕ້ອງຊຳລະຕາມຄວາມຖີ່ທີ່ເລືອກ
4. ຂໍ້ມູນຄູ່ສັນຍາ / ຂໍ້ມູນຕອນດິນ / ແນບໄຟລ໌
| ພາກສ່ວນ | ສິ່ງທີ່ປ້ອນ |
|---|---|
| ຂໍ້ມູນຄູ່ສັນຍາ | ຄູ່ສັນຍາຝ່າຍລັດຖະບານ / ຄູ່ສັນຍາຝ່າຍນັກລົງທຶນ / ຜູ້ເຊົ່າ |
| ຂໍ້ມູນຕອນດິນ | ທີ່ຕັ້ງຕອນດິນ, ຂໍ້ມູນເນື້ອທີ່, ພິກັດແຜນທີ່ Google Map |
| ແນບໄຟລ໌ | ແນບເອກະສານສັນຍາ |
ກວດວ່າສຳເລັດ
- ມີຂໍ້ຄວາມສຳເລັດ
- ກັບໄປໜ້າລາຍການ ຫຼື ເປີດໜ້າລາຍລະອຽດ
- ຂໍ້ມູນໃນໜ້າລາຍລະອຽດກົງກັບຄ່າທີ່ບັນທຶກ
ບັນຫາທົ່ວໄປ
| ອາການ | ສາເຫດ | ວິທີແກ້ |
|---|---|---|
| ບັນທຶກບໍ່ໄດ້ | ຂາດຊ່ອງຈຳເປັນ | ກວດຊ່ອງທີ່ມີ * |
| ບັນທຶກບໍ່ໄດ້ — ຄ່າປັບຊ້າບໍ່ສາມາດເກີນຈຳນວນທີ່ຕ້ອງຊຳລະຕາມຄວາມຖີ່ທີ່ເລືອກ | ຄ່າປັບຊ້າ ບໍ່ສາມາດເກີນ ຈຳນວນເງິນຕໍ່ງວດ. ຖ້າປ້ອນເກີນ ລະບົບຈະສະແດງຂໍ້ຜິດ ແລະບັນທຶກບໍ່ໄດ້. | ຫຼຸດມູນຄ່າຄ່າປັບຊ້າ |
| ບໍ່ເຫັນຊ່ອງມູນຄ່າ | ຍັງບໍ່ເລືອກປະເພດສັນຍາ | ເລືອກປະເພດສັນຍາກ່ອນ — ສຳປະທານ ຫຼື ສັນຍາເຊົ່າ |