Skip to main content

ລັອດສະຕິກເກີ

ລັອດ (Lot) ຄືກຸ່ມລົດທີ່ພິມສະຕິກເກີພ້ອມກັນ. ແຕ່ລະລັອດມີເລກອ້າງອີງ ແລະ ຜ່ານ 4 ຂັ້ນ:

ຮ່າງ → ກຳລັງພິມ → ກຳລັງສົ່ງມອບ → ສຳເລັດແລ້ວ

ໃຜເຮັດຫຍັງໄດ້​

ສິດເຮັດຫຍັງໄດ້
ເບິ່ງລັອດທັງໝົດເບິ່ງລັອດ ແລະ ສົ່ງອອກ Excel ເທົ່ານັ້ນ
ສ້າງ ແລະ ຈັດການລັອດທຸກຢ່າງຂ້າງເທິງ + ສ້າງລັອດ, ເພີ່ມ/ເອົາລົດອອກ, ປ່ຽນສະຖານະ, ແກ້ໄຂ, ລຶບ

ຖ້າຕ້ອງການສິດ ໃຫ້ແຈ້ງຜູ້ດູແລລະບົບ — ເບິ່ງ ສິດການໃຊ້ງານ.

ເປີດໜ້າລັອດ​

ໃນລາຍການລົດ ກົດ ⋮ ເທິງຂວາ ແລ້ວເລືອກ ຈັດການ Lot ພາຫະນະ.

ເມນູລັອດ

ໜ້ານີ້ສະແດງຈຳນວນລັອດ ແລະ ລົດຕາມສະຖານະ, ມີຕົວກອງ ແລະ ລາຍການລັອດ. ກົດ ⋮ ທ້າຍແຖວ → ເບິ່ງ ເພື່ອເປີດລັອດ.

ລາຍການລັອດ

ສ້າງລັອດໃໝ່​

  1. ໃນລາຍການລົດ ຕິກຊ່ອງໜ້າລົດທີ່ຕ້ອງການ. ລົດທີ່ສະສາງແລ້ວ ຫຼື ຢູ່ໃນລັອດທີ່ກຳລັງດຳເນີນການ ຈະຕິກບໍ່ໄດ້.
  2. ກົດ ສ້າງ Lot ໃໝ່ ທີ່ແຖບດ້ານເທິງຕາຕະລາງ.

ເລືອກລົດເພື່ອສ້າງລັອດ

ຈັດການລັອດ​

ລາຍລະອຽດລັອດ

  • ເພີ່ມພາຫະນະ — ເພີ່ມລົດເຂົ້າລັອດ (ເມື່ອລັອດຢູ່ຂັ້ນ ຮ່າງ ຫຼື ກຳລັງພິມ)
  • ສົ່ງອອກເປັນ Excel — ເອົາລາຍການໃນລັອດອອກເປັນໄຟລ໌
  • ⋮ — ແກ້ໄຂ, ປ່ຽນເປັນຂັ້ນຕໍ່ໄປ (ເຊັ່ນ ປ່ຽນເປັນກຳລັງພິມ), ແລະ ລຶບລັອດ
  • ແຖບ ບັນທຶກການເຄື່ອນໄຫວ — ເບິ່ງວ່າໃຜເຮັດຫຍັງໃນລັອດ ແລະ ເມື່ອໃດ

ເມນູຈັດການລັອດ

ຜູ້ມີສິດເບິ່ງຢ່າງດຽວ​

ຈະເຫັນສະເພາະປຸ່ມ ສົ່ງອອກເປັນ Excel.

ລັອດ ສຳລັບຜູ້ເບິ່ງ

ບັນຫາທີ່ພົບ​

ອາການວິທີແກ້
ບໍ່ເຫັນປຸ່ມ ສ້າງ Lot ໃໝ່ບັນຊີບໍ່ມີສິດ ສ້າງ ແລະ ຈັດການລັອດ
ເຂົ້າໜ້າລັອດບໍ່ໄດ້ບັນຊີຍັງບໍ່ມີສິດເບິ່ງລັອດ
ຕິກເລືອກລົດບໍ່ໄດ້ລົດຖືກສະສາງແລ້ວ ຫຼື ຢູ່ໃນລັອດທີ່ກຳລັງດຳເນີນການ
ຍ້າຍລົດບໍ່ໄດ້ລົດຢູ່ໃນລັອດທີ່ກຳລັງດຳເນີນການ