ລາຍການແຜນ
ໜ້ານີ້ສະແດງແຜນສ້ອມແປງລົດທັງໝົດທີ່ທ່ານມີສິດເບິ່ງ.
ໃຜເບິ່ງໄດ້: ຜູ້ທີ່ມີສິດ ເບິ່ງ.
ເປີດໜ້າລາຍການ
ກົດ ຕິດຕາມການສ້ອມແປງລົດຂອງລັດ → ລາຍການແຜນ ໃນເມນູດ້ານຊ້າຍ. ເບິ່ງ ວິທີເຂົ້າເມນູ.

ແຖບກອງຕາມສະຖານະ
ແຖບຢູ່ເໜືອຕາຕະລາງ ບອກຈຳນວນແຜນໃນແຕ່ລະກຸ່ມ:
| ແຖບ | ສະແດງ |
|---|---|
| ທັງໝົດ | ທຸກແຜນ |
| ລໍຖ້າອະນຸມັດ | ແຜນທີ່ສົ່ງແລ້ວ ລໍຖ້າຄົນອະນຸມັດ |
| ກຳລັງສ້ອມແປງ | ແຜນທີ່ກຳລັງສ້ອມແປງ ແລະ ແຜນທີ່ສ້ອມແປງແລ້ວ ລໍຖ້າກວດຮັບ |
tip
ຜູ້ອະນຸມັດ ເລີ່ມຕົ້ນມື້ດ້ວຍແຖບ ລໍຖ້າອະນຸມັດ ເພື່ອເຫັນວ່າມີແຜນຫຍັງລໍຖ້າຢູ່.
ຢາກເຫັນສະເພາະແຜນທີ່ລໍຖ້າໃຫ້ ທ່ານ ເປັນຜູ້ເຮັດຕໍ່ ກົດກ່ອງ ລໍຖ້າຂ້ອຍ ຢູ່ Dashboard. ລາຍການຈະເປີດພ້ອມເຄື່ອງໝາຍ ລໍຖ້າຂ້ອຍ ທີ່ເທິງຕາຕະລາງ ກົດລຶບເຄື່ອງໝາຍນັ້ນເພື່ອກັບໄປເບິ່ງທັງໝົດ.

ຄົ້ນຫາ
- ພິມ ເລກທີແຜນ ຫຼື ຊື່ແຜນ ໃນຊ່ອງຄົ້ນຫາ
- ເລືອກ ປີແຜນ, ສະຖານະ ຫຼື ອົງກອນ ຕາມຕ້ອງການ
- ກົດ ນຳໃຊ້
- ຢາກລ້າງເງື່ອນໄຂທັງໝົດ ກົດ ຣີເຊັດ
ອ່ານຕາຕະລາງ
| ຖັນ | ຄວາມໝາຍ |
|---|---|
| ເລກທີແຜນ | ເລກປະຈຳແຜນ ກົດເພື່ອເປີດແຜນ |
| ປີແຜນ | ປີຂອງແຜນ |
| ຊື່ແຜນ | ຫົວຂໍ້ຂອງແຜນ |
| ອົງກອນ | ໜ່ວຍງານເຈົ້າຂອງແຜນ |
| ລົດ | ຈຳນວນລົດທີ່ສ້ອມແປງແລ້ວ ຈາກລົດທັງໝົດໃນແຜນ ເຊັ່ນ 2/5 ຄັນ |
| ງົບປະມານ | ວົງເງິນຂອງແຜນ |
| ຄ່າໃຊ້ຈ່າຍຈິງ | ຄ່າສ້ອມແປງຕົວຈິງ ທີ່ລວມຈາກລາຍການສ້ອມແປງ |
| ສະຖານະ | ແຜນຢູ່ຂັ້ນຕອນໃດ (ມີສີບອກ) ແລະ ຢູ່ຂັ້ນນັ້ນມາແລ້ວຈັກມື້ ເຊັ່ນ ມາແລ້ວ 3 ມື້ |
| ຂັ້ນຕອນຕໍ່ໄປ | ໃຜຕ້ອງເຮັດຕໍ່ ເຊັ່ນ ລໍຖ້າຜູ້ມີສິດອະນຸມັດ. ຖ້າລໍຖ້າກະຊວງຕອບໜັງສືຄະນະກຳມະການ ຈະບອກ ລໍຖ້າກະຊວງຕອບ ... ມື້ ເປັນສີສົ້ມ. ແຜນທີ່ຈົບແລ້ວ ຈະເປັນ - |
| ວັນທີສ້າງ | ວັນທີທີ່ສ້າງແຜນ |
ແຜນທີ່ລໍຖ້າດົນ
ຖ້າແຜນຢູ່ຂັ້ນຕອນເດີມເກີນ 7 ມື້ ໂດຍຍັງບໍ່ມີໃຜເຮັດຕໍ່ ຈຳນວນມື້ຈະເປັນສີສົ້ມ ເພື່ອໃຫ້ຮູ້ວ່າຄວນຕິດຕາມ.
ກົດ ເລກທີແຜນ ເພື່ອເປີດ ໜ້າລາຍລະອຽດ.
ຢາກສ້າງແຜນໃໝ່ ກົດປຸ່ມ ສ້າງແຜນ ທາງມຸມຂວາເທິງ. ຜູ້ທີ່ບໍ່ມີສິດ ເພີ່ມ ຈະເຫັນປຸ່ມນີ້ເປັນສີເທົາ ແລະ ກົດບໍ່ໄດ້.