Skip to main content

ຂຶ້ນບັນຊີ

ໃຊ້ກັບເມນູ ຂຶ້ນບັນຊີ (ງົບປະມານ) ແລະ ຂຶ້ນບັນຊີ (ທຶນຊ່ວຍເຫຼືອ). ວິທີເຮັດຄືກັນ ຕ່າງກັນແຕ່ແຫຼ່ງທຶນ.

ສິດທີ່ຕ້ອງມີ: ຂື້ນບັນຊີພາຫະນະ — ເບິ່ງ ສິດການໃຊ້ງານ.

ເລີ່ມສ້າງ​

  1. ກົດ ພາຫະນະ ໃນເມນູດ້ານຊ້າຍ ແລ້ວກົດ ຂຶ້ນບັນຊີ (ງົບປະມານ) (ຫຼື ຂຶ້ນບັນຊີ (ທຶນຊ່ວຍເຫຼືອ)).
  2. ກົດ ສ້າງໃບຄິດໄລ່ ເທິງຂວາ.

ຟອມມີ 5 ສ່ວນ. ຊ່ອງທີ່ມີເຄື່ອງໝາຍ * ຕ້ອງໃສ່.

ຟອມຍັງເປົ່າ

1. ຂໍ້ມູນຫົວ​

  1. ໂດຍນຳໃຊ້ຮ່ວງເງິນ — ຂໍ້ຄວາມບອກຮ່ວງເງິນທີ່ໃຊ້ (ບໍ່ບັງຄັບ).
  2. ຄູ່ສັນຍາ 3 ສ່ວນ: ເພື່ອຮັບໃຊ້, ຂື້ນກັບ ແລະ ເຊັນສັນຍາກັບ. ແຕ່ລະສ່ວນເລືອກ ປະເພດຄູ່ຮ່ວມ (ບຸກຄົນ, ນິຕິບຸກຄົນ ຫຼື ລັດຖະບານ) ແລ້ວໃສ່ ຊື່ຄູ່ຮ່ວມ. ຖ້າມີຫຼາຍຄົນ ກົດ ເພີ່ມຄູ່ຮ່ວມ.
  3. ວັນຄົບກຳນົດຈ່າຍ, ສະກຸນເງິນ, ແຫຼ່ງທຶນ (ລະບົບໃສ່ຕາມເມນູ), ແຂວງທີ່ອອກ ແລະ ແຂວງງົບປະມານ.

2. ກວດເອກະສານ​

ຕິກເອກະສານທີ່ເຈົ້າໜ້າທີ່ກວດເຫັນແລ້ວ. ມີ 9 ຢ່າງ:

  • ບ/ອ ນຳເຂົ້າຂອງກະຊວງການຄ້າ
  • ບ/ອ ຍົກເວັ້ນພາສີ-ອາກອນ ຂາເຂົ້າ ກົມພາສີ
  • ບ/ອ ດ້ານເຕັກນິກ ກະຊວງ ຍທຂ
  • ໃບຢັງຢືນຂອງກົມການເງິນຕ່າງປະເທດ
  • ໃບຢັ້ງຢືນການເສຍພາສີ-ອາກອນ
  • ໃບຍົກເວັ້ນຄ່າປັບໄໝ 4% ຂອງກົມຂົນສົ່ງ ກະຊວງ ຍທຂ
  • ບົດບົນທຶກການປະມູນ ຫຼື ສົມທຽບລາຄາ ຫຼື ຈັດຊື້
  • ສັນຍາຊື້-ຂາຍ ຫຼື ໃບມອບ-ຮັບ
  • ສະໂນດນຳສົ່ງຂອງກົມພິທີການທຸດ ກະຊວງການຕ່າງປະເທດ

ໃນໃບທີ່ພິມ ເອກະສານທີ່ຕິກມີເຄື່ອງໝາຍ ✓ ສ່ວນທີ່ບໍ່ຕິກເປັນຊ່ອງວ່າງ.

3. ຂໍ້ມູນພາຫະນະ & ລາຍການ​

  1. ຮ່ວງລາຍຮັບ — ລະບົບໃສ່ ຄ່າຈົດທະບຽນ ເອກະສານ ອື່ນໆ ໃຫ້ແລ້ວ.
  2. ກົດ ເພີ່ມພາຫະນະ (ເທິງຂວາຂອງສ່ວນນີ້). ປ່ອງຂໍ້ມູນຈະເລື່ອນອອກທາງຂວາ:

ປ່ອງເພີ່ມພາຫະນະ

ຊ່ອງຕ້ອງໃສ່ໝາຍເຫດ
ໝວດ✓ເລືອກຈາກລາຍການ
ປະເພດ✓ເຊັ່ນ ລົດກະບະ
ຍີ່ຫໍ້✓ເລືອກຍີ່ຫໍ້ກ່ອນ ຈຶ່ງເລືອກ ລຸ້ນ ໄດ້
ລຸ້ນ✓ຈະເລືອກໄດ້ເມື່ອເລືອກຍີ່ຫໍ້ແລ້ວ
ສີ✓
ພວງມະໄລຊ້າຍ ຫຼື ຂວາ
ຄວາມແຮງ, ເລກຈັກ, ເລກຖັງ, ປະເທດທີ່ຜະລິດ, ປີຜະລິດ
ສະກຸນເງິນ
ມູນຄ່າ✓ມູນຄ່າຂອງຄັນນັ້ນ
ລາຍລະອຽດພາຫະນະຂໍ້ຄວາມເພີ່ມເຕີມ
  1. ກອກແລ້ວ ກົດ ເພີ່ມພາຫະນະ ລຸ່ມສຸດຂອງປ່ອງ. ກົດ ຍົກເລີກ ຖ້າບໍ່ຕ້ອງການເພີ່ມ.

ປ່ອງທີ່ກອກແລ້ວ

  1. ພາຫະນະທີ່ເພີ່ມຈະຢູ່ໃນແຖບ ຂໍ້ມູນພາຫະນະ ເປັນ ພາຫະນະ 1, ພາຫະນະ 2... ກົດຮູບດິນສໍເພື່ອແກ້ ຫຼື ຮູບຖັງຂີ້ເຫຍື້ອເພື່ອລຶບ. ຖ້າມີຫຼາຍຄັນ ກົດ ເພີ່ມພາຫະນະ ອີກ.
  2. ແຖບ ລາຍການ ສະແດງລາຍການຄ່າທຳນຽມທີ່ລະບົບສ້າງໃຫ້ເອງຈາກພາຫະນະ — ທ່ານບໍ່ຕ້ອງກອກເອງ.

ແຖບລາຍການ

4. ອີງຕາມ​

ຂໍ້ຄວາມກົດໝາຍທີ່ຕ້ອງການພິມ. ກົດ ເພີ່ມອີງຕາມ ເພື່ອເພີ່ມແຖວ (ບໍ່ບັງຄັບ).

5. ລວມ​

  • ຄ່າພິມຟອມ — ລະບົບໃສ່ 10,000 ໃຫ້. ແກ້ໄດ້.
  • ມູນຄ່າສັນຍາ — ໃສ່ເມື່ອຕ້ອງການ.
  • ລວມຄ່າບໍລິການ ແລະ ລວມທັງໝົດ ລະບົບຄິດໃຫ້ເອງ.

ຟອມທີ່ກອກແລ້ວ

ບັນທຶກ​

ກົດ ບັນທຶກ. ຖ້າສຳເລັດ ຈະເຫັນຂໍ້ຄວາມ ສ້າງສຳເລັດ ແລະ ເປີດໜ້າລາຍລະອຽດ. ກົດ ກັບ ຖ້າຕ້ອງການອອກໂດຍບໍ່ບັນທຶກ.

ໃບທີ່ພິມ ມີຫົວຂໍ້ ໃບກວດຜ່ານ ແລະ ຄິດໄລ່ຄ່າຂຶ້ນບັນຊີພາຫະນະຂອງລັດ — ເບິ່ງ ລາຍລະອຽດ, ແກ້ໄຂ ແລະ ພິມ.

ບັນຫາທີ່ພົບ​

ອາການວິທີແກ້
ກົດ ເພີ່ມພາຫະນະ ໃນປ່ອງແລ້ວປ່ອງບໍ່ປິດກວດຊ່ອງທີ່ມີ * ວ່າໃສ່ຄົບ (ໝວດ, ປະເພດ, ຍີ່ຫໍ້, ລຸ້ນ, ສີ, ມູນຄ່າ)
ເລືອກ ລຸ້ນ ບໍ່ໄດ້ເລືອກ ຍີ່ຫໍ້ ກ່ອນ
ກົດ ບັນທຶກ ແລ້ວບໍ່ໄປຕໍ່ກວດວ່າໃສ່ຊ່ອງທີ່ມີ * ຄົບ ເຊັ່ນ ຊື່ຄູ່ຮ່ວມທັງ 3 ສ່ວນ