Skip to main content

ສົ່ງ, ອະນຸມັດ ຫຼື ປະຕິເສດແຜນ

ສົ່ງແຜນໃຫ້ອະນຸມັດ​

ໃຜເຮັດໄດ້: ຜູ້ທີ່ມີສິດ ແກ້ໄຂ.

  1. ເປີດແຜນທີ່ເປັນ ຮ່າງ
  2. ໃນກ່ອງ ຂັ້ນຕອນຕໍ່ໄປ ກົດ ສົ່ງແຜນ
  3. ລະບົບຖາມຢືນຢັນ ກົດ ສົ່ງແຜນ ອີກຄັ້ງ

ຢືນຢັນການສົ່ງແຜນ

ຜົນ: ແຜນປ່ຽນເປັນ ລໍຖ້າອະນຸມັດ. ເມື່ອສົ່ງແລ້ວ ແກ້ໄຂບໍ່ໄດ້ ຈົນກວ່າແຜນຈະຖືກປະຕິເສດ.

ແຜນທີ່ລໍຖ້າອະນຸມັດ ໃນມຸມຂອງຜູ້ສ້າງ

ຜູ້ສ້າງແຜນຈະເຫັນຂໍ້ຄວາມບອກວ່າ ກຳລັງລໍຖ້າຜູ້ມີສິດອະນຸມັດ.

warning

ຖ້າແຜນຍັງບໍ່ມີລົດ ຫຼື ລົດບາງຄັນຍັງບໍ່ມີລາຍລະອຽດການສ້ອມແປງ ລະບົບຈະບໍ່ໃຫ້ສົ່ງ ແລະ ບອກວ່າຂາດຫຍັງ.

ອະນຸມັດແຜນ​

ໃຜເຮັດໄດ້: ຜູ້ທີ່ມີສິດ ອະນຸມັດ. ຜູ້ສ້າງແຜນທີ່ມີສິດນີ້ ກໍອະນຸມັດແຜນຂອງຕົນເອງໄດ້.

  1. ເຂົ້າ ລາຍການແຜນ ກົດແຖບ ລໍຖ້າອະນຸມັດ
  2. ເປີດແຜນ ແລະ ກວດຂໍ້ມູນລົດ ກັບ ລາຍການສ້ອມແປງ
  3. ກົດ ອະນຸມັດແຜນ

ໜ້າແຜນທີ່ລໍຖ້າອະນຸມັດ ສຳລັບຜູ້ອະນຸມັດ

  1. ກອກຂໍ້ມູນໃນໜ້າຕ່າງທີ່ເດັ້ງຂຶ້ນມາ

ໜ້າຕ່າງອະນຸມັດແຜນ

ຊ່ອງໃຫ້ກອກຫຍັງ
ເລກທີອ້າງອີງ *ເລກທີຂອງເອກະສານທີ່ໃຊ້ອະນຸມັດ
ວັນທີອ້າງອີງ *ວັນທີຂອງເອກະສານ
ໝາຍເຫດຂໍ້ຄວາມເພີ່ມເຕີມ
ເອກະສານແນບ (ຖ້າມີ)ແນບໄຟລ໌ (ບໍ່ບັງຄັບ, ບໍ່ເກີນ 10 MB)
ວັນທີອ້າງອີງ

ວັນທີຕ້ອງບໍ່ເປັນມື້ໃນອະນາຄົດ ແລະ ຕ້ອງບໍ່ກ່ອນວັນທີທີ່ສົ່ງແຜນ. ຖ້າບໍ່ຖືກ ຈະເຫັນຂໍ້ຄວາມ ວັນທີຕ້ອງບໍ່ກ່ອນວັນທີສົ່ງແຜນ ຫຼື ວັນທີຕ້ອງບໍ່ເກີນມື້ນີ້ ໃຕ້ຊ່ອງວັນທີ.

  1. ກົດ ອະນຸມັດແຜນ

ເທິງສຸດຂອງໜ້າຕ່າງມີກ່ອງບອກຜົນທີ່ຈະເກີດ: ແຜນຈະເປັນ "ກຳລັງສ້ອມແປງ" ແລະ ລາຍການລົດແກ້ໄຂບໍ່ໄດ້ອີກ.

ຜົນ: ແຜນປ່ຽນເປັນ ກຳລັງສ້ອມແປງ. ຈາກນັ້ນເລີ່ມ ຈັດການວຽກສ້ອມແປງ ແລະ ບັນທຶກການກວດວຽກ ໄດ້.

ແຜນທີ່ກຳລັງສ້ອມແປງ

ປະຕິເສດແຜນ​

ໃຊ້ເມື່ອແຜນຕ້ອງແກ້ໄຂກ່ອນ.

ໃຜເຮັດໄດ້: ຜູ້ທີ່ມີສິດ ອະນຸມັດ.

  1. ເປີດແຜນທີ່ ລໍຖ້າອະນຸມັດ
  2. ກົດ ປະຕິເສດ
  3. ກອກຂໍ້ມູນ

ໜ້າຕ່າງປະຕິເສດແຜນ

ຊ່ອງໃຫ້ກອກຫຍັງ
ເລກທີອ້າງອີງ *ເລກທີຂອງເອກະສານ
ວັນທີອ້າງອີງ *ວັນທີຂອງເອກະສານ
ເຫດຜົນ *ອະທິບາຍໃຫ້ຊັດເຈນ (ຢ່າງໜ້ອຍ 10 ຕົວອັກສອນ)
ເອກະສານແນບ (ຖ້າມີ)ແນບໄຟລ໌ (ບໍ່ບັງຄັບ)
  1. ກົດ ປະຕິເສດ

ຜົນ: ແຜນປ່ຽນເປັນ ຖືກປະຕິເສດ ແລະ ກັບໄປຫາຜູ້ສ້າງເພື່ອແກ້ໄຂ. ຜູ້ສ້າງຈະເຫັນເຫດຜົນທັນທີ.

ເມື່ອແຜນຖືກປະຕິເສດ​

ຜູ້ສ້າງແຜນຈະເຫັນ ຂັ້ນຕອນ ລໍຖ້າອະນຸມັດ ເປັນສີແດງ ຂຽນ ຖືກປະຕິເສດ ແລະ ເຫັນຜູ້ປະຕິເສດ, ວັນເວລາ ແລະ ເຫດຜົນ ຢູ່ໃຕ້ແຖບຂັ້ນຕອນ.

ແຜນທີ່ຖືກປະຕິເສດ

ມີ 2 ທາງ:

ປຸ່ມໃຊ້ເມື່ອ
ແກ້ໄຂ ແລ້ວສົ່ງໃໝ່ຕ້ອງແກ້ຂໍ້ມູນຕາມເຫດຜົນ ກ່ອນສົ່ງອີກຄັ້ງ
ສົ່ງໃໝ່ເລີຍບໍ່ຕ້ອງແກ້ຂໍ້ມູນ ສົ່ງແຜນເດີມອີກຄັ້ງໄດ້ເລີຍ
  1. ອ່ານເຫດຜົນ
  2. ກົດ ແກ້ໄຂ ແລ້ວສົ່ງໃໝ່
  3. ແກ້ຂໍ້ມູນຕາມເຫດຜົນ ຜ່ານ 3 ຂັ້ນຕອນຄືເກົ່າ ແລ້ວກົດ ສົ່ງແຜນ

ຖ້າໃຊ້ ສົ່ງໃໝ່ເລີຍ ລະບົບຈະຖາມຢືນຢັນຄືກັບການສົ່ງແຜນປົກກະຕິ.

ຍົກເລີກແຜນ​

ໃຊ້ເມື່ອບໍ່ຕ້ອງການດຳເນີນແຜນນີ້ອີກ. ເຮັດໄດ້ຕອນແຜນ ລໍຖ້າອະນຸມັດ ຫຼື ກຳລັງສ້ອມແປງ.

ໃຜເຮັດໄດ້: ຜູ້ທີ່ມີສິດ ອະນຸມັດ.

  1. ກົດ ຍົກເລີກແຜນ
  2. ຂຽນ ເຫດຜົນ (ຢ່າງໜ້ອຍ 10 ຕົວອັກສອນ). ເລກທີອ້າງອີງ ແລະ ວັນທີ ບໍ່ບັງຄັບ
  3. ກົດ ຍົກເລີກແຜນ

ໜ້າຕ່າງຍົກເລີກແຜນ

ໜ້າຕ່າງບອກຜົນກ່ອນ: ແຜນຈະຖືກຍົກເລີກຖາວອນ ແລະ ເປີດຄືນບໍ່ໄດ້. ການກວດວຽກທີ່ເຮັດແລ້ວຍັງຢູ່ໃນປະຫວັດ.

ຜົນ: ແຜນປ່ຽນເປັນ ຍົກເລີກ ແລະ ແກ້ໄຂຕໍ່ບໍ່ໄດ້. ໜ້າແຜນບອກຜູ້ຍົກເລີກ, ວັນເວລາ ແລະ ເຫດຜົນ.

ແຜນທີ່ຍົກເລີກ