Skip to main content

ສ້າງ ແລະ ແກ້ໄຂສັນຍາ

ໃຊ້ໜ້ານີ້ເມື່ອຕ້ອງການ ຈົດທະບຽນສັນຍາໃໝ່ ຫຼື ອັບເດດສັນຍາທີ່ມີຢູ່.

ຂໍ້ກຳນົດ: ທ່ານເຂົ້າສູ່ລະບົບ Admin ແລ້ວມີສິດ ສ້າງ / ແກ້ໄຂ.

ຂັ້ນຕອນສ້າງ​

  1. ໄປທີ່ ເອກະສານສັນຍາ → ສັນຍາເຊົ່າ ແລະ ສຳປະທານ
  2. ກົດ ເພີ່ມສັນຍາ
  3. ເລືອກປະເພດສັນຍາກ່ອນ — ສຳປະທານ ຫຼື ສັນຍາເຊົ່າ
  4. ປ້ອນຂໍ້ມູນຕາມພາກສ່ວນ
  5. ກົດ ບັນທຶກ ແລະ ຢືນຢັນການສ້າງສັນຍາ

ຂັ້ນຕອນແກ້ໄຂ​

  1. ເລືອກວິທີໜຶ່ງ:
    • ໃນແຖວ ກົດ ⋮ → ແກ້ໄຂ
    • ຫຼື ເປີດລາຍລະອຽດ ແລ້ວ ກົດ ແກ້ໄຂ
  2. ປ່ຽນຊ່ອງທີ່ຕ້ອງການ
  3. ກົດ ບັນທຶກ
ສຳຄັນ

ຫຼັງມີການຊຳລະແລ້ວ ຊ່ອງເງິນບາງຊ່ອງຈະຖືກລັອກ

ພາກສ່ວນແບບຟອມ​

ພາກສ່ວນທີ່ສະແດງຂຶ້ນກັບປະເພດສັນຍາ.

1. ຂໍ້ມູນປະເພດສັນຍາ​

ຊ່ອງໝາຍເຫດ
ສຳປະທານສັນຍາຫຼາຍຝ່າຍ ມີຜູ້ລົງທຶນ ແລະ ຄູ່ສັນຍາຝ່າຍລັດຖະບານຫຼາຍກຸ່ມ
ສັນຍາເຊົ່າສັນຍາເຊົ່າງ່າຍໆ ຜູ້ເຊົ່າດຽວ ຕ້ອງມີໂຄງສ້າງອົງກອນ

2. ຂໍ້ມູນພື້ນຖານສັນຍາ​

rent-land-form-basic

ຊ່ອງໝາຍເຫດ
ຊື່ໂຄງການ/ສັນຍາຊື່ໂຄງການ/ສັນຍາ
ເລກທີສັນຍາເລກທີສັນຍາ
ປະເພດທຸລະກິດປະເພດທຸລະກິດ
ວັນທີລົງນາມວັນທີລົງນາມ
ວັນທີສິ້ນສຸດວັນທີສິ້ນສຸດ
ອາຍຸສຳປະທານ (ປີ)ອາຍຸສຳປະທານ (ປີ)

3. ຂໍ້ມູນການຈ່າຍເງິນ​

rent-land-form-payment

ຊ່ອງໝາຍເຫດ
ສະກຸນເງິນLAK / USD / THB
ມູນຄ່າລາຍປີມູນຄ່າພື້ນຖານລາຍປີກ່ອນເພີ່ມ. ລະບົບຈະຄິດໄລ່ມູນຄ່າສັນຍາທັງໝົດຈາກຄ່ານີ້
ມູນຄ່າຕາມສັນຍາມູນຄ່າສັນຍາທັງໝົດຕະຫຼອດສັນຍາ
ຄິດໄລ່ສອດຄ່ອງກັນອັດຕະໂນມັດຊ່ອງ ມູນຄ່າລາຍປີ ແລະ ມູນຄ່າຕາມສັນຍາ ຄິດສອດຄ່ອງກັນອັດຕະໂນມັດ. ປ້ອນອັນໃດກໍ່ອັນໜຶ່ງ ອີກອັນຈະອັບເດດຕາມ.
ຈຳນວນເງິນຕໍ່ງວດຄິດໄລ່ອັດຕະໂນມັດຈາກມູນຄ່າສັນຍາ
ປີເລີ່ມເກັບເງິນປີເລີ່ມເກັບເງິນ
ກຳນົດການຊຳລະເງິນເລືອກວັນ/ເດືອນ/ປີ ທີ່ກຳນົດໃຫ້ຊຳລະທຸກປີ. ຖ້າບໍ່ຊຳລະພາຍໃນວັນນີ້ຈະມີຄ່າປັບໄໝ
ຈ່າຍກ່ອນລວງໜ້າຈ່າຍກ່ອນລວງໜ້າ

ກົດເພີ່ມລາຄາລາຍປີ​

ຄືນນີ້ຄືກຸ່ມສຳຄັນທີ່ສຸດຂອງສັນຍາເຊົ່າ. ທ່ານກຳນົດວ່າ ທຸກໆ N ປີ ລາຄາເຊົ່າຈະເພີ່ມ X%.

ລາຄາເຊົ່າຈະເພີ່ມທຸກໆ N ປີ ຕາມເປີເຊັນທີ່ກຳນົດ. ການເພີ່ມແຕ່ລະຄັ້ງຈະສະສົມຕໍ່ເນື່ອຈົນສິ້ນສຸດສັນຍາ. ປ່ອຍວ່າງຖ້າບໍ່ມີການເພີ່ມ

rent-land-form-yearly-increase

ວິທີປ້ອນ​

  1. ປ້ອນ ຈຳນວນປີ = ທຸກໆກີ່ປີຈຶ່ງເພີ່ມຄັ້ງໜຶ່ງ (ຕົວຢ່າງ: 3 = ເພີ່ມທຸກ 3 ປີ)
  2. ປ້ອນ ມູນຄ່າເພີ້ມ (%) = ເປີເຊັນທີ່ເພີ່ມ (ຕົວຢ່າງ: 5 = ເພີ່ມ 5%)
  3. ລະບົບຈະສະແດງ ຕາຕະລາງການຊຳລະ ອັດຕະໂນມັດ ເພື່ອໃຫ້ທ່ານເຫັນວ່າແຕ່ລະໄລຍະລະບົບຈະເພີ່ມລາຄາເຊົ່າແນວໃດ

ການເພີ່ມແບບສະສົມ (ຄິດລົງງ່າຍໆ)​

ການເພີ່ມທຸກຄັ້ງຈະຄິດຈາກ ມູນຄ່າປີກ່ອນໜ້າ ບໍ່ໃຊ້ມູນຄ່າເດີມທຸກຄັ້ງ. ດັ່ງນັ້ນມູນຄ່າຈະເພີ່ມຕໍ່ເນື່ອງໄປຈົນສິ້ນສຸດສັນຍາ.

ຕົວຢ່າງຈາກຕົວເລກ​

ມູນຄ່າລາຍປີ = 10,000,000 ກີບ, ອາຍຸສັນຍາ = 10 ປີ, ເພີ່ມທຸກ 3 ປີ ເພີ່ມ 5%:

  • ປີ 1–3: ຈ່າຍ 10,000,000 /ປີ (ຍັງບໍ່ເພີ່ມ)
  • ປີ 4–6: ເພີ່ມ 5% → 10,500,000 /ປີ
  • ປີ 7–9: ເພີ່ມ 5% ຈາກ 10,500,000 → 11,025,000 /ປີ
  • ປີ 10: ເພີ່ມ 5% ຈາກ 11,025,000 → 11,576,250 /ປີ
ສຳຄັນ

ຖ້າປ້ອນ 0% ຫຼື ປ່ອຍວ່າງ ລະບົບຈະວ່າ ບໍ່ມີການເພີ່ມ ແລະຈຳນວນປີຈະຖືກປິດໃຊ້ງານ.

ຊ່ອງ ມູນຄ່າລາຍປີ ແລະ ມູນຄ່າຕາມສັນຍາ ຄິດສອດຄ່ອງກັນອັດຕະໂນມັດ. ປ້ອນອັນໃດກໍ່ອັນໜຶ່ງ ອີກອັນຈະອັບເດດຕາມ.

ຄ່າປັບຊ້າ​

ຄ່າປັບຊ້າ ຄືເງິນທີ່ຕ້ອງຈ່າຍເພີ່ມເມື່ອຜູ້ເຊົ່າ / ນັກລົງທຶນ ຊ້າກວ່າວັນທີກຳນົດຊຳລະ.

rent-land-form-late-fee

ມີ 3 ປະເພດທີ່ເລືອກໄດ້​

ຊື່ຄວາມໝາຍ
ເປີເຊັນ (%)ຄິດເປັນ % ຂອງຈຳນວນເງິນຕໍ່ງວດ. ຕົວຢ່າງ: ງວດ = 10,000,000, ຄ່າປັບ = 10% → ຄ່າປັບ = 1,000,000
ຈຳນວນເງິນຄົງທີ່ກຳນົດຈຳນວນເງິນຕາມຕົວເລກ (ຕົວຢ່າງ: 500,000 ກີບ) ທຸກຄັ້ງທີ່ຊ້າ
ເປີເຊັນແບບຂັ້ນບັນໄດ10% ສຳລັບ 30 ວັນທຳອິດທີ່ຊ້າ, ຈາກນັ້ນເພີ່ມ 10% ທຸກໆ 30 ວັນ, ສູງສຸດ 100% ຂອງຈຳນວນທີ່ຕ້ອງຊຳລະ

ຫຼັງຈາກເລືອກປະເພດ ລະບົບຈະສະແດງຊິບເຕືອນມູນຄ່າຄ່າປັບຊ້າທີ່ຄິດໄດ້ ເພື່ອໃຫ້ທ່ານກວດກ່ອນບັນທຶກ.

ສຳຄັນ

ຄ່າປັບຊ້າ ບໍ່ສາມາດເກີນ ຈຳນວນເງິນຕໍ່ງວດ. ຖ້າປ້ອນເກີນ ລະບົບຈະສະແດງຂໍ້ຜິດ ແລະບັນທຶກບໍ່ໄດ້.

ຄ່າປັບຊ້າບໍ່ສາມາດເກີນຈຳນວນທີ່ຕ້ອງຊຳລະຕາມຄວາມຖີ່ທີ່ເລືອກ

4. ຂໍ້ມູນຄູ່ສັນຍາ / ຂໍ້ມູນຕອນດິນ / ແນບໄຟລ໌​

ພາກສ່ວນສິ່ງທີ່ປ້ອນ
ຂໍ້ມູນຄູ່ສັນຍາຄູ່ສັນຍາຝ່າຍລັດຖະບານ / ຄູ່ສັນຍາຝ່າຍນັກລົງທຶນ / ຜູ້ເຊົ່າ
ຂໍ້ມູນຕອນດິນທີ່ຕັ້ງຕອນດິນ, ຂໍ້ມູນເນື້ອທີ່, ພິກັດແຜນທີ່ Google Map
ແນບໄຟລ໌ແນບເອກະສານສັນຍາ

ກວດວ່າສຳເລັດ​

  • ມີຂໍ້ຄວາມສຳເລັດ
  • ກັບໄປໜ້າລາຍການ ຫຼື ເປີດໜ້າລາຍລະອຽດ
  • ຂໍ້ມູນໃນໜ້າລາຍລະອຽດກົງກັບຄ່າທີ່ບັນທຶກ

ບັນຫາທົ່ວໄປ​

ອາການສາເຫດວິທີແກ້
ບັນທຶກບໍ່ໄດ້ຂາດຊ່ອງຈຳເປັນກວດຊ່ອງທີ່ມີ *
ບັນທຶກບໍ່ໄດ້ — ຄ່າປັບຊ້າບໍ່ສາມາດເກີນຈຳນວນທີ່ຕ້ອງຊຳລະຕາມຄວາມຖີ່ທີ່ເລືອກຄ່າປັບຊ້າ ບໍ່ສາມາດເກີນ ຈຳນວນເງິນຕໍ່ງວດ. ຖ້າປ້ອນເກີນ ລະບົບຈະສະແດງຂໍ້ຜິດ ແລະບັນທຶກບໍ່ໄດ້.ຫຼຸດມູນຄ່າຄ່າປັບຊ້າ
ບໍ່ເຫັນຊ່ອງມູນຄ່າຍັງບໍ່ເລືອກປະເພດສັນຍາເລືອກປະເພດສັນຍາກ່ອນ — ສຳປະທານ ຫຼື ສັນຍາເຊົ່າ

ຂັ້ນຕອນຕໍ່ໄປ​