Skip to main content

ຊັບສິນທີ່ຢຶດອາຍັດ - ພາບລວມ

ໃຊ້ເມນູ ຊັບສິນຖືກຍຶດ ແລະ ອາຍັດ ເພື່ອບັນທຶກຄະດີ, ຕິດຕາມຄະດີຜ່ານ ຕຳຫຼວດ, ໄອຍະການ ແລະ ສານ, ມອບຊັບສິນລະຫວ່າງໜ່ວຍງານ, ຍຶດ ແລະ ຂຶ້ນບັນຊີເປັນຂອງລັດ, ແລ້ວຂາຍ ຫຼື ແຈກຢາຍ.

ເຂົ້າເມນູ​

  1. ເບິ່ງແຖບເມນູດ້ານຊ້າຍມື
  2. ກົດ ຊັບສິນຖືກຍຶດ ແລະ ອາຍັດ ເພື່ອເປີດກຸ່ມເມນູ
  3. ເລືອກລາຍການທີ່ຕ້ອງການ
ເມນູຍ່ອຍໃຊ້ເຮັດຫຍັງ
ພາບລວມເບິ່ງຕົວເລກສະຫຼຸບ ແລະ ກຣາຟ
ລາຍການການດຳເນີນຄະດີເບິ່ງ ແລະ ຄົ້ນຫາຄະດີທັງໝົດ, ເພີ່ມຄະດີໃໝ່
ລາຍການຂອງຂະແໜງການຊັບສິນເບິ່ງລາຍງານຂອງຂະແໜງການຊັບສິນ (ຄູ່ມືນີ້ຍັງບໍ່ໄດ້ອະທິບາຍເມນູນີ້)
ຕັ້ງຄ່າຕັ້ງຄ່າໝວດຊັບສິນ (ສະເພາະຜູ້ດູແລລະບົບ)
note

ທ່ານອາດບໍ່ເຫັນບາງເມນູ ຫຼື ບາງປຸ່ມ ຖ້າບັນຊີຂອງທ່ານບໍ່ມີສິດນັ້ນ. ເບິ່ງ ໃຜເຮັດຫຍັງໄດ້.

ເສັ້ນທາງຂອງຄະດີ​

ຄະດີຈະຜ່ານຫຼາຍໜ່ວຍງານ ແລະ ລະບົບຈະສະແດງ ຂັ້ນຕອນຕໍ່ໄປ ໃຫ້ເຫັນສະເໝີ.

  1. ຕຳຫຼວດ ເພີ່ມຄະດີ (ສະຖານະ: ລໍຖ້າດຳເນີນການ)
  2. ຕຳຫຼວດ ສົ່ງໄອຍະການ (ສົ່ງໄອຍາການແລ້ວ)
  3. ໄອຍະການ ສົ່ງສານ (ສົ່ງສານແລ້ວ)
  4. ສານ ຕັດສິນ: ຍຶດເປັນຂອງລັດ ຫຼື ສົ່ງຄືນເຈົ້າຂອງ
  5. ຖ້າຄຳຕັດສິນອະນຸຍາດໃຫ້ອຸທອນ: ຄະດີຜ່ານ ສານອຸທອນ ແລະ ສານສູງສຸດ ກ່ອນມີຜົນ
  6. ການມອບຊັບສິນ ສອງຂັ້ນຕອນ: ຕຳຫຼວດ → ກອງປະຕິບັດ → ກົມຄຸ້ມຄອງຊັບສິນແຫ່ງລັດ
  7. ຮິບຊັບສິນ ແລະ ຂຶ້ນບັນຊີຊັບສິນເປັນຂອງລັດ
  8. ຈັດການຊັບສິນ: ຂາຍ ຫຼື ແຈກຢາຍ. ເມື່ອຈັດການຄົບທຸກລາຍການ ຄະດີຈະເປັນ ສຳເລັດ

ຄະດີທີ່ສານສັ່ງສົ່ງຄືນເຈົ້າຂອງ ຈະຈົບທີ່ ສົ່ງຄືນເຈົ້າຂອງແລ້ວ.

ສະຖານະອື່ນທີ່ອາດເຫັນ: ໄອຍາການສົ່ງຄືນຕຳຫຼວດ, ສານສົ່ງຄືນໄອຍາການ (ຕ້ອງແກ້ໄຂແລ້ວສົ່ງໃໝ່), ຍົກເລີກ.

ໃຜເຮັດຫຍັງໄດ້​

ແຕ່ລະບັນຊີມີສິດບໍ່ເທົ່າກັນ ແລະ ຜູ້ດູແລລະບົບເປັນຜູ້ກຳນົດ.

ໜ່ວຍງານປົກກະຕິເຮັດຫຍັງ
ຕຳຫຼວດເພີ່ມຄະດີ, ສົ່ງໄອຍະການ, ມອບຊັບສິນໃຫ້ກອງປະຕິບັດ
ໄອຍະການສົ່ງສານ, ສົ່ງຄືນຕຳຫຼວດ, ອຸທອນ ຫຼື ຮັບເປັນທີ່ສຸດ
ສານຕັດສິນ, ສົ່ງຄືນໄອຍະການ, ຕັດສິນຊັ້ນອຸທອນ
ກອງປະຕິບັດຮັບຊັບສິນຈາກຕຳຫຼວດ, ມອບຕໍ່ໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດ
ກົມຄຸ້ມຄອງຊັບສິນແຫ່ງລັດຮັບຊັບສິນ, ຮິບ, ຂຶ້ນບັນຊີ, ຂາຍ ຫຼື ແຈກຢາຍ

ທ່ານເຫັນຄະດີໃດແດ່​

  • ຖ້າບັນຊີຂອງທ່ານຜູກກັບແຂວງ ທ່ານຈະເຫັນສະເພາະຄະດີຂອງແຂວງນັ້ນ ແລະ ຈະມີຂໍ້ຄວາມບອກຢູ່ເທິງລາຍການ
  • ຖ້າທ່ານເຫັນທຸກແຂວງ ຈະສະແດງ ທຸກແຂວງ
  • ໄອຍະການ ແລະ ສານຊັ້ນອຸທອນ / ສູງສຸດ ເຫັນຄະດີທີ່ເຖິງຂັ້ນຂອງຕົນທຸກແຂວງ
  • ການສົ່ງຕໍ່ຄະດີ ຂ້າມແຂວງບໍ່ໄດ້
warning

ຖ້າເປີດຄະດີແລ້ວເຫັນ ບໍ່ສາມາດເບິ່ງຄະດີນີ້ໄດ້ ແປວ່າຄະດີນັ້ນບໍ່ຢູ່ໃນສິດຂອງທ່ານ. ກັບໄປລາຍການຄະດີ ຫຼື ຖາມຜູ້ດູແລລະບົບ.

ອ່ານຕໍ່​

  1. ລາຍການຄະດີ
  2. ເພີ່ມຄະດີ
  3. ໜ້າລາຍລະອຽດຄະດີ
  4. ສົ່ງໄອຍະການ ແລະ ສົ່ງສານ
  5. ສານຕັດສິນ
  6. ການອຸທອນ
  7. ການມອບຊັບສິນ
  8. ຮິບ, ຂຶ້ນບັນຊີ ແລະ ຈັດການຊັບສິນ
  9. ພາບລວມ (ກຣາຟ)
  10. ຕັ້ງຄ່າ