Skip to main content

ລາຍລະອຽດລົດ

ສິດທີ່ຕ້ອງມີ: ເບິ່ງ

ເປີດໜ້າລາຍລະອຽດ​

ໃນລາຍການລົດ ກົດ ⋮ ທ້າຍແຖວ ແລ້ວເລືອກ ເບິ່ງລາຍລະອຽດ.

ລາຍລະອຽດລົດ

ຫົວຂອງໜ້າສະແດງ ປ້າຍທະບຽນ, ລະຫັດ, ສະຖານະ (ໃຊ້ງານ ຫຼື ສະສາງ), ຍີ່ຫໍ້ ແລະ ລຸ້ນ. ລຸ່ມລົງມາມີສອງແຖບ:

  • ຂໍ້ມູນທົ່ວໄປ — ຂໍ້ມູນພື້ນຖານ, ລາຍລະອຽດທາງເຕັກນິກ, ອົງກອນ, ການເງິນ, ຜູ້ໃຊ້ງານ ແລະ ປ້າຍທະບຽນ
  • ຄິດໄລ່ຄ່າຫຼຸ້ຍຫ້ຽນ — ມູນຄ່າທີ່ຫຼຸດລົງຕາມປີ

ຄ່າຫຼຸ້ຍຫ້ຽນ

ເມນູ ⋮ ເທິງຂວາ​

ເມນູລາຍລະອຽດ

ເມນູໃຊ້ເມື່ອ
ພິມພິມຂໍ້ມູນລົດ
ຍ້າຍລົດປ່ຽນປ້າຍ ຫຼື ອົງກອນ — ເບິ່ງ ຍ້າຍລົດ
ສະສາງຕັດລົດອອກຈາກບັນຊີ
ຮູບພາບເບິ່ງ ຫຼື ເພີ່ມຮູບລົດ

ປຸ່ມ ແກ້ໄຂ ຢູ່ຂ້າງເມນູ — ໃຊ້ໄດ້ສະເພາະຜູ້ມີສິດ ແກ້ໄຂ.

ສະສາງລົດ​

ເຮັດແລ້ວຍົກເລີກບໍ່ໄດ້

ການສະສາງແມ່ນການກະທຳຖາວອນ. ກວດຂໍ້ມູນໃຫ້ຖືກຕ້ອງກ່ອນກົດຢືນຢັນ.

ສະສາງລົດ

  1. ກົດ ສະສາງ ໃນເມນູ.
  2. ກວດມູນຄ່າ, ພາສີ, ອາກອນ ຂອງລົດ.
  3. ເລືອກ ປະເພດການສະສາງ, ປະເພດການມອບ ແລະ ວັນທີສະສາງ.
  4. ຖ້າມີເອກະສານສະສາງ ກົດ ອັບໂຫຼດໄຟລ໌ (PDF, Word, Excel, ຮູບ; ສູງສຸດ 20MB).
  5. ໃສ່ຊື່ຜູ້ຊື້ ແລະ ໝາຍເຫດ (ຖ້າມີ) ແລ້ວຢືນຢັນ.

ຜູ້ດູແລລະບົບເທົ່ານັ້ນທີ່ຍົກເລີກການສະສາງໄດ້.